蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“​ເອົາການ​ເມືອງ​​ໄວ້ຢູ່​ເໜືອ​ວິ​ທະ​ຍາ​ສາດ” ເຮັດ​ໃຫ້​ການ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່ອາ​ເມ​ຣິ​ກາ​ຕົກ​ຢູ່​ໃນ​ຄວາມ​ຫຍຸ້ງ​ຍາກ

2020-05-15 17:25:38 CRI

ທ່ານ​ເຈິ້ງ​ຢົງ​ໜຽນ ສາ​ສະ​ດາ​ຈານ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອາ​ຊີ​ຕາ​ເວັນ​ອອກຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊ​າດ​ສິງ​ກະ​ໂປ​ ໄດ້​ພິມ​ບົດ​ຄວາມ​ບົດ​ໜຶ່ງ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ໂດຍ​ໄດ້​ລົງ​ເລິກວິ​ເຄາະ​ຄວາມ​ແຕກ​ຕ່າງ​ກັນ​ໃນວຽກ​ງານ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​​ພະ​ຍາດ​ໃນປະ​ເທດ​ຕົ້ນ​​​ຕໍ​ໃນ​ໂລກ​ຕາ​ເວັນ​ອອກ​ແລະ​ໂລກ​ຕາ​ເວັນ​ຕົກ. ທ່ານ​ກ່າວ​ຢ່າງ​ຈະ​ແຈ້ງວ່າ, ຜູ້​ກຳ​ອຳ​ນາດ​ໄດ້ “ເອົາ​ການ​ເມືອງ​ໄວ້​ຢູ່​ເໜືອ​ວິ​ທະ​ຍາ​ສາດ” ເປັນ​ສາຍ​ເຫດ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້​ວຽກ​ງານ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ອາ​ເມ​ຣິ​ກາ​ປະ​ສົບ​ຄວາມຫຼົ້ມ​ເຫຼວ​.

ຄື​ດັ່ງ​ຄຳ​ເວົ້າ​ຂອງ​ທ່ານ​ເຈິ້ງ​ຢົງ​ໜຽນ, ມາ​ຮອດ​ປັດ​ຈຸ​ບັນ, ວຽກ​ງານ​ຕ້າ​ນ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ອາ​ເມ​ຣິ​ກາ​ຄື​ວ່າ​ລ້ວນ​ແຕ່​ໄດ້ດຳ​ເນີນ​ໂດຍ​ປິ່ນ​ອ້ອມ​​ອຳ​ນາດ​ການ​ປົກ​ຄອງ. ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ໄດ້​​ເຮັດ​ຫູ​ທວນ​ລົມ​ຕໍ່​ຄຳ​ເຕືອນ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ຈາກ​ອົງ​ການ​ຂ່າວ​ລັບ​ປະ​ເທດ​ຕົນ, ບຸກ​ຄົນ​ສາ​ທາ​ລະ​ນະ​ສຸກ​, ອົງ​ການ​ອະ​ນາ​ໄມ​ໂລກ ແລະ ຈີນ, ເຮັດ​ໃຫ້​ຄວາມ​ສ່ຽງ​ໃນ​ດ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ ແລະ ​ເຮັດ​ໃຫ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້​ໃນ​ທີ່​ສຸດ. ໃນ​ຂະ​ນະ​ດຽວ​ກັນ, ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ໃຊ້​ຄວາມ​ກົດ​ດັນ​ຕໍ່​ນັກ​ວິ​ທະ​ຍາ​ສາດ ບໍ່​ໃຫ້​ນັກ​ວິ​ທະ​ຍາ​ສາດ​ມີ​ຄຳ​ເຫັນ​ທີ່​ແຕກ​ຕ່າງ​ກັບ​ພວກ​ເຂົາ. ທ່ານ​ອັນ​ໂທ​ນີ ຟາວ​ຊີ ນັກ​ວິ​ທະ​ຍາ​ສາດ​ພະ​ຍາດ​ຕິດ​ແປດ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ຣິ​ກາ ເຊິ່ງ​ຖືກ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​​ຕັ້ງ​ສົມ​ຍາ​ນາມ​ວ່າ: “​ຫົວ​ໜ້າ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ”, ຍ້ອນ​ວ່າ​ທ່ານ​ໄດ້​ຍຶດ​ໝັ້ນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຕາມຫຼັກ​ວິ​ທະ​ຍາ​ສາດ, ທ່ານ​ຖືກ​ການ​ນຳ​ຂັ້ນ​ສູງ​ ແລະ ນັກ​ການ​ເມືອງ​ປີກ​ຂວາ​ອາ​ເມ​ຣິ​ກາ​ໃຊ້​ຄວາມ​ກົດ​ດັນ ແລະ ຂົ່ມ​ຂູ່ຫຼາຍ​ເທື່ອ.

ນັກ​ວິ​ເຄາະ​ຊີ້​ອອກວ່າ, ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ແມ່ນເປັນ​ຍ້ອນ​ເຂົາ​ເຈົ້າ​ຢ້ານ​ວ່າ, ການ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢ່າງ​ຂະ​ໜາດ​ໃຫຍ່ ອາດ​ຈະ​ກະ​ທົບ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ມີ​ຜົນ​ກະ​ທົບ​ຕໍ່​ການ​ກະ​ກຽມ​ເລືອກ​ຕັ້ງ​ທົ່ວ​ໄປ. ເພື່ອ​ບັດ​ເລືອ​ກ​ຕັ້ງ, ເຂົາ​ເຈົ້າ​ຍັງ​ໄດ້​ເສີຍ​ເມີຍ​ຕໍ່​​ຄູ່ມື​ວິ​ທະ​ຍາ​ສາດ​ສະ​ບັບ​ໜຶ່ງ​ຂອງ​ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຂອງ​ອາ​ເມ​ຣິ​ກາ ກ່ຽວ​ກັບ​ວ່າ​ຈະ​ເຮັດ​ແນວ​ໃດ ຈິ່ງ​ຈະ​ສາ​ມາດ​ເປີດ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ຄືນ​ໃໝ່, ເຂົາ​ເຈົ້າ​ໄດ້​ໝິ່ນ​ປະ​ໝາດ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ໂດຍ​ໄດ້​ເລີ່ມ​ເຄື່ອນ​ໄຫວເສດ​ຖະ​ກິ​ດ​ຄືນ​ໃໝ່​ຢ່າງ​ບັງ​ອາດ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ອັນ​ໂທ​ນີ ຟາວ​ຊີ ໄດ້​ກ່າວ​ເຕືອນ​ໃນ​ກອງ​ປະ​ຊຸມ​​ຟັງຄຳ​ໃຫ້​ການ​ຂອງ​ລັດ​ຖະ​ສະ​ພາ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ພຶດ​ສະ​ພາ​ນີ້​ວ່າ: “ຖ້າ​ບັນ​ດາ​ລັດ​ບໍ່​ເອົາ​ຫົວ​ຊາ​ຕໍ່​ທິດ​ຊີ້​ນຳ​ຂອງ​ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ອາ​ເມ​ຣິ​ກາ ແລະ ຜ່ອນ​ຜັນ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ໄວ​ເກີນ​ໄປ ຈະ​ເປັນ​ການ​ກະ​ທຳ​ທີ່​ຜິດ​ພາດ​ໜັກ​ໜ່ວງ​ທີ່​​ບໍ່​ອາດກູ້​ຄືນ​ໄດ້.”

ທ່ານ​ເຈິ້ງ​ຢົງ​ໜຽນ​ເຫັນ​ວ່າ, “ຖ້າ​ເອົາ​ການ​ເມືອງ​ໄວ້​ຢູ່​ເໜືອ​ວິ​ທະ​ຍາ​ສາດ, ຈະ​ຊອກ​ຫາ​ວິ​ທີ​ທີ່​ບັງ​ເກີດ​ຜົນ​​ເພື່ອມາ​ກອບ​ກູ້​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ນັ້ນ​ແມ່ນ​ເປັນ​ໄປ​ໄດ້​ຍາກ.” ກາ​ນ​ກະ​ທຳ​ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ ເຮັດ​ໃຫ້​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ອາ​ເມ​ຣິ​ກາ​ຕົກ​ເຂົ້າ​ສູ່ສະ​ພາບ​ຄວາມ​ຫຍຸ້ງ​ຍາກ, ໃນ​ສັງ​ຄົມ​ອາ​ເມ​ຣິ​ກາ ທີ່ນິ​ຍົມ​ແຕ່​ອັນ​ທີ່​ວ່າ “ເສ​ລີ ແລະ ປະ​ຊາ​ທິ​ປະ​ໄຕ”, ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​​ຈິ່ງ​ກາຍ​ເປັນ​ຂອງຫຼິ້ນ​ຂອງ​​ຜູ້​ມີສິດອຳ​ນາດ, ນີ້ຈິ່ງ​ກາຍ​ເປັນໂສກ​ນາດ​ຕະ​ກຳ​ອີ່ຫຼີ.

ຄຳ​ເຫັນ

0