蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ ສ​ປ ​ຈີນ​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ນາ​ຍົກ ສ​ປ​ປ ລາວ

2020-05-15 17:54:18 CRI

ວັນ​ທີ 15 ພຶດ​ສະ​ພາ​ນີ້, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ ແຫ່ງ ສ​ປ ຈີນ ໄດ້​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ ເຊິ່ງ​ມີ​ເນື້ອ​ໃນ​ດັ່ງ​ນີ້: ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສະ​ເທືອນ​ໃຈ ທີ່​ໄດ້​ຮັບ​ຊາບ​ວ່າ: ສະ​ຫາຍ​ສີ​ສະ​ຫວາດ ແກ້ວ​ບຸນ​ພັນ ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ ຍ້ອນ​ຄວາມ​ເຈັບ​ໄຂ້, ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​ຈີນ ແລະ ໃນ​ນາມ​ສ່ວນ​ຕົວ, ສະ​ແດງ​ຄວາມ​ໄວ້​ອາ​ໄລ​ອາ​ວອນ​ຢ່າງ​ສຸດ​ຊຶ້ງ ແລະ ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ ມ​ຍັງ​ສະ​ຫາຍ ແລະ ໂດຍ​ຜ່ານ​ສະ​ຫາຍ ສົ່ງ​ໄປ​ເຖິງ​ລັດ​ຖະ​ບານ​ລາວ ແລະ ຄອບ​ຄົວ​ສະ​ຫາຍ​ສີ​ສະ​ຫວາດ ແກ້ວ​ບຸນ​ພັນ.

ສະ​ຫາຍ​ສີ​ສະ​ຫວາດ ແກ້ວ​ບຸນ​ພັນ ເປັນ​ອະ​ດີດ​ການ​ນຳ​ພັກ, ລັດ ແລະ ກອງ​ທັບ ແຫ່ງ ສ​ປ​ປ ລາວ, ທີ່​ໄດ້​ປະ​ກອບ​ສ່ວນ​ໃຫຍ່ຫຼວງ ໃນ​ພາ​ລະ​ກິດ​ການ​ປົດ​ປ່ອຍ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ. ໃນ​ຖາ​ນະ​ເປັນ​ເພື່ອນ​ມິດ​ເກົ່າ​ຂອງ​ປະ​ຊາ​ຊົນ​ຈີນ, ສະ​ຫາຍ​ສີ​ສະ​ຫວາດ ແກ້ວ​ບຸນ​ພັນ ໄດ້​ຖື​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ຈີນ-ລາວ ແລະ ອຸ​ທິດ​ແກ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່​າງ​ສອງ​ປະ​ເທດ. ການ​ມໍ​ລະ​ນະ​ກຳ​ຂອງ​ເພິ່ນ ແມ່ນ​ການ​ເສຍ​ຫາຍ​ອັນ​ໜັກ​ໜ່ວງ​ຂອງ​ປະ​ເທດ​ລາວ ແລະ ປະ​ຊາ​ຊົນ​ລາວ, ທັງ​ແມ່ນ​ການ​ເສຍ​ຫາຍ​ອັນ​ໜັກ​ໜ່ວງ​ຂອງ​ສາຍ​ພົວ​ພັນ​ຈີນ-ລາວ.

ຝ່າຍ​ຈີນ​ທະ​ນຸ​ຖະ​ໜອມ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ມູນ​ເຊື້ອ​ຈີ​ນ-ລາວ, ຖື​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ, ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ລາວ​ສືບ​ທອດ​ມິດ​ຕະ​ພາບ, ສືບ​ຕໍ່​ສ້າງ​ສາ​ພັດ​ທະ​ນາ​ຄຸ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ.

ຄຳ​ເຫັນ

0