黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານລາວສືບຕໍ່ຍົກເລີກຂໍ້ຈໍາກັດຕ່າງໆອີກຫຼາຍຢ່າງ

2020-05-16 09:08:21 cri

图片默认标题_fororder_微信图片_20200516090652

ໃນວັນທີ 15 ພຶດສະພາ 2020, ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຮອງ​ຫົວ­ໜ້າ​ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະແກ້​ໄຂ​ການ​ລະ­ບາດ​ COVID-19 ໄດ້ຖະແຫຼ່ງຂ່າວວ່າ: ເພື່ອ​ສືບ­ຕໍ່​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ, ຄວບ​ຄຸມ ແລະແກ້​ໄຂ​ການ​ລະ­ບາດ​ພະ­ຍາດ COVID-19 ທັງຫາວິທີແກ້ໄຂ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ-ສັງ­ຄົມ​, ສ້າງ​ເງື່ອນ­ໄຂ​ໃຫ້ພັກ-ລັດ, ​ປະ­ຊາ­ຊົນທຸກຄົນໃນທົ່ວປະເທດ​ໄດ້​ກັບ​ມາ​ໃຊ້​ຊີ­ວິດ​ຕາມ​ປົກ­ກະ­ຕິ​ເທື່ອ​ລະ​ກ້າວ ລັດ­ຖະ­ບານ​ຈຶ່ງ​ໄດ້​ຕົກ­ລົງ ແລະຊີ້​ນຳ​ກ່ຽວ​ກັບ​ການ​ຜ່ອນ­ຜັນ​ມາດ​ຕະ­ການ​ຈຳ­ນວນ​ໜຶ່ງ ແຕ່ຕ້ອງສືບ­ຕໍ່​ປະ­ຕິ­ບັດບາງ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ​ຢ່າງ​ເຂັ້ມ​ງວດເຊັ່ນ ​ການ​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ, ລ້າງ​ມື​ດ້ວຍ​ນ້ຳ​ສະ­ອາດ, ໃສ່​ສະ­ບູ ຫຼື​ເຈວ​ລ້າງ​ມື, ໃສ່​ຜ້າ​ອັດ​ປາກ-ດັງ, ແທກ​ອຸນ­ຫະ­ພູມ ແລະອະ­ນາ­ໄມ​ສະ­ຖານ­ທີ່​ ຫຼືຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ ໂດຍ​ເລີ່ມແຕ່​ວັນ​ທີ 18 ພຶດ­ສະ­ພາ ຫາ 1 ມິ­ຖຸ­ນາ 2020.

ມາດຕະການເຫຼົ່ານັ້ນສະຫຼຸບໄດ້ວ່າ:

  1. ອະ­ນຸ­ຍາດ​ໃຫ້​ສຳ­ນັກ­ງານ​ອົງ­ການ​ຂອງ​ພັກ-ລັດ ສຳ­ນັກ­ງານ​ຂອງ​ບໍ­ລິ­ສັດ ເປີດ​ດຳ­ເນີນ​ການ​ປົກ­ກະ­ຕິ ແລະໄປ​ເຮັດ​ວຽກ​ເປັນ​ປົກ­ກະ­ຕິ ຖ້າ​ຫາກ​ສຳ­ນັກ­ງານ​ອົງ­ການ​ໃດ​ມີ​ເງື່ອນ­ໄຂ​ເຮັດ​ວຽກ​ຜ່ານ​ລະ­ບົບ​ສື່­ສານ​ເອ​ເລັກ​ໂຕຣ​ນິກ ແລະເຄືອ​ຂ່າຍ​ອິນ​ເຕີ​ເນັດ ກໍ​ສາ­ມາດ​ສືບ­ຕໍ່​ຕາມ​ຄວາມ​ເໝາະ​ສົມ.
  2. ອະ­ນຸ­ຍາດ​ໃຫ້ທຸກຄົນທີ່​ອາ­ໄສ​ຢູ່ ສປປ ລາວ ສາ­ມາດ​ເດີນ­ທາງ​ພາຍ​ໃນ​ປະ­ເທດ​ໄດ້.
  3. ອະ­ນຸ­ຍາດ​ໃຫ້​ເປີດ​ການ​ຂົນ­ສົ່ງ​ໂດຍ­ສານ​ທາງ­ບົກ, ທາງ­ນ້ຳ, ທາງ​ອາ­ກາດພາຍ​ໃນ​ປະ­ເທດ ລະ­ຫວ່າງ​ແຂວງ​ຫາ​ແຂວງ.
  4. ອະ­ນຸ­ຍາດ​ໃຫ້​ມີ​ການ​ຝຶກ​ອົບ­ຮົມ ສຳ​ມະ​ນາ ແລະການ​ປະ­ຊຸມ​ເປັນ​ທາງ​ການ​ພາຍ​ໃນ​ປະ­ເທດ ແຕ່​ບໍ່​ອະ­ນຸ­ຍາດ​ໃຫ້​ຈັດ​ງານ​ລ້ຽງ.
  5. ​ອະນຸຍາດເປີດ​ໂຮງ­ຮຽນ​ຄືນ​ໃນ​ຊັ້ນ​ປະ­ຖົມ​ສຶກ​ສາ​ປີ​ທີ 5 ມັດ­ທະ­ຍົມ​ສຶກ​ສາ​ປີ​ທີ 4 ແລະປີ​ທີ 7  ແລະໂຮງ­ຮຽນ​ໃນ​ຂົງ­ເຂດ​ປ້ອງ​ກັນ​ຊາດ ແລະປ້ອງ​ກັນ​ຄວາມ​ສະ­ຫງົບ ເລີ່ມ​ແຕ່​ວັນ​ທີ 18 ພຶດ­ສະ­ພາ 2020. ສ່ວນ​ໂຮງ­ຮຽນ​ລ້ຽງ​ເດັກ ແລະອະ­ນຸ­ບານ ແລະຊັ້ນ​ຮຽນອື່ນ ຮອດມະຫາວິທະຍາໄລ ແລະສະ​ຖາ​ບັນ​ການ​ສຶກ​ສາ​ລະ­ດັບ​ອື່ນໆ ໃຫ້​ກະ­ກຽມ​ເປີດ​ເລີ່ມ​ແຕ່​ວັນ​ທີ 02 ມິ­ຖຸ­ນາ 2020 ເປັນ­ຕົ້ນ​ໄປ.
  6. ອະ­ນຸ­ຍາດ​ໃຫ້​ອອກ­ກຳ­ລັງ​ກາຍ ຫຼື​ຫຼິ້ນ​ກິ­ລາ​ກາງ­ແຈ້ງ ແລະໃນ​ຮົ່ມ​ທຸກ​ປະ­ເພດ
  7. ອະ­ນຸ­ຍາດ​ໃຫ້​ເປີດ​ດຳ­ເນີນ​ທຸ­ລະ​ກິດ​ການ​ຄ້າ ແລະການ​ບໍ­ລິ­ການ​ຕ່າງໆ​ເຊັ່ນ: ຮ້ານ​ອາ­ຫານ, ຮ້ານ​ຂາຍ­ຂອງ​ກິນ​ສຸກ, ຮ້ານ​ຂາຍ­ເຄື່ອງ​ຍ່ອຍ, ຮ້ານ​ຕັດ​ຜົມ, ຮ້ານ​ເສີມ​ສວຍ, ຕະ­ຫຼາດ​ສົດ, ສູນ​ການ​ຄ້າ, ຮ້ານ​ຄ້າ­ຂາຍ​ຍົກ-ຂາຍ­ຍ່ອຍ, ຮ້ານ​ຊຸບ​ເປີ​ມາ​ເກັດ, ຮ້ານ​ກາ­ເຟ ຮ້ານ​ສ້ອມ­ແປງ​ລົດ, ຮ້ານ​ລ້າງ-ອັດ​ສີດ, ໂຮງ­ງານນ້ຳ​ດື່ມ, ໂຮງ­ງານ​ນ້ຳ­ກ້ອນ, ສະ­ຖານ­ທີ່​ທ່ອງ​ທ່ຽວ, ຮ້ານ​ນວດ ແລະ ສະ​ປາ​ທຸກ​ປະ­ເພດ ສາ­ມາດ​ດຳ­ເນີນ​ກິດ­ຈະ­ການ​ໄດ້​ປົກ­ກະ­ຕິ.
  8.  ບັນ­ດາ​ໂຄງ­ການ, ບໍ­ລິ­ສັດ ແລະໂຮງ­ງານ ສາ­ມາດ​ເປີດ​ດຳ­ເນີນ​ກິດ­ຈະ­ການ ໂດຍ​ປະ­ຕິ­ບັດ​ຕາມ​ເງື່ອນ­ໄຂ ແລະມາດ​ຕະ­ການ​ທີ່​ໄດ້​ກຳ­ນົດ​ໃນ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ ສະ­ບັບ​ເລກ​ທີ 071/ສພກ ລົງ​ວັນ​ທີ 11 ພຶດ­ສະ­ພາ 2020
  9. ອະ­ນຸ­ຍາດ​ໃຫ້​ຊາວ​ຕ່າງ­ປະ­ເທດ​ທີ່​ໄດ້​ມາ​ເຮັດ​ວຽກ​ອອກ­ແຮງ​ງານ ແລະສຶກ​ສາ​ຢູ່ ສປປ ລາວ ກັບ​ຄືນ​ປະ­ເທດ​ຂອງ​ຕົນ​ຕາມ​ຈຸດ­ປະ­ສົງ. ສຳ­ລັບ​ນັກ​ສຶກ​ສາ​ລາວ ແລະແຮງ​ງານ​ລາວ​ທີ່​ຕ້ອງ­ການ​ກັບ​ຄືນ​ໄປ​ຮຽນ ຫຼື​ອອກ­ແຮງ​ງານ​ຢູ່​ຕ່າງ­ປະ­ເທດ ແມ່ນ​ສາ­ມາດ​ເດີນ­ທາງ​ໄປ​ໄດ້ ແຕ່​ຕ້ອງ​ໄດ້​ປະ­ຕິ­ບັດ​ຕາມ​ລະ­ບຽບ​ການ​ຂອງ​ປະ­ເທດ​ທີ່​ຈະ​ເດີນ­ທາງ​ໄປ​ນັ້ນ.

ສ່ວນມາດຕະການທີ່ໃຫ້ສືບຕໍ່ປະຕິບັດປິດ ຫຼືຢຸດຊົ່ວຄາວມີຄື:

  1. ສືບ­ຕໍ່​ປິດ​ບັນ­ດາ​ກິດ­ຈະ­ການ ເປັນ­ຕົ້ນ: ຕະ­ຫຼາດ​ກາງ­ຄືນ ຮ້ານ​ບັນ­ເທີງ ຮ້ານ​ກິນ-ດື່ມ (ເຫຼົ້າ ເບຍ ແລະ ສິ່ງ​ມຶນ­ເມົາ) ຮ້ານ​ຄາ​ຣາ​ໂອ​ເກະ ຮ້ານ​ເກມ ໂຮງ​ສາຍ­ຮູບ­ເງົາ ກາ​ຊິ​ໂນ ແລະ ການ​ຈັດ​ລາຍ­ການ​ແຂ່ງ­ຂັນ​ກິ­ລາ​ທີ່​ມີ​ຜູ້​ເຂົ້າ​ຊົມ​ຈຳ­ນວນ​ຫຼາຍ ຊຶ່ງ​ບໍ່​ສາ­ມາດ​ຮັກ­ສາ​ໄລ­ຍະ​ຫ່າງ​ເກີນ​ກວ່າ 1 ແມັດ​ໄດ້ ແລະ ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ­ເຊື້ອ;
  2. ສືບ­ຕໍ່​ຫ້າມ​ຈັດ​ກິດ­ຈະ­ກຳ​ຊຸມ­ນຸມ (ບໍ່​ເປັນ​ທາງ​ການ) ຊຸມ​ແຊວ ແລະ ງານ​ສັງ​ສັນ. ຫ້າມ​ຈັດ​ງານ​ປະ­ເພ­ນີ ແລະ ງານ​ດອງ ທີ່​ມີ​ຜູ້​ເຂົ້າ​ຮ່ວມ​ເກີນ 50 ຄົນ ທີ່​ບໍ່​ສາ­ມາດ​ຮັກ­ສາ​ໄລ­ຍະ​ຫ່າງ​ເກີນ​ກວ່າ 1 ແມັດ ໄດ້ ແລະ ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ­ເຊື້ອ;
  3. ສືບ­ຕໍ່​ປິດ​ດ່ານ​ປະ­ເພ­ນີ ດ່ານ​ທ້ອງ­ຖິ່ນ ແລະ ດ່ານ​ສາ­ກົນ ສຳ­ລັບ​ການ​ເຂົ້າ-ອອກ ຂອງ​ບຸກ­ຄົນ​ທົ່ວ​ໄປ ເວັ້ນ​ເສຍ​ແຕ່​ລົດ​ຂົນ­ສົ່ງ​ສິນ­ຄ້າ ຜູ້​ທີ່​ໄດ້​ກຳ­ນົດ​ໃນ​ຂໍ້​ທີ 4.9 ຂອງ​ແຈ້ງ​ການ​ສະ­ບັບ​ເລກ​ທີ 580/ຫສນຍ ລົງ​ວັນ​ທີ 15 ພຶດ­ສະ­ພາ 2020 ແລະ ຜູ້​ທີ່​ໄດ້​ຮັບ​ການ​ອະ­ນຸ­ຍາດ​ຈາກ​ຄະ­ນະ​ສະ­ເພາະ​ກິດ
  4. ສືບ­ຕໍ່​ໂຈະ​ການ​ອອກ​ວີ​ຊາ​ທຸກ​ປະ­ເພດ​ໃຫ້​ບຸກ­ຄົນ​ທົ່ວ​ໄປ​ທີ່​ເດີນ­ທາງ​ມາ​ຈາກ ຫຼື ຜ່ານ​ປະ­ເທດ ທີ່​ຍັງ​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຍົກ­ເວັ້ນ​ແຕ່​ສຳ­ລັບ​ນັກ​ການ​ທູດ ຊ່ຽວ­ຊານ ວິ­ຊາ​ການ ແລະ ແຮງ​ງານ​ຕ່າງ­ປະ­ເທດ​ທີ່​ມີ​ຄວາມ​ຈຳ­ເປັນ ແລະ ຮີບ​ດ່ວນ ເຂົ້າ​ມາ​ປະ­ຕິ­ບັດ​ວຽກ​ງານ​ຢູ່​ສະ­ຖານ­ທູດ ບັນ­ດາ​ກິດ­ຈະ­ການ ແລະ ໂຄງ­ການ​ຕ່າງໆ​ທີ່​ມີ​ຄວາມ​ສຳ­ຄັນ ແລະ ຈຳ­ເປັນ ແຕ່​ຕ້ອງ​ປະ­ຕິ­ບັດ​ມາດ​ຕະ­ການ​ຕ່າງໆ ຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ. ສຳ­ລັບ​ຂັ້ນ​ຕອນ​ໃນ​ການ​ປະ­ຕິ­ບັດ​ຕົວ​ຈິງ ກະ­ຊວງ​ການ​ຕ່າງ­ປະ­ເທດ​ຈະ​ອອກ​ຄຳ​ແນະ­ນຳ​ຕ່າງ­ຫາກ.

ຄຳ​ເຫັນ

0