蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປູ​ເຈຍ​ບໍ່​ມີຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແລ້ວ

2020-05-17 16:36:59 CRI

ວັນ​ທີ 16 ພຶດ​ສະ​ພາ​ນີ້, ເຈົ້າ​ໜ້າ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍ​ກ່າວ​ວ່າ, ມາ​ຮອດ​ຕອນ​ເຊົ້າ​ວັນ​ທີ 16 ພຶດ​ສະ​ພາ​ນີ້, ກຳ​ປູ​ເຈຍ​ໄດ້​ລາຍ​ງານ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ລວມ​ທັງ​ໝົດ 122 ກໍ​ລະ​ນີ, ​ແຕ່ບໍ່​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ດັ່ງ​ກ່າວ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຜູ້​ສຸດ​ທ້າຍ​ໄດ້​ປົວ​ຫາຍ​ຂາດ ແລະ ອອກ​ໂຮງ​ໝໍໃນ​ຕອນ​ເຊົ້າ​ວັນ​ທີ 16 ພຶດ​ສະ​ພາ​ນີ້. ນັບ​ແຕ່​ວັນ​ທີ 12 ເມ​ສາ​ເປັນ​ຕົ້ນ​ມາ, ກຳ​ປູ​ເຈຍ​ບໍ່​ໄດ້​ລາຍ​ງານວ່າ ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​​ໃໝ່​ເປັນ 34 ວັນ​ລຽນ​ຕິດ. ມາ​ຮອດ​​ປັດ​ຈຸ​ບັນນີ້, ກຳ​ປູ​ເຈຍ​ບໍ່​ມີຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແລ້ວ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍ​​ໄດ້ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ສືບ​ຕໍ່​ມີ​ສະ​ຕິ​ລະ​ວັງ​ຕົວ​, ປ້ອງ​ກັນ​ບໍ່​ໃຫ້​ພະ​ຍາດ​ແຜ່​ລະ​ບາດ​ເປັນ​ຄັ້ງ​ທີ 2  ໂດຍ​ຮຽກ​ຮ້ອງ​ໃຫ້​ປະ​ຊ​າ​ຊົນ​ໃສ່​ຜ້າ​ປິດ​ປາກ​ຕໍ່​ໄປ, ໝັ່ນ​ລ້າງ​ມື, ໝັ່ນ​ຂ້າ​ເຊື້ອ, ຢ່າ​ຊຸມ​ແຊວ​ກັນ ແລະ ຮັກ​ສາ​ໄລ​ຍະຫ່າງ​ໃນ​ການ​ຄົບ​ຄ້​າ​ສະ​ມາ​ຄົມ.

​ວັນ​ທີ 15 ພຶດ​ສະ​ພາ​ນີ້, ທ່ານ​ຮຸນ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ກ່າວ​ວ່າ, ກຳ​ປູ​ເຈຍ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19, ໂຮງ​ຮຽນ​ທົ່ວ​ປະ​ເທດ​ສືບ​ຕໍ່​ໂຈະ​ການ​ຮຽນ​, ໂຮງ​ຢີມ ແລະ ໂຮງ​ຮູບ​ເງົາ​ຕ່າງໆ​ຈະ​ສືບ​ຕໍ່ໂຈະ​ການ​ບໍ​ລິ​ການ.

ຄຳ​ເຫັນ

0