莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປາ​ເລັ​ສ​ຕີນ​ຢຸດ​ຕິສັນ​ຍາ​ທັງ​ໝົດ​ທີ່​ເຊັນ​ກັບ​ອາ​ເມ​ຣິ​ກາ​ແລະ​ອິ​ສະ​ລະ​ແອນ

2020-05-20 14:25:21 CRI

ຕອນ​ເດິກ​ທ່ຽງ​ຄືນ​ຂອງວັນ​ທີ 19 ພຶດ​ສະ​ພານີ້, ທ່ານ​ມາ​ມຸດ ອາ​ບັ​ສ ປະ​ທາ​ນາ​ທິ​ບໍ​ດີ​ປາ​ເລັ​ສ​ຕີນ​ປະ​ກາດ​ວ່າ, ປາ​ເລັ​ສ​ຕີນ​ຢຸດ​ການ​ປະ​ຕິ​ບັດ​ສັນ​ຍາ​ທັງ​ໝົດ​ທີ່​ເຊັນ​ກັບ​ອາ​ເມ​ຣິ​ກາ​ແລະ​ອິສະ​ລະ​ແອນ.

​ແນ​ໃສ່​ແຜນ​ການອິ​ສະ​ລະ​ແອນ​ກືນ​ກິນ​ຜືນ​ແຜ່ນ​ດິນ​ປາ​ເລັ​ສ​ຕີນ​ທີ່​ຖືກ​ຍຶດ​ຄອງ, ຜູ້​ນຳ​ພັກ​ຝ່າຍ​ການ​ເມືອງ​ຕ່າງໆ​ຂອງ​ປາ​ເລັ​ສ​ຕີນ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸກ​ເສີນ ໃນຕອນ​ຄ່ຳ​ວັນ​ທີ 19. ທ່ານ​ມາ​ມຸດ ອາ​ບັ​ສ​ກ່າວ​ໃນ​ເວ​ລາ​ສິ້ນ​ສຸດກອງ​ປະ​ຊຸມວ່າ,​ ແຕ່​ວັນ​ທີ 19 ເປັນ​ຕົ້ນ​ໄປ, ປາ​ເລັ​ສ​ຕີນ​ຈະ​ຢຸດ​​ການປະ​ຕິ​ບັດ​ສັນ​ຍາ​ທັງ​ໝົດ​ທີ່​ເຊັນ​ກັບ​ອາ​ເມ​ຣິ​ກາ​ແລະ​ອິ​ສະ​ລະ​ແອນ, ພ້ອມ​ທັງ​ພັນ​ທະ​ທັງ​ໝົດ​​ທີ່​ກ່ຽວ​ຂ້ອງ​ກັບ​ສັນ​ຍາ​ເຫຼົ່າ​ນີ້, ໃນ​ນັ້ນ ລວມ​ທັງ​ພັນ​ທະ​ຄວາມ​ໝັ້ນ​ຄົງ.

ວັນ​ທີ 26 ເມ​ສານີ້, ທ່ານ​ເບນ​ເຈ​ມິນ ເນ​ທາ​ນ​ຢາ​ຫູ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ອິ​ສະ​ລະ​ແອນ​ເຄີຍ​ກ່າວ​ວ່າ, ອິ​ສະ​ລະ​ແອນ​ຈະ​ປະ​ຕິ​ບັດ​ອະ​ທິ​ປະ​ໄຕ​ຕໍ່​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ​ໃນ​ຮ່ອມ​ແມ່​ນ້ຳ​ຈໍ​ແດນ​ແລະ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ ພາຍ​ໃນ​ເວ​ລາຫຼາຍ​ເດືອນ​ຕໍ່​ໜ້າ.

ຄຳ​ເຫັນ

0