蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຄົມ​ໂລກ​ຕີ​ລາ​ຄາ​ສູງ​ຕໍ່​ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກຄັ້ງ​ທີ 73 ​ທາງວິ​ດີ​ໂອ

2020-05-20 15:09:43 CRI

图片默认标题_fororder_1

     ຕອນ​ຄ່ຳ​ວັນ​ທີ 18 ພຶດ​ສະ​ພານີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກຄັ້ງ​ທີ 73 ​ທາງວິ​ດີ​ໂອ. ເຈົ້າ​ໜ້າ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ​ແລະ​ບຸກ​ຄົນ​ຫຼາຍ​ປະ​ເທດ​ເຫັນ​ວ່າ: ໃນ​ຄຳ​ປາ​ໄສ​ຂອງທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ໄດ້​ສະ​ເໜີ​ຂໍ້​ສະ​ເໜີ 6 ຂໍ້​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ແລະ 5 ​ມາດ​ຕະ​ການທີ່​ຈີນ​ໄດ້​ປະ​ຕິ​ບັດ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ຕ້ານ​ພະ​ຍາດ​ທົ່ວ​ໂລກ ເຊິ່ງ​ໄດ້​ສອດ​ຄ່ອງ​ກັບ​ແນວ​ຄິດ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳມວນ​ມະ​ນຸດ, ແລະ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນໃນ​ການ​ຕ້ານ​ພະ​ຍາດ.

图片默认标题_fororder_2

     ທ່ານ​ບຸນກອງ ສີ​ຫາ​ວົງ​ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ສະ​ໄໝກ່ອນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ສ​ປ​ປ ລາວກ່າວ​ວ່າ: ຈີນ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ອັນ​ຕັ້ງ​ໜ້າໃນ​ກາ​ນ​ຕ້ານ​ພະ​ຍາດ​ໂຄວິດ-19. ຈີນບໍ່​ພຽງ​ແຕ່​ຕໍ່​ຕ້ານ​ກັບ​ພະ​ຍາດ​ພາຍ​ໃນ​ປະ​ເທດ​ຕົນເທົ່າ​ນັ້ນ, ຍັງ​ໄດ້​ລະ​ດົມ​ກຳ​ລັງ​ໃນ​ສັງ​ຄົມ​ສະ​ໜອງ​ບົດ​ຮຽນ​ແລະ​ຄວາມ​ຊ່ວຍ​ເຫຼືອ​ໃຫ້​ແກ່​ການ​ຕ້ານ​ພະ​ຍາດ​ຂອງ​ທົ່ວ​ໂລກອີກ​ດ້ວຍ.

图片默认标题_fororder_5

     ທ່ານ​ບີ​ຕີ ຫົວ​ໜ້າ​ວິ​ຊາ​ການ​ສູນ​ຄົ້ນ​ຄວ້າ​ອາ​ຊຽນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈູ​ລາ​ລົງ​ກອນ​ໄທ​ກ່າວ​ວ່າ: ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ວ່າ, ພາຍ​ຫຼັງ​ຢາ​ວັກ​ແຊງ​ກັນ​ພະ​ຍາດ​ໂຄວິດ-19 ໄດ້​ຄົ້ນ​ຄວ້າ​ຜະ​ລິດ​ອອກ​ແລະ​ໄດ້​ຮັບ​ການ​ນຳ​ໃຊ້​ແລ້ວ, ຈະ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະຂອງ​ທົ່ວ​ໂລກ, ມາດ​ຕະ​ການ​ດັ່ງ​ກ່າວ​ຈະ​ສາ​ມາດ​ຊ່ວຍ​ປະ​ຊາ​ຊົນ​ທີ່​ກຳ​ລັງ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ພະ​ຍາດ​ຢ່າງ​ບັງ​ເກີດ​ຜົນ​. ຈີນ​ສະ​ໜັບ​ສະ​ໜູ​ນ​ປະ​ຊາ​ຄົມ​ໂລກ​ຕ້າ​ນ​ພະ​ຍາດ​ຮ່ວມ​ກັນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ໃຫຍ່.

图片默认标题_fororder_4

     ທ່ານ​ຊາ​ເລ​ຮ ຊັກ​ຣີ ນັກ​ວິ​ຊາ​ການ​ການ​ເມືອງ​ອາ​ຣາ​ບິ​ຊາ​ອູ​ດິດ ອະ​ດີດ​ທີ່​ປຶກ​ສາ​ວັດ​ທະ​ນະ​ທຳ​ອາ​ຣາ​ບີ​ຊາ​ອູ​ດິດ​ປະ​ຈຳ​ຈີນ​ກ່າວ​ວ່າ: ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ປະ​ເທດ​ອາ​ຟ​ຣິ​ກາ ແລະ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ກຸ່ມ 20 ປະ​ເທດ ຫຼື G20, ເພີ່ມ​ທະ​ວີ​ການສະ​ໜັບ​ສະ​ໜູນ​ປະ​ເທດ​ທີ່​ຖືກ​ກະ​ທົບຢ່າງ​ໜັກ​ໜ່ວງ​ທີ່​ສຸ​ດ, ທັງ​ນີ້ມີ​ຜົນ​ດີ​ຕໍ່ປະ​ເທດ​ເຫຼົ່າ​ນີ້​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ການ​ຕໍ່​ຕ້ານ​ກັບ​ພະ​ຍາດ​ແລະ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ຕໍ່​ໜ້າ.

图片默认标题_fororder_3

ຄຳ​ເຫັນ

0