徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວາ​ລະ​ສານ “The Lancet”: ຈົດ​ໝາຍ​ທີ່ທ່ານ​ໂດ​ນັນ ທ​ຣຳ ສົ່ງ​ໄປ​ຍັງ WHO ມີ​ຄວາມ​ຜິດ​ພາດ​ດ້ານ​ຄວາມ​ຈິງ

2020-05-20 15:08:43 cri

图片默认标题_fororder_微信图片_20200520145806

  ຕາມ​ຂ່າວCRI : ວັນ​ທີ 19 ພຶດ​ສະ​ພາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ວາ​ລະ​ສານ​ແພດ​ສາດ “ເດີລານ​ເຊ” ທີ່​ມີ​ຊື່​ສຽງ​ໄດ້​ອອກ​ຖະ​ແຫຼງ​ການໂດຍ​ຊີ້​ອອກວ່າ, ຈົດ​ໝາຍ​ທີ່ທ່ານ​ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​​ສົ່ງ​ໄປ​ຍັງ​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໃນ​ວັນ​ທີ 18 ພຶດ​ສະ​ພາ​ນີ້ມີ​ຄວາມ​ຜິດ​ພາດ​​ດ້ານ​ຄວາມ​ຈິງ

 

 ​ໃນ​ຈົດ​ໝາຍ​ທ່ານ​ໂດ​ນັນ ທ​ຣຳກ່າວວ່າ, ລັດ​ຖະ​ບານ​ອາ​ເມ​ລິ​ກາ​ສຳ​ຫຼວດ​​ເຫັນ​ວ່າ WHO ໄດ້​ເບິ່ງ​ຂ້າມ​​ລາຍ​ງານທີ່​ໜ້າ​ເຊື່ອ​ຖື​ຂອງ​ອົງ​ການ​ຕ່າງໆ​ລວມ​ທັງ​ວາ​ລະ​ສານ “ເດີ​ລານ​ເຊ”ທີ່​ລາຍ​ງານ​ໃນ​ຕົ້ນເດືອນ​ທັນ​ວາ​ປີ 2019 ຫຼືໃນ​ເວ​ລາ​ກ່ອນກວ່ານັ້ນ, ເຊິ່ງ​ການ​ລາຍ​ງານ​ເຫຼົ່າ​ນີ້​ໄດ້​ຢືນ​ຢັນ​ວ່າ​ນະ​ຄອນ​ອູ​ຮ້ານ​ເກີດ​​ການ​ແຜ່​ລະ​​ຂອງ​ເຊື້ອ​ພະ​ຍາດ​ຊະ​ນິດ​ໃດໜຶ່ງ.

 

ທ່ານ​ຣິ​ຊາ ໂຫ​ໂຕນ, ບັນ​ນາ​ທິ​ການ​ໃຫຍ່​ຂອງວາ​ລະ​ສານ “ເດີລານ​ເຊ” ຕອບ​ໂຕ້​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ, “ຄຳ​ເວົ້າ​ຂອງ​ທ່ານ​ທ​ຣຳ​ດັ່ງ​ກ່າວມີ​ຄວາມ​ຜິດ​ພາດ​ໃນດ້ານ​ເລື່ອງຄວາມເປັນ​ຈິງ”, ເພາະ​ວ່າວາ​ລະ​ສານ​ສະ​ບັບ​ນີ້​ບໍ່​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ກ່ຽວ​ກັບ​ເຊື້ອ​ໄວ​ຣັດຫຼື​​ພະ​ຍາດທີ່​ກ່ຽວ​ຂ້ອງ​​ແຜ່​ລະ​ບາດ​ຢູ່​ນະ​ຄອນ​ອູ​ຮ້ານ​ຫຼື​ບ່ອນ​ອື່ນ​ຂອງ​ຈີນ​ໃນ​ຕົ້ນ​ເດືອນ​ທັນ​ວາ​ປີ 2019 ແລ້ວ​ນີ້, ແລະບົດ​ລາຍ​ງານ​ທີ່​ກ່ຽວ​ຂ້ອງສະ​ບັບ​ທຳ​ອິດ​ທີ່​ເຜີຍ​ແຜ່​ໂດຍ​ວາ​ລະ​ສານ “ດັ່ງ​ກ່າວ” ແມ່ນ​​ວັນ​ທີ 24 ມັງ​ກອ​ນ​ປີ 2020 ນີ້.

 

ຄຳ​ເຫັນ

0