蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫາງ​ສຽງ​ສາ​ກົນ​ເຫັນ​ວ່າ ທ່ານ​ທ​ຣຳ​ສົ່ງ​ຈົດ​ໝາຍ​ໄປ​ຍັງ WHO ແມ່ນ​ເສຍ​ແຮງ​ລ້າໆ​ ແລະ​ມີ​ລັກ​ສະ​ນະ​ທຳ​ລາຍ

2020-05-21 12:03:52 CRI

     ວັນ​ທີ 20 ພຶດ​ສະ​ພານີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ເຕ​ໂດຼ​ສ ອັດ​ຮາ​ນົມ ເກ​ເບຼ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ກ່າວ​ວ່າ: ໄດ້​ຮັບຈົດ​ໝາຍ​ຈາກ​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ແລ້ວ, ແລະ​ກຳ​ລັງ​ຄົ້​ນ​ຄວ້າ​ຫາ​ລື​ກັນ​.

     ມື້​ດຽວ​ກັນ, ທ່ານ​ອາບັ​ສ ມູ​ຊາ​ວີ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ຂຽນ​ບົດ​ລົງ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ຈົດ​ໝາຍ​ທີ່​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ສົ່ງ​ໄປ​ຍັງ​ຜູ້​ອຳ​ນວຍ​ການ​ໃຫຍ່ WHO ໄດ້​ທຳ​ລາຍ​ຈິດ​ໃຈ​ວິ​ຊາ​ການ​ແລະ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ອົງ​ການ​ດັ່ງ​ກ່າວ. ນີ້​ແມ່ນ​ການ​ກະ​ທຳ​ທີ່​ເສຍ​ແຮງ​ລ້າໆ​ໃນ​ເວ​ລາ​ທີ່​ຜິດ​ພາດ.

     ວັນ​ທີ 20 ພຶດ​ສະ​ພານີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ຊາ​ລີ​ຟາ ຮອງສາ​ສະ​ດາ​ຈານສະ​ຖາ​ບັນ​ກົດ​ໝາຍ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ວໍ​ວິກ​ອັງ​ກິດ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: WHO ຕ້ອງ​ຮັກ​ສາ​ຖາ​ນະ​ນຳ​ພາ​ຂອງ​ຕົນ​ໃນ​ເວ​ລາ​ຮັບ​ມື​ກັບ​ວິ​ກິດ​ການ, ຖາ​ນະ​ດັ່ງ​ກ່າວ​ແມ່ນ​ຕັດ​ສິນ​ໂດຍ​ກົດ​ໝາຍ​ຂອງ WHO. ໂລກ​ຕ້ອງ​ການ​ອົງ​ການ​ແບບ​ນີ້​ທີ່​ສຸດ, ເພື່ອ​ນຳ​ພາ​ພວກ​ເຮົາ​ຜ່ານ​ຜ່າ​ວິ​ກິດ​ການ​ສາ​ທາ​ລະ​ນະ​ສຸກ​ທີ່​ກຳ​ລັງເກີດ​ຂຶ້ນຢູ່​ໃນ​ປະ​ຈຸ​ບັນ.

ຄຳ​ເຫັນ

0