ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວCRI:ວັນທີ 20 ພຶດສະພານີ້ຕາມເວລາທ້ອງຖິ່ນ, ອົງການອະນາໄມໂລກຫຼື WHO ຈັດກອງປະຊຸມຂ່າວປະຈຳກ່ຽວກັບພະຍາດໂຄວິດ-19 , ທ່ານນາງມາຣຽຍ ວານ ເຄີໂຄຟ, ຜູ້ວ່າການດ້ານເຕັກໂນໂລຊີຂອງໂຄງການສາທາລະນະສຸກສຸກເສີນຂອງ WHO ກ່າວວ່າ, ປັດຈຸບັນລວມມີວັກແຊງສຳຮອງຫຼາຍກວ່າ 120 ຊະນິດກຳລັງຢູ່ໃນການຄົ້ນຄວ້າພັດທະນາ, ແຕ່ຕົວຈິງແລ້ວອາດຈະຫຼາຍກວ່າ 120 ຊະນິດ, ໃນນັ້ນມີຈຳນວນໜຶ່ງກຳລັງໄດ້ຢູ່ໃນຂັ້ນຕອນຮັບການປະເມີນຜົນການປິ່ນປົວແລ້ວ.
ທ່ານນາງມາຣຽຍ ວານ ເຄີໂຄຟກ່າວເນັ້ນວ່າ, ການຄົ້ນຄວ້າຜະລິດວັກແຊງບໍ່ມີທາງລັດ, ຕ້ອງດຳເນີນຕາມມາດຕະຖານທີ່ປອດໄພແລະບັງເກີດຜົນ, ແຕ່ບໍ່ໃຫ້ກ້າວກ່າຍຂັ້ນຕອນໃດໜຶ່ງໃດໆບໍ່ໄດ້.
ຄຳເຫັນ
0