蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແ​ລະສະ​ຖຽນ​ລະ​ພາບຂອງ​ຮົງ​ກົງ​ແລະ​ມາ​ກາວ​ຢ່າງ​ຍາວ​ນານ

2020-05-22 11:59:55 CRI

     ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ທີ່​ໄດ້​ຮັບ​ການຄົ້ນ​ຄວ້າ​ພິ​ຈາ​ລະ​ນາໃນ​ວັນ​ທີ 22 ພຶດ​ສະ​ພານີ້​ກ່າວ​ເນັ້ນ​ວ່າ​: ລັດ​ຖະ​ບານກາງຂອງ​ຈີນ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ທິດ​ທາງ​ນະ​ໂຍ​ບາຍ“ປະ​ເທດ​ດຽວ​ສອງ​ລະ​ບອບ”“ຊາວ​ຮົງ​ກົງ​ປົກ​ຄອງ​ຮົງ​ກົງ”“ຊາວ​ມາ​ກາວ​ປົກ​ຄອງ​ມາ​ກາວ”ແລະ​ປົກ​ຄອງຕົນ​ເອງ​ໃນ​ລະ​ດັບ​ສູງ, ສ້າງແລະ​ປັບ​ປຸງ​ລະ​ບົບກົດ​ໝາຍ ແລະ​ກົນ​ໄກ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດໃຫ້​ສົມ​ບູນ​ແບບເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ຈັດ​ຕັ້​ງ​ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຕາມ​ລັດ​ຖະ​ທຳ​ມະ​ນູນ. ສະ​ໜັບ​ສະ​ໜູນ​ຮົງ​ກົງ​ແລະ​ມາ​ກາວ​ພັດ​ທະ​ນາ​ເສດ​ຖະ​ກິດ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ເຊື່ອມ​ໂຍງ​ເຂົ້າ​ໃນ​ພາກ​ສ່ວນ​ໃຫຍ່​ຂອງການ​ພັດ​ທະ​ນາ​ແຫ່ງ​ຊາດຢ່າງ​ດີກວ່າ​ເກົ່າ, ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ​ແລະ​ມາ​ກາວ​ຢ່າງ​ຍາວ​ນານ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ຍັງ​ໄດ້​ກ່າວ​ຢ້ຳ​ນະ​ໂຍ​ບາຍຂອງ​ແຜ່ນ​ດິນ​ໃຫຍ່​ຈີນ​ທີ່​ມີ​ຕໍ່​ເຂດ​ໄຕ້​ຫວັນ​ຈີນ, ກ່າວ​ເນັ້ນ​ວ່າ​ຕ້ອງ​ປັບ​ປຸງລະ​ບຽບ​ການ​ແລະ​ນະ​ໂຍ​ບາຍ​ມາດ​ຕະ​ການ​ໃນ​ການ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ, ຊຸກ​ຍູ້​ໃຫ້​ສອງ​ຝັ່ງມີ​ການ​ພັດ​ທະ​ນາແບບ​ເຊື່ອມ​ໂຍງ​ເຂົ້າ​ກັນລົງ​ສູ່​ລວງ​ເລິກ, ແລະຮັບ​ປະ​ກັນ​ຄວາມ​ສຸກ​ຂອງ​ພີ່​ນ້ອງຮ່ວມ​ຊາດ​ໄຕ້​ຫວັນ, ສາ​ມັກ​ຄີ​ກັບ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນອັນ​ໄພ​ສານເພື່ອ​ຄັດ​ຄ້ານ“ການ​ແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອ​ກະ​ລາດ”, ຊຸກ​ຍູ້​ການ​ເຕົ້າ​ໂຮມ​ຈີນ​ເປັນ​ເອ​ກະ​ພາບ​ກັນ ແລະສ້າງ​ອະ​ນາ​ຄົດ​ອັນ​ສົດ​ໃສໃຫ້​ແກ່​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ.

ຄຳ​ເຫັນ

0