秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີນີ້ຈີນຈະຫຼຸດບັນຊີດ້ານລົບກ່ຽວກັບການອະນຸຍາດການລົງທຶນຂອງຕ່າງປະເທດຢ່າງຂະໜາດໃຫຍ່

2020-05-22 11:16:01 cri

ວັນທີ 22 ພຶດສະພານີ້,ທ່ານຫຼີເຄີ້ສຽງ, ນາຍົກລັດຖະມົນຕີຈີນກ່າວວ່າ, ປີນີ້ ຈີນຈະຫຼຸດເນື້ອໃນໃນບັນຊີດ້ານລົບກ່ຽວກັບການອະນຸຍາດການລົງທຶນຂອງຕ່າງປະເທດໃຫ້ໜ້ອຍລົງຢ່າງຂະໜາດໃຫຍ່, ວາງບັນຊີດ້ານລົບດ້ານການຄ້າການບໍລິການຂ້າມຊາຍແດນ, ມອບສິດເປັນເຈົ້າຕົນເອງດ້ານການປະຕິຮູບ ແລະການເປີດປະຕູສູ່ພາຍນອກທີ່ຫຼາຍກວ່າເກົ່າໃຫ້ແກ່ເຂດທົດລອງການຄ້າເສລີ. ທ່ານຫຼີເຄີ້ສຽງກ່າວຕື່ມວ່າ, ຕ້ອງເລັ່ງລັດການກໍ່ສ້າງເຂດ ການຄ້າເສລີໄຫຫຼໍາ, ເພີ່ມສ້າງເຂດທົດລອງການຄ້າເສລີ ແລະເຂດປອດພາສີສັງລວມຢູ່ເຂດພາກກາງ ແລະພາກຕາເວັນຕົກ. ພ້ອມກັນນັ້ນ, ເຮັດໃຫ້ວິສາຫະກິດສະແດງບົດບາດຂອງຕົນ, ດໍາເນີນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນກໍ່ສ້າງ”ໜຶ່ງແລວໜຶ່ງເສັ້ນທາງ”ຢ່າງມີຄຸນນະພາບສູງ.

ທ່ານຫຼີເຄີ້ສຽງຍັງກ່າວວ່າ,​ ຈີນຈະປົກປັກຮັກສາໂຄງປະກອບການຄ້າຫຼາຍຝ່າຍຢ່າງເດັດດ່ຽວໜຽວແໜ້ນ, ເຂົ້າຮ່ວມການປະຕິຮູບອົງການການຄ້າໂລກຢ່າງຕັ້ງໜ້າ. ຊຸກຍູ້ການເຊັນສົນທິສັນຍາການພົວພັນໝູ່ຄູ່ເສດຖະກິດຮອບດ້ານຂອງພາກພື້ນ, ຊຸກຍູ້ການເຈລະຈາການຄ້າເສລີຂອງຈີນ-ຍີ່ປຸ່ນ- ສ.ເກົາຫຼີ ແລະອື່ນໆ. ຮ່ວມກັນຈັດຕັ້ງປະຕິບັດສັນຍາເສດຖະກິດການຄ້າໄລຍະທີໜຶ່ງລະຫວ່າງຈີນກັບອາເມຣິກາ.

ຄຳ​ເຫັນ

0