秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IMF: ປະສົບການຂອງຈີນໃນການຕໍ່ຕ້ານພະຍາດໂຄວິດ-19 ເປັນບົດຮຽນໃຫ້ແກ່ປະເທດອື່ນ

2020-05-22 14:07:18 cri

ວັນທີ 21 ພຶດສະພານີ້,​ ທ່ານເກຣີ ຣາຍສ, ໂຄສົກອົງການກອງທຶນເງິນຕາສາກົນ ຫຼື IMF ກ່າວວ່າ, ຈີນໄດ້ປະຕິບັດມາດຕະການຢ່າງເຂັ້ມແຂງເພື່ອຕໍ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະໄດ້ສະສົມບົດຮຽນທີ່ລໍ້າຄ່າຢ່າງຫຼວງຫຼາຍ ເຊິ່ງເປັນບົດຮຽນໃຫ້ແກ່ປະເທດອື່ນໆ.

ທ່ານຣາຍສກ່າວວ່າ, ຈີນໄດ້ນໍາໃຊ້ມາດຕະການໃນດ້ານນະໂຍບາຍເງິນຕາ, ນະໂຍບາຍການເງິນ ແລະຂົງເຂດອື່ນໆເພື່ອປັບປຸງເສດຖະກິດໃຫ້ສອດຄ່ອງກັບສະພາບໃໝ່. ຈີນກໍາລັງໄດ້ຮັບຄວາມຄືບໜ້າໃນຂົງເຂດຈໍານວນໜຶ່ງ ເຊັ່ນໃຊ້ລະບົບທຸລະກິດເອເລັກໂຕນິກ ເພື່ອເຊື່ອມຕໍ່ລະຫວ່າງວິສາຫະກິດນ້ອຍກັບຜູ້ບໍລິໂພກ.

ທ່ານຣາຍສກ່າວຕື່ມວ່າ, ຈີນ ແລະປະເທດຈໍານວນໜຶ່ງ ໄດ້ໃຫ້ການສະໜັບສະໜູນແກ່ມູນນິທິສະກັດກັ້ນ ແລະກູ້ໄພ ເຊິ່ງສາມາດເສີມຂະຫຍາຍບົດບາດທີ່ສໍາຄັນໃນການຊ່ວຍເຫຼືອປະເທດອື່ນ ໂດຍສະເພາະແມ່ນປະເທດທີ່ທຸກຍາກ.

ຄຳ​ເຫັນ

0