莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ປັບ​ປຸງ​ກົນ​ໄກດຳ​ເນີນ​ທຸ​ລະ​ກິດ​ຂອງ​ລັດ​ວິ​ສາ​ຫະ​ກິດ​ຕາມຫຼັກ​ການ​ຕະຫຼາດ​ໃຫ້​ສົມ​ບູນ​ແບບ

2020-05-22 11:18:14 CRI

ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ສະ​ເໜີ​ໃຫ້​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ໃນ​ວັນ​ທີ 22 ພຶດ​ສະ​ພານີ້ ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ຈະ​​ດຳ​ເນີນ​ການ​ເຄື່ອນ​ໄຫວການ​ປະ​ຕິ​ຮູບ​ລັດ​ວິ​ສາ​ຫະ​ກິດ​ເປັນ​ເວ​ລາ 3 ປີ. ​​ປັບ​ປຸງກົນ​ໄກ​ຕິດ​ຕາມ​ຄຸ້ມ​ຄອງ​ທຶນຂ​ອງ​ລັດ, ​ລົງ​ເລິກ​ການ​ປະ​ຕິ​ຮູບ​​ລະ​ບອບກຳ​ມະ​ສິດ​ປະ​ສົມ. ລັດ​ວິ​ສາ​ຫະ​ກິດ​ຕ້ອງ​ສຸມ​ໃສ່​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ແລະວຽກ​ງານ​ຕົ້ນ​ຕໍ​ຂອງ​ຕົນ, ​ປັບ​ປຸງ​ກົນ​ໄກ​​ດຳ​ເນີນທຸ​ລະ​ກິດ​ຕາມຫຼັກ​ການ​ຕະຫຼາດ​ໃຫ້​ສົມ​ບູນ​ແບບ, ຍົກ​ສູງ​ກຳ​ລັງ​​ແຂ່ງ​ຂັນທີ່​ເປັນ​ແກນ​ກາງ​.

ບົດ​ລາຍ​ງານ​ຍັງ​ເນັ້ນ​ໜັກ​ໃຫ້​ປັບ​ປຸງສະ​ພາບ​ແວດ​ລ້ອມ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ​ໃຫ້​ດີ​ຂຶ້ນ. ຮັບ​ປະ​ກັນ​ໃຫ້​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ໄດ້​ຮັບ​ປັດ​ໃຈ​ການ​ຜະ​ລິດ​ແລະ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ນະ​ໂຍ​ບາຍ​ຢ່າງ​ສະ​ເໝີ​ພາບ​ກັນ, ​ຍົກ​ເລີກ​ຂໍ້​ກຳ​ນົດ​ທີ່ບໍ່​ສົມ​ເຫດ​ສົມ​ຜົນ​ທີ່​ຕິດ​ພັນ​ກັບ​ລັກ​ສະ​ນະ​ຂອງ​ວິ​ສາ​ຫະ​ກິດ. ກຳ​ນົດ​ເວ​ລາ​ໃຫ້​​ອົງ​ການ​ລັດ​ໄຊ້​ແທນ​​ໜີ້ສິນ​ຕໍ່​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ແລະ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ, ຊຸກ​ຍູ້​​ເສດ​ຖະ​ກິດທີ່ບໍ່​ແມ່ນ​ລະ​ບອບ​ກຳ​ມະ​ສິດ​​ສ່ວນ​ລວມ​ໃຫ້​ພັດ​ທະ​ນາ​ຢ່າງປອດໄສ.

ຄຳ​ເຫັນ

0