徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ FED ອາ​ເມ​ລິ​ກາ: ຄົນ​ອາ​ເມ​ລິ​ກາ​ທີ່​ທຸກ​ຍາກຖືກ​ຜົນ​ກະ​ທົບ​ທາງ​ລົບ​ຈາກ​ສະ​ພາບ​ພະ​ຍາດ​ຫຼາຍກວ່າ

2020-05-22 16:31:09 cri

ຕາມ​ຂ່າວCRI: ວັນ​ທີ 21 ພຶດ​ສະ​ພາ​ນີ້, ທ່ານເຈ​ໂຣ​ມ ໂບ​ເວນ, ປະ​ທານ​​ທະ​ນາ​ຄານ​ກາງ​ຂອງສະ​ຫະ​ພັນ​ອາ​ເມ​ລິ​ກາ​ຫຼື FED ກ່າວ​ວ່າ, ສະ​ພາບ​ພະ​ຍາດ​ໂຄວິດ-19 ໄດ້​ເຮັດ​ໃຫ້​ເສ​ດ​ຖະ​ກິດ​ຂອງ​ອາ​ເມ​ລິ​ກາ​ຖອຍ​ຫຼັງ​ຢ່າງ​ໜັກ​ໜ່ວງ, ຄົນ​ອາ​ເມ​ລິ​ກາ​ທີ່​ທຸກ​ຍາກໄດ້​ຮັບ​ຜົນ​ກະ​ທົບ​ທາງ​ລົບ​ຫຼາຍກວ່າ.

 

ທ່ານ​ເຈ​ໂຣມ ໂບ​ເວນ​ກ່າວ​ໃນ​ເວ​ລາ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຂອງ​ຄຸ້ມ​ເຮືອນ​ຢູ່​ແຫ່ງ​ໜຶ່ງ​ໃນ​ວັນ​ທີ 21 ພຶດ​ສະ​ພາ​ນີ້​ວ່າ, ສະ​ພາບ​ພະ​ຍາດ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ມີ​ການ​ຖອຍ​ຫຼັງ​ດ້ານ​ເສດ​ຖະ​ກິດ​ຢ່າງກະ​ທັນ​ຫັນ​ແລະ​ໜັກ​ໜ່ວງ, ຕະ​ຫຼາດ​ການ​ປະ​ກອບ​ອາ​ຊີບ​ທີ່​ມີ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ໃນ​ຮອບ 10 ປີ​ມານີ້ໄດ້​ຖືກກະ​ທົບ​ຢ່າງ​ໜັກ​ໜ່ວງ, ມວນ​ຊົນ​ອາ​ເມ​ລິ​ກາ​ກໍ​ຖືກ​ກະ​ທົບ​ຢ່າງ​ໃຫຍ່​ຫຼວງເຊັ່ນ​ກັນ. ແຕ່​ວ່າ, ສະ​ພາບ​ພະ​ຍາດມີ​ຜົນ​ກະ​ທົບ​ຕ່າງ​ກັນຕໍ່​ກຸ່ມ​ຄົນ​​ທີ່ຕ່າງ​ກັນ, ຄົນ​ອາ​ເມ​ລິ​ກາ​ທີ່​ມີ​ສະ​ພາບການ​ເງິນ​ບໍ່​ຄ່ອຍ​ດີ​ນັ້ນ​ຈະ​ຖືກ​ກະ​ທົບ​ທາງ​ລົດ​ຫຼາຍກວ່າ.

 

ສະ​ພາບ​ພະ​ຍາດ​ໄດ້​ທຳ​ລາຍ​ຕະ​ຫຼາດ​ແຮງງານ​ຂອງ​ອາ​ເມ​ລິ​ກາ​​ຢ່າງ​ໜັກ. ກະ​ຊ​ວງ​​ແຮງ​ງານ​​ອາ​ເມ​ລິ​ກາ​ໄດ້​ເຜີຍ​ແຜ່​ຕົວ​ເລກ​ໃນ​ວັນ​ທີ 21 ພຶ​ດ​ສະ​ພາ​ນີ້​ວ່າ, ໃນ 9 ອາ​ທິດທີ່​ຜ່ານ​ມາ, ​ຈຳ​ນວນ​ຄົນ​ທີ່​ຮ້ອງ​ຂໍ​ການ​ເກືອ​ກຸນ​ດ້ານ​ການຫວ່າງ​ງານ​ເປັນ​ຄັ້ງ​ທຳ​ອິດນັ້ນນັບ​ລວມ​ແລ້ວບັນ​ລຸ 38 ລ້ານ 9 ແສນ​ຄົນ. ໃນ​ເດືອນ​ເມ​ສາ​ແລ້ວ​ນີ້, ອັດ​ຕາ​​ຫວ່າງ​ງານ​ຂອງ​ອາ​ເມ​ລິ​ກາ​ເພີ່ມ​ຂຶ້ນ​ຮອດ 14,7%, ແມ່ນ​ອັດ​ຕາ​ສູງ​ສຸດ​ພາຍ​ຫຼັງ​ໄດ້​ເກີດ​ການ​ຊຸດ​ໂຊມ​ລົງ​ດ້ານ​ເສດ​ຖະ​ກິດ​ຢ່າງ​ໃຫຍ່ໃນ​ຊຸມ​ປີ 1930 ເປັນ​ຕົ້ນ​ມາ .

 

ຄຳ​ເຫັນ

0