徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊ່ຽວ​ຊານ​ໄທ​ກ່າ​ວ​ວ່າ: “ກອງ​ປະ​ຊຸມ​ສອງ​ສະ​ພາ”ຂອງ​ຈີນ​ຈະ​ມີ​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງ​ແລະ​ຍາວ​ໄກຕໍ່​ໂລກ

2020-05-23 14:34:25 cri

ຕາມ​ຂ່າວCRI: ກ​ອງ​ປະ​ຊຸມ​ສະ​ພາ​ປຶກ​ສ​າ​ການ​ເມືອງ​ແຫ່ງ​ຊາດຈີນ​ຄັ້ງ​ທີ 3 ​ສະ​ໄໝ​ທີ 13 ແລະ​ກອງ​ປະ​ຊຸມ​​ສະ​ພາ​ຜູ້​ແທນປະ​ຊາ​ຊົນ​ແຫ່ງ​ຊາດຈີນ​ຄັ້ງ​ທີ 3 ​ສະ​ໄໝ​ທີ 13 ໄດ້​ໄຂ​ຂຶ້ນ​ໃນ​ມໍ່ໆ​ນີ້. ​ທ່ານໄພ​ສານ ພຶກ​ມົງ​ຄົນ, ຮອງ​ປະ​ທານ​ສະ​ມາ​ຄົມ​ເສ​ດ​ຖະ​ກິດ​ວັດ​ທະ​ນາ​ທຳ​ໄທ​ຈີນ, ຊ່ຽວ​ຊານ​ບັນ​ຫາ​ສາ​ກົນ​ໄທ​ກ່າວ​ວ່າ, “ກອງ​ປະ​ຊຸມ​ສອງ​ສະ​ພາ”ຂອງ​ຈີນ​​ຈະ​ມີ​ຜົນ​ສະ​ທ້ອນ​​ເລິກ​ເຊິ່ງ​​ຍາວ​ໄກຕໍ່​ໂລກ.

 

ທ່ານ​ໄພ​ສານ ພຶກ​ມົງ​ຄົນ​ເຫັນ​ວ່າ, ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ແມ່ນ​ໄດ້​ໄຂ​ຂຶ້ນ​ພາຍ​ໃຕ້​ເບື້ອງ​ຫຼັງ​ສາ​ກົນ​ທີ່​ພິ​ເສດ​ຫຼາຍມີ​ສະ​ພາບ​ພະ​ຍາດ​ໂຄວິດ-19 ​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ​ຢ່າງ​ຮ້າຍ​ແຮງ, ສະ​ຖາ​ນະ​ກາ​ນ​ພາກ​ພື້ນ​ມີ​ທ່າ​ອ່ຽງ​ເຄັ່ງ​ຕຶງ​ຂຶ້ນແລະ​ເສ​ດ​ຖະ​ກິດ​ໂລກ​ຜະເຊີນ​ໜ້າ​ກັບ​ວິ​ກິດ​ການ​ຢ່າງ​ໜັກ​ໜ່ວງ. ລັດ​ຖະ​ບານ​ຈີນ​ໄດ້ຍຶດ​ໝັ້ນ​ສົ່ງ​ເສີມ​ການ​ຮ່ວມ​ມື​ສາ​ກົນ​ໂດຍ​ຕະ​ຫຼອດ, ເປັນ​ການ​ເພີ່ມ​ກຳ​ລັງ​ໃຈ​ຢ່າງ​ແຂງ​ແຮງ​ໃຫ້​ທົ່ວ​ໂລກ​ໃນ​ການ​ເອົາ​ຊະ​ນະ​​ສະ​ພາບ​ພະ​ຍາດ.

 

ທ່ານ​ໄພ​ສານ ພຶກ​ມົງ​ຄົນ​ເຫັນ​ວ່າ, ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ ໄດ້​ສົ່ງ​ສັນ​ຍາ​ນ​​ສັນ​ຕິພາບ, ປອງດອງ​ກັນ​ແລະ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ໃຫ້​ແກ່​ທົ່ວ​ໂລກ, ສອດ​ຄ່ອງ​ກັບ​ສ​ະ​ພາບ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ​ນີ້. ປັດ​ຈຸ​ບັນເສດ​ຖະ​ກິດ​ທົ່ວ​ໂລກ​ລ້ວນ​ແຕ່​ໄດ້​ຜະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ຢ່າງ​ໜັກ​ໜ່ວງ, ພຽງ​ແຕ່​ການ​ຄ້າ​ເສ​ລີເທົ່າ​ນັ້ນ​ຈຶ່ງ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ທົ່ວ​ໂລກ, ຈີນ​ແມ່ນ​ຜູ້​ລິ​ເລີ່ມ​ແລະ​ຜູ້ປະ​ຕິ​ບັດ​ຢ່າງ​ເດັດ​ດ່ຽວ​ຂອງ​ການ​ຄ້າ​ເສ​ລີ​ຫຼາຍ​ຝ່າຍ.   “ກອງ​ປະ​ຊຸມ​ສອງ​ສະ​ພາ”ຂອງ​ຈີນ​ຍັງໄດ້​ສົ່ງ​ສັນ​ຍານ​ທີ່​ເສດ​ຖະ​ກິດ​ຈີນຟື້ນ​ຟູ​ຄວາມ​ໝັ້ນ​ທ່ຽງ​ຕໍ່​ທົ່ວ​ໂລກ, ແລະຈະ​ເພີ່ມ​ກຳ​ລັງ​ໃຈ​ເຂົ້າ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ດ້ານ​ເສດ​ຖະ​ກິດ​ຂອງ​ໂລກ.

 

 

ຄຳ​ເຫັນ

0