莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ປົກ​ຄອງເຂດ​ພິ​ເສດ​ຮົງ​ກົງ​ຈະ​ພະ​ຍາ​ຍາມ​ສົມ​ທົບ​ກັບ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສຳ​ເລັດ​​ວຽກ​ງານ​ນິ​ຕິ​ບັນ​ຍັດ​ທີ່​ກ່ຽວ​ຂ້ອງ​ໂດຍ​ໄວ

2020-05-23 14:40:36 CRI

ຕອນ​ຄ່ຳ​ວັນ​ທີ 22 ພຶດ​ສະ​ພານີ້, ທ່ານ​ນາງ ຄາ​ຣີ ລຳ​ແຊງ ເຢັດ​ງໍ ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ນຳ​ພາ​ຫົວ​ໜ້າ​ທຸກ​ກົມ​ກອງ​ແລະ​ສະ​ມາ​ຊິກ​ສະ​ພາ​ບໍ​ລິ​ຫານ​ງານ​ຈັດ​ກອງ​ປະ​ຊຸມ​ຂ່າວ, ​ໂດຍ​ກ່າວ​ວ່າ, ອົງ​ການ​ປົກ​ຄອງ​ເຂດ​ພິ​ເສດ​ຮົງ​ກົງ​ສະ​ໜັບ​ສະ​ໜູນ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ປັບ​ປຸງ​ແລະ​ບູ​ລະ​ນະ​ລະ​ບຽບ​ກົດ​ໝາຍ​ແລະ​ກົນ​ໄກ​ປະ​ຕິ​ບັດ​ກົດ​ໝາຍ​ຕ່າງໆ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​, ເຫັນ​ວ່າ ວຽກ​ງາ​ນ​ນິ​ຕິ​ບັນ​ຍັດ​ທີ່​ກ່ຽວ​ຂ້ອງ​ມີ​ຄວາມ​ຈຳ​ເປັນ​, ກໍ່​ມີ​ຄວາມ​ຮີບ​ດ່ວນເຊັ່ນ​ກັນ.

ທ່ານ​ນາງ ຄາ​ຣີ ລຳ​ແຊງ ເຢັດ​ງໍ ກ່າວ​ວ່າ, ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຈີນ​ເກືອບ 23 ປີ​ແລ້ວ, ພາຍ​ໃຕ້​ຂໍ້​ມາດ​ຕາ​ທີ 23 ຂອງ​ກົດ​ໝາຍ​ພື້ນ​ຖານ, ຮົງ​ກົງ​ຄວນ​​ວາງ​ກົດ​ໝາຍ​ຂອງ​ຕົນ​ເອງ​ກ່ຽວ​ກັບ​ການ​ຫ້າມ​ການ​ກະ​ທຳ​ທີ່​ທຳ​ຮ້າຍ​ຄວາມ​ໝັ້ນ​ຄົງຂອງ​ຊາດ, ແຕ່​ຍ້ອນ​ສາ​ເຫດ​ຕ່າງໆ​ ປັດ​ຈຸ​ບັນ​ວຽກ​ດັ່ງ​ກ່າວຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ໃດໆ.

ທ່ານ​ນາງ​ກ່າວ​ວ່າ, ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ, ຮົງ​ກົງ​ໄດ້​ປະ​ກົດ​ໃຫ້​ເຫັນ​ຄວາມ​ສ່ຽງ​ທີ່​ມີ​ອັນ​ຕະ​ລາຍ​ເຖິງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ນັບ​ມື້​ນັບ​ເດັ່ນ​ຊັດ, ມີ​ອົງ​ການ​ຈັດ​ຕັ້ງ​ເປີດ​ປ່າວ​ “ຮົງ​ກົງ​ເອ​ກະ​ລາດ”, ປຸກ​ປັ່ນ​​ໃຫ້​ຈັດ​ການສະ​ແດງ​ກຳ​ລັງ, ​​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ພຶດ​ຕິ​ກຳ​ຂອງ “ປະເທດ​ດຽວ​ສອງ​ລະ​ບອບ”ປະ​ຕິ​ບັດຢູ່​ຮົງ​ກົງ, ທຳ​ລາຍ​​ການ​ພົ​ວ​ພັນ​ລະ​ຫວ່າງ​ສູນ​ກາງ​ກັບ​ຮົງ​ກົງ, ທັງ​ຮ້ອງ​ຂໍ​ຢ່າງ​ເປີດ​ແປນ​ໃຫ້​ຕ່າງ​ປະ​ເທດ​ມາ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຮົງ​ກົງ, ທ້າ​ທາຍ​ອຳ​ນາດ​ຂອງ​ລັດ​ຖະ​ບານ​ສູນ​ກາງ​ແລະ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ, ແລະ​ທ້າ​ທາຍ​ເສັ້ນ​ເພ​ດານ​ຂອງ “ປະ​ເທດ​ດຽວ”ຢ່າງ​ໜັກ​ໜ່ວງ.

​​ໃນ​ຕໍ່​ໜ້ານີ້, ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈະສົມ​ທົບ​ກັບ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຢ່າງ​ສຸດ​ຂີດ ເພື່ອ​ສຳ​ເລັດ​ວຽກ​ງານ​ນິ​ຕິ​ບັນ​ຍັດ​ທີ່​ກ່ຽວ​ຂ້ອງ, ປະ​ຕິ​ບັດ​ໜ້າ​ທີ່​​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ, ຮັບ​ປະ​ກັນ​ໃຫ້​ຮົງ​ກົງ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ທ່ຽງ​ຍາວ​ນານ​ພາຍ​ໃຕ້ “ປະ​ເທດ​ດຽວ​ສອງ​ລະ​ບອບ”.

ຄຳ​ເຫັນ

0