覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງໃຫ້​ທັດ​ສະ​ນະກ່ຽວກັບເປົ້າໝາຍຈັງຫວະການເຕີບໂຕຂອງເສດຖະກິດຈີນໃນປີນີ້

2020-05-23 16:23:22 cri

图片默认标题_fororder_谈中国经济

 

ຕອນບ່າຍວັນທີ 22 ພຶດສະພານີ້, ທ່ານ​ສີ​ຈິ້ນ​ຜິງ​ປະ​ກອບ​ຄຳ​ເຫັນ​ໃນ​ເວ​ລາເຂົ້າຮ່ວມການຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນເຂດປົກຄອງຕົນເອງມົງໂກໃນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ3ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ13

 

​ເມື່ອໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19​ແລ້ວ,​ ​ຈີນ​ຈະ​ກຳ​ນົດເປົ້າໝາຍກ່ຽວກັບຈັງຫວະການເຕີບໂຕຂອງເສດຖະກິດໃນປີນີ້ແນວໃດ? ​ເຊິ່ງ​ເປັນບັນຫາທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດກ່ອນທີ່ຈະຈັດກອງປະຊຸມສອງສະພາ ແລະ ໄດ້ມີຄຳຕອບຢູ່ໃນບົດລາຍງານວຽກງານຂອງລັດຖະບານຈີນທີ່ທ່ານຫຼີເຄີ້ສຽງນາຍົກລັດຖະມົນຕີຈີນໄດ້ລາຍງານ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນໃນຕອນເຊົ້າວັນທີ 22 ພຶດສະພານີ້ ຄື: ບົດລາຍງານສະບັບນີ້ບໍ່ໄດ້ກຳນົດເປົ້າ   ໝາຍລະອຽດກ່ຽວກັບຈັງຫວະການເຕີບໂຕຂອງເສດຖະກິດຈີນໃນປີນີ້.
 

ຕອນບ່າຍວັນທີ 22 ພຶດສະພານີ້, ໃນ​ເວ​ລາເຂົ້າຮ່ວມການຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນເຂດປົກຄອງຕົນເອງມົງໂກໃນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ3ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ13, ທ່ານສີຈິ້ນຜິງປະທານປະເທດຈີນກ່າວວ່າ:
 

“ປີນີ້ແມ່ນປີ​ສຸດ​ທ້າຍ​ໃນ​ການເຮັດສຳເລັດ​ໜ້າ​ທີ່​ເປົ້າ​ໝາຍ​ຕາມແຜນພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ​ແຫ່ງ​ຊາດ5 ປີຄັ້ງທີ13, ພະຍາດໂຄວິດ-19ທີ່ເກີດຂຶ້ນຢ່າງກະທັນຫັນເປັນສິ່ງທ້າທາຍຕໍ່ການເຮັດສຳເລັດໜ້າທີ່​ເປົ້າ​ໝາຍ, ພວກເຮົາ​ໄດ້​ປະ​ຕິ​ບັດ​ງານຕາມ​ສະ​ພາບຄວາມເປັນຈິງ​, ສະນັ້ນຈຶ່ງບໍ່ໄດ້ກຳນົດເປົ້າໝາຍລະອຽດກ່ຽວກັບຈັງຫວະການເຕີບໂຕຂອງເສດຖະກິດຈີນໃນປີນີ້.”
 

“ຖ້າວ່າບໍ່ມີພະຍາດຄັ້ງນີ້ເກີດຂຶ້ນ, ຕາມປົກກະຕິແລ້ວ ເປົ້າໝາຍຈັງຫວະການເຕີບໂຕຂອງເສດຖະກິດຈະກຳນົດໃຫ້ຢູ່ໃນລະດັບປະມານ6%.ແຕ່ວ່າ, ເມື່ອສະພາບພະຍາດເກີດຂຶ້ນແລ້ວມີຫຼາຍສິ່ງຫຼາຍຢ່າງແມ່ນພວກ​ເຮົາບໍ່​ສາ​ມາດ​ກຳ​ນົດໄດ້, ເສດຖິກິດໂລກຊຸດໂຊມລົງແມ່ນແນ່ນອນຢູ່ແລ້ວ, ແຕ່ພວກເຮົາຈະ​ໄດ້ຮັບຜົນກະທົບຫຼາຍເທົ່າໃດ ແລະ ເລິກເຊິ່ງຊ່ຳໃດ, ຍັງ​ມີ​ຄວາມ​ບໍ່​ແນ່ນອນຫຼາຍ​ຢ່າງ.”

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ:“ຖ້າວ່າພວກເຮົາຕັ້ງໃຈກຳນົດເປົ້າໝາຍໃດໜຶ່ງ, ຈຸດສຸມກໍຈະແມ່ນ​ການກະ​ຕຸ້ນເສດຖະກິດ​ຢ່າງ​ແຂງ​ແຮງແລະ​ຈະຕ້ອງເນັ້ນໃສ່ອັດຕາການເຕີບໂຕ, ຖ້າເຮັດແນວນີ້ຈະບໍ່ສອດຄ່ອງກັບ​ຈຸດ​ປະ​ສົງ​ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາ, ​ດັ່ງ​ທີ່​ພວກ​ເຮົາ​ໄດ້​ເນັ້ນມາຕະຫຼອດ​ວ່າ: ບໍ່ຄວນຖືເອົາການເຕີບໂຕຂອງGDPເປັນສິ່ງສຳຄັນທີ່ສຸດ.”

ຄຳ​ເຫັນ

0