徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ: ອາ​ເມ​ຣິ​ກາ​ຖອນ​ຕົວ​ອອກ​ຈາກ​ສົນ​ທິ​ສັນ​ຍາ​ເປີດ​ນ່ານ​ຟ້າ ແມ່ນອີກ​ບາດ​ກ້າວ​ໃນ​ການ​ທຳ​ລາຍ​ລະ​ບົບ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ​ລ

2020-05-23 14:36:02 cri

 ຕາ​ມ​ຂ່າວCRI:ວັນ​ທີ 22 ພຶດ​ສະ​ພາ​ນີ້, ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ແຈ້ງວ່າ, ຣັດ​ເຊຍ​ໄດ້​ຮັບ​ຈົດໝາຍ​​ຢ່າງ​ເປັນ​ທາງ​ການ​ຂອງ​ອາ​ເມ​ລິ​ກາກ່ຽວ​ກັບ​ການ​ຖອນ​ອອກ​ຈາກ “ສົນ​ທິ​ສັນ​ຍາ​ເປີດ​ນ່ານ​ຟ້າ”, ຖ້າ​ວ່າ​ຣັດ​ເຊຍ​ບໍ່​ໄດ້​ຕອບ​ສະ​ໜອງ​ຕໍ່​ເງື່ອນ​ໄຂ​ຕ່າງໆ​ທີ່​ສະ​ເໜີ​ໂດຍ​ອາ​ເມ​ລິ​ກາ​ກ່ອນ​ວັນ​ທີ 22 ເດືອນ​ພະ​ຈິກປີ 2020 ນີ້, ອາ​ເມ​ລິ​ກາ​ຈະ​ຖອນ​ອອກ​ຈາກ “ສົນ​ທິ​ສັນ​ຍາ​ເປີ​ດ​ນ່ານ​ຟ້າ”. ທ່ານ​ເຊີ​ແກ ຣີ​ຢາ​ໂຄ​ຟ, ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ, ຣັດ​ເຊຍ​ຍິນ​ດີ​ສືບ​ຕໍ່ດຳ​ເນີນ​ການ​ສົນ​ທະ​ນາພາຍ​ໃຕ້​ຂອບ​ຂອງ “ສັນ​ຍາ​ການ​ເປີດກວ້າງ​ທ້ອງ​ຟ້າ”, ແຕ່​ວ່າ​ເງື່ອນ​ໄຂ​ທີ່​ສະ​ເໜີ​ໂດຍ​ອາ​ເມ​ລິ​ກາ​ແມ່ນ​ເດັດ​​ຂາດຍອມ​ຮັບ​ບໍ່​ໄດ້. ທ່ານ​ຊີ້​ອອກວ່າ, ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ  “​ສົນ​ທິ​ສັນ​ຍາ​ເປີດ​ນ່ານ​ຟ້າ” ແມ່ນອີກ​ບາດ​ກ້າວ​ໜຶ່ງ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ທີ່​ເຮັດ​ໃຫ້ລະ​ບົບ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ​ພັງ​ທະ​ລາຍ. “ສົນ​ທິ​ສັນ​ຍາ​​ດັ່ງ​ກ່າວ” ກ່ຽວ​ພັນ​ເຖິງ 34 ປະ​ເທດ, ອາ​ເມ​ຣິ​ກາ​ຖອນຕົວ​ໝາຍ​ຄວາມ​ວ່າ​ສັນ​ຍາ​ບໍ່​ຄົງ​ຕົວ​ໄດ້. ຣັດ​ເຊຍ​ຈະ​ອີງ​ຕາມ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຕົນ​ເອງ, ​ສືບ​ຕໍ່ປະ​ສານ​ສົມ​ທົບ​​ກັບ​ປະ​ເທດ​ອື່ນໆ​ເພື່ອ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ.

ຄຳ​ເຫັນ

0