蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ທົດ​ລອງ​ຢາ​ວັກ​ແຊງ​ກັນ​ພະ​ຍາດ​ໂຄວິດ-19 ໄລ​ຍະ​ທີ 1 ຂອງ​ຈີນ​ໄດ້​ຮັບ​ໝາກ​ຜົນ​ອັນຕັ້ງ​ໜ້າ

2020-05-23 12:18:19 CRI

     ວັນ​ທີ 22 ພຶດ​ສະ​ພານີ້, ທິມ​ງານ​ຄົ້ນ​ຄວ້າ​ຂອງ​ຈີນ​ໄດ້​ລົງພິມ​ບົດ​ລາຍ​ງານຢູ່​ວາ​ລະ​ສານແພດ​ສາດ​ອັງ​ກິດ《The Lancet》ໂດຍ​ຂຽນ​ວ່າ: ພາຍ​ຫຼັງ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ຢາ​ວັກ​ແຊງ​ກັນ​ພະ​ຍາດ​ໂຄວິດ-19 ຊະ​ນິດ​ໜຶ່ງໃນ​ໄລ​ຍະ​ທີ 1 ແລ້ວ, ຜົນ​ການ​ທົດ​ລອງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຢາ​ວັກ​ແຊງ​ຊະ​ນິດນີ້​ມີ​ຄວາມ​ປອດ​ໄພ, ແລະ​ສາ​ມາດ​ເຮັດ​ໃຫ້​ຮ່າງ​ກາຍ​ມະ​ນຸດ​ເກີດ​ມີຄວາມ​ສາ​ມາດ​ຕ້ານ​ທານ​ຢ່າງວ່ອງ​ໄວ.

图片默认标题_fororder_1907137283

     ທ່ານ​ນາງ​ບັນ​ດິດ ເສິນ​ເວີ່ຍ ຂອງ​ສຳ​ນັກ​ງານ​ຄົ້ນ​ຄວ້າ​ໂຄງ​ການຊີ​ວະ​ວິ​ທະ​ຍາ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ແພດ​ສາດ​ການ​ທະ​ຫານສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ການ​ທະ​ຫານຈີນ​ພ້ອມ​ດ້ວຍ​ທິມ​ງານໄດ້​ດຳ​ເນີນ​ການ​ທົດ​ລອງ​ດັ່ງ​ກ່າວ. ອາ​ສາ​ສະ​ໝັກ​ເຕັມ​ອາ​ຍຸ​ກະ​ສຽນ​ທີ່​ແຂງ​ແຮງ​ຈຳ​ນວນ 108 ຄົນໄດ້​ເຂົ້າ​ຮ່ວມ​ການ​ທົດ​ລອງ, ຜູ້​ຮ່ວມ​ມີອາ​ຍຸ​ລະ​ຫວ່າງ 18 ຫາ 60 ປີ. ພາຍ​ໃນ 28 ວັນ​ພາຍ​ຫຼັງ​ໄດ້​ສັກ​ຢາ​ວັກ​ແຊງແລ້ວ, ຢາ​ວັກ​ແຊງດັ່ງ​ກ່າວ​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ໝັ້ນ​ຄົງທີ່​ດີ, ແລະ​ບໍ່​ໄດ້​ພາ​ໃຫ້​ເກີດ​ມີ​ອາ​ການ​ຄຽງ​ຂ້າງ​ທີ່ບໍ່​ດີ​ຢ່າງ​ໜັກ​ໜ່ວງ.

     ໃນ​ບົດ​ຂ່າວ​ທີ່​ລົງພິມ​ຢູ່​ວາ​ລະ​ສານ《The Lancet》, ທ່ານ​ນາງ​ເສິນ​ເວີ່ຍ​ກ່າວ​ວ່າ:“ຜົນ​ການ​ທົດ​ລອງ​ເຫຼົ່າ​ນີ້​ເປັນ​ຫຼັກ​ໝາຍ​ທາງ​ທີ່​ສຳ​ຄັນ”. ແຕ່​ວ່າ, ການຄົ້​ນ​ຄວ້າຢາ​ວັກ​ແຊງ​ກັນ​ພະ​ຍາດ​ໂຄວິດ-19 ໃຫ້​ເກີດມີ​ຄວາມ​ສາ​ມາດຕ້ານ​ທານ ຍັງ​ບໍ່​ທັນໝາຍ​ຄວາມ​ວ່າ​ຢາ​ວັກ​ແຊງ​ດັ່ງ​ກ່າວ​ສາ​ມາດ​ປ້ອງ​ກັນ​ບໍ່​ໃຫ້​ຄົນ​ທັງ​ຫຼາຍ​ຕິດ​ເຊື້ອ​ໂຄວິດ-19 ໄດ້ເທື່ອ, ພວກ​ເຮົາ​ຍັງ​ຕ້ອງ​ເຮັດ​ວຽກ​ຫຼາຍ​ແລະ​ຜ່ານ​ເວ​ລາ​ດົນ​ຈຶ່ງ​ສາ​ມາດ​ໄປ​ຮອດ​ຂັ້ນ​ຕອນທີ່​ໃຫ້​ມະ​ນຸດ​ນຳໃຊ້ວັກ​ແຊງນີ້​ໂດຍ​ທົ່ວ​ໄປ.

     ຕາມ​ວາ​ລະ​ສານ《The Lancet》ສະ​ເໜີ​ໃຫ້​ຮູ້​ວ່າ, ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ແຊງ​ທີ່​ບັງ​ເກີດ​ຜົນແມ່ນ​ແຜນ​ການ​ແກ້​ໄຂ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ຍາວ​ນານ, ປະ​ຈຸ​ບັນ, ໃນ​ທົ່ວ​ໂລກ​ມີ​ຢາ​ວັກ​ແຊງ​ກັນ​ພະ​ຍາດ​ໂຄວິດ-19 ​ຫຼາຍກວ່າ 100 ຊະ​ນິດ​ກຳ​ລັງ​ຢູ່​ໃນ​ໄລ​ຍະ​ການ​ຄົ້ນ​ຄວ້າຜະ​ລິດ.

ຄຳ​ເຫັນ

0