莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ຊາວ​ຍົກ​ຍ້າຍ​ສາ​ກົນຄັດ​ຄ້ານ​ການ​ຄຽດ​ແຄ້ນ ດູ​ໝິ່ນ​ແລະເສື່ອມ​ເສຍ​ຊື່​ສຽງ​ຂອງ​ປະ​ເທດ​ອື່ນ

2020-05-23 12:09:35 CRI

​ວັນ​ທີ 22 ພຶດ​ສະ​ພານີ້, ອົງ​ການ​ຊາວ​ຍົກ​ຍ້າຍ​ສາ​ກົນ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ເຊີ​ແນວ​ອອກ​ຖະ​ແຫຼງ​ການ​ວ່າ, ​ໃນ​ໄລ​ຍະ​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢ່າງ​ໃຫຍ່, ການ​ເກີດມີ​ຄວາມ​ຢ້ານ​ກົວ​ແລະ​ຄວາມ​ບໍ່​ແນ່ນອນ ແມ່ນ​ເຂົ້າ​ໃຈ​ໄດ້, ແຕ່​ຄວາມ​ຢ້ານ​ກົວ​ດັ່ງ​ກ່າວບໍ່​ຄວນ​ກາຍ​ເປັນ​ມູນ​ເຫດ​ທີ່​ກາຍ​ເປັນ​ຄວາມ​ຄຽດ​ແຄ້ນ​ຊາວ​ຕ່າງ​ປະ​ເທດ​ແລະ​ລັດ​ທິ​​ຈຳ​ແນກເຊື້ອ​ຊາດ. ສະ​ນັ້ນ, ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​​ຕໍ່​ສາ​ທາ​ລະ​ນະ​ຊົນ​ແມ່ນ​ສຳ​ຄັນ​ທີ່​ສຸດ.

ເພື່ອ​ຮັບ​ປະ​ກັນ​ບໍ່​ໃຫ້​ຊາວ​ຍົກ​ຍ້າຍ​ຖືກ​ຂົ່ມ​ຂູ່​ຈາກ​ແນວ​ຄິດຄຽດ​ແຄ້ນ​ຊາວ​ຕ່າງ​ປະ​ເທດ​ແລະ​ການ​ດູ​ໝິ່ນ, ອົງ​ການ​ຊາວ​ຍົກ​ຍ້າຍ​ສາ​ກົນ​ຮຽກ​ຮ້ອງໃຫ້​ມີ​ການ​ລາຍ​ງານ​ເລື່ອງ​ຄວາມ​ເປັນ​ຈິງແລະ​ຂໍ້​ມູນ​ຕາມຫຼັກ​ວິ​ທະ​ຍາ​ສາດ, ເພື່ອຫຼີກ​ເວັ້ນ​ບໍ່​ໃຫ້​​ເກີດມີ​ອາ​ລົມ​ຄຽດ​ແຄ້ນ​​ຊາວຕ່າງ​ປະ​ເທດ​ແລະ​ການ​ດູ​ໝິ່ນ​ເຊື້ອ​ຊາດ; ຈັດ​ວາງ​ນະ​ໂຍ​ບາຍ​ທີ່​​​ສຸມ​ໃສ່​ການຊຸກ​ຍູ້​ການ​ເຕົ້າ​ໂຮມ​​ກຳ​ລັງສັງ​ຄົມ; ປ້ອງ​ກັນ​ແລະ​ຊຳ​ລະ​ການ​​ກະ​ທຳ​ທີ່​ດູ​ໝິ່ນ​ແລະ​ການເສື່ອມ​ເສຍ​ຊື່​ສຽງ​ປະ​ເທດ​ອື່ນ ທີ່​ເກີດ​ຂຶ້ນ​ໃນ​ການ​ຕ້ານ​ພະ​ຍາດ​ຂອງ​ປະ​ເທດ​ຕ່າງໆ, ເຊິ່ງ​ລວມ​ທັງ​ພະ​ຍ​າ​ຍາມ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ແລະ​ການ​ຄຽດ​ແຄ້ນ​ທີ່​ແນ​ໃສ່​ຊາວ​ຍົກ​ຍ້າຍ​ແລະ​ກຸ່ມ​ຄົນສັນ​ຊາດຫຼື​ເຊື້ອ​ຊາດໃດ​ໜຶ່ງ.

ຄຳ​ເຫັນ

0