覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງກ່າວ​ວ່າ​ຕ້ອງຍຶດ​ໝັ້ນ​ການ​ຖື​ປະ​ຊາ​ຊົນ​ສຳ​ຄັນ​ກວ່າ​ໝູ່, ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ

2020-05-24 00:09:14 cri

图片默认标题_fororder_好日子
 

ຕອນບ່າຍວັນທີ 22 ພຶດສະພານີ້, ​ທ່ານ​ສີ​ຈິ້ນ​ຜິງ​ໄດ້ເຂົ້າຮ່ວມການຄົ້ນຄວ້າພິຈາລະນາຂອງຄະ ນະຜູ້ແທນເຂດປົກຄອງຕົນເອງມົງໂກໃນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງສະພາປະຊາ ຊົນແຫ່ງຊາດຈີນສະໄໝທີ 13

 

ຕອນບ່າຍວັນທີ 22 ພຶດສະພານີ້, ​ໃນ​ເວ​ລາເຂົ້າຮ່ວມການຄົ້ນຄວ້າພິຈາລະນາຂອງຄະ ນະຜູ້ແທນເຂດປົກຄອງຕົນເອງມົງໂກໃນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງສະພາປະຊາ ຊົນແຫ່ງຊາດຈີນສະໄໝທີ 13, ທ່ານເລຂາທິການໃຫຍ່ສີຈິ້ນຜິງກ່າວເນັ້ນວ່າ: ພື້ນຖານ ຂອງພັກກອມມູນິດຈີນແມ່ນ​ຂຶ້ນຢູ່ກັບປະຊາຊົນ, ​ສາຍເລືອດກໍ​ຂຶ້ນຢູ່ກັບປະຊາຊົນ. ພັກ​ໄດ້ນຳພາແລະ​ສ້າງ​ຄວາມສາມັກຄີກັບປະຊາຊົນ​ເພື່ອ​ເຮັດການປະຕິວັດ, ສ້າງສາ ແລະປະຕິຮູບ, ​ຈຸດ​ໝາຍພື້ນ​ຖານກໍແມ່ນເພື່ອໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ. ບັນ​ດາ​ຜູ້ແທນ​ຢືນ​ຢັນວ່າ: ຈະ​ຜັນ​ຂະ​ຫຍາຍຄວາມ ຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ຈະຈັດຕັ້ງປະຕິບັດແນວ​ຄິດພັດທະນາທີ່ຖືປະຊາຊົນເປັນ ໃຈກາງ​ເຂົ້າ​ໃນ​ການ​ວາງ​ແຜນ​ງານແລະ​ມາດຕະການຕ່າງໆກໍ​ຄື​ການ​ເຄື່ອນ​ໄຫວວຽກງານຕົວຈິງ.
 

ນັບແຕ່ປີ 2014 ມາຮອດປັດຈຸບັນ, ທ່ານສີຈິ້ນຜິງເຄີຍໄປສຳຫຼວດກວດ​ກາວຽກງານຢູ່ມົງໂກໃນ 2 ເທື່ອ, ​ໄດ້ເຂົ້າຮ່ວມການຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນມົງໂກໃນ 3 ເທື່ອ​ໃນ​ກອງ​ປະ​ຊຸມ​ສະ​ພາປະ​ຊາ​ຊົນແຫ່ງ​ຊາດ​ຈີນ, ທ່ານໄດ້​ເອົາ​ໃຈ​ໃສ່ຕໍ່ທົ່ງຫຍ້າ​ເຂດມົງໂກໃນ​ມາ​ໂດຍ​ຕະຫຼອດ.

 

ທ່ານເອົາໃຈໃສ່ຢ່າງ​ສູງຕໍ່ບັນຫາລຶບລ້າງຄວາມທຸກຍາກຂອງເຂດມົງໂກໃນ ແລະໄດ້ຖາມ ສະພາບການລຶບລ້າງຄວາມທຸກຍາກຢູ່ທ້ອງຖິ່ນນຳທ່ານເຟີ້ຍຕຸ່ງປິ່ນ ຜູ້ແທນສະພາປະຊາຊົນ ແຫ່ງຊາດຈີນ ທັງເປັນເຈົ້າ​ຄອງ​ນະ​ຄອນອູລານສາປູ້ ເຊິ່ງບັນຫາເຫຼົ່ານີ້ລ້ວນແຕ່ແມ່ນຈຸດ ຫຍຸ້ງຍາກແລະຈຸດສຳຄັນໃນການລຶບລ້າງຄວາມທຸກຍາກຕົວຈິງ. ທ່ານເຟີ້ຍຕຸ່ງປິ່ນຕອບວ່າ:​ ຢູ່​ນະ​ຄອນອູລານສາປູ້ຍັງມີຄອບຄົວທີ່ໄດ້ຫຼຸດພົ້ນອອກຈາກຄວາມ ທຸກຍາກແລ້ວແຕ່ຍັງບໍ່​ທັນໝັ້ນທ່ຽງ ແລະ​ມີຄອບຄົວ​ທຸກ​ຍາກ​ໂດຍ​ທຽບ​ຖານທັງໝົດ 21.000 ຄົນ, ປະ​ຈຸ​ບັນ, ທຸກໆຄົນ​ໄດ້ສຸມທຸກຄວາມພະຍາຍາມເພື່ອສ້າງຄວາມຮັ່ງມີແລະສ້າງຊີວິດທີ່ອີ່ມໜຳສຳລານ.

 

ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຕໍ່ການພັດທະນາສິ່ງ​ແວດ​ລ້ອມ​ນິ​ເວດຂອງທົ່ງຫຍ້າ. ທ່ານໄດ້ຖາມ​ເຖິງສະພາບ ການພັດທະນາຖ່ານຫີນຢູ່ທົ່ງຫຍ້ານຳທ່ານ​ໂຮ້ຈ້າວລຽງ ຜູ້ແທນສະພາປະຊາຊົນແຫ່ງຊາດຈີນ ທັງເປັນເຈົ້າ​ຄອງ​ນະ​ຄອນຊີ່ຫຼິນກົ່ວເລີ້. ທ່ານ​ໂຮ້ຈ້າວລຽງຕອບວ່າ, ເຂົາເຈົ້າໄດ້ຍຶດໝັ້ນ​ການ​ຖື​ເອົາ​​ການ​ຮັກ​ສາສິ່ງ​ແວດ​ລ້ອ​ມ​ນິ​ເວດ ເປັນບຸລິມະສິດ, ​ໂດຍໄດ້ຈັດເອົາ​ເຂດ​ແຄວ້ນໃນ​ນະ​ຄອນ 60% ຂຶ້ນໄປເຂົ້າ​ຢູ່ໃນຂອບເຂດອະນຸລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ ແລະຈະບໍ່​ອະ​ນຸ​ຍາດ​ໃຫ້ຂຸດຄົ້ນບໍ່ແຮ່ໃໝ່ ແລະບໍ່ພັດທະນາບໍ່ແຮ່ຢູ່ທົ່ງຫຍ້າອີກ. ທ່ານສີຈິ້ນຜິງໄດ້ ຊົມເຊີຍຢ່າງເຕັມສ່ວນຕໍ່ການກະທຳເຫຼົ່ານີ້. ທ່ານກ່າວເນັ້ນອີກວ່າ: ຕ້ອງຮັກສາແລະເພີ່ມ ຄວາມ​ເດັດ​ດ່ຽວ​ໃນ​ການ​ປະ​ຕິ​ບັດຍຸດທະສາດການສ້າງ​ຄວາມ​ສີ​ວິ​ໄລ​ທາງນິເວດ ເພື່ອສ້າງທົ່ງຫຍ້າ​ໃຫ້​ເປັນ​ດິນ​ແດນ​ທີ່ ສ່ວຍງາມແລະ​ຮັ່ງ​ມີ, ມີທ້ອງຟ້າສີ​ຄາມແລະເນື້ອ​ທີ່ສີຂຽວໃຫ້ແກ່ລູກຫຼານລຸ້ນຫຼັງ.


ທ່ານສີຈິ້ນຜິງກ່າວຕື່ມວ່າ: ພັກກອມມູນິດຈີນບໍ່ມີຜົນປະໂຫຍດສ່ວນຕົວ​ພິ​ເສດ, ພັກຈະຖືຜົນປະ ໂຫຍດຂອງປະຊາ​ຊົນເປັນອັນດັບໜຶ່ງ​ຢູ່ທຸກເວລາ. ທ່ານຍັງກ່າວເຖິງເລື່ອງ​ກ່ຽວ​ກັບຄົນເຈັບ​ຢູ່ແຂວງຫູເປີຍ​ທີ່​ຕິດ​ເຊື້ອ​ໂຄວິດ-19 ທີ່ມີອາຍຸ 87 ປີຜູ້ໜຶ່ງ​ທີ່​ສາ​ມາດຟື້ຟູສຸຂະພາບ​ໃຫ້​ແຂງ​ແຮງຂຶ້ນພາຍໃຕ້ການປິ່ນປົວແລະເບິ່ງແຍງທີ່ລະອຽດຂອງພະນັກງານແພດໝໍ 10 ຄົນ ໂດຍຊີ້ອອກວ່າ: ຢູ່ຕໍ່ໜ້າການແຜ່ລະບາດຂອງພະຍາດຢ່າງຮ້າຍແຮງ, ຕັ້ງແຕ່ຕອນທຳອິດ ພວກເຮົາກໍໄດ້ສະເໜີອອກຢ່າງຈະແຈ້ງວ່າ, ຕ້ອງຖືເອົາຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນສຳ​ຄັນ​ກວ່າ​ໝູ່. ປະຊາຊົນ​ສຳ​ຄັນ​ກວ່າ​ໝູ່, ຊີວິດ​ເປັນ​ສິ່ງ​ສຳ​ຄັນ​ກວ່າ​ໝູ່, ພວກເຮົາຍອມເສຍສະຫຼະທຸກສິ່ງຢ່າງເພື່ອປ້ອງກັນຄວາມປອດ ໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນ.

 

ທ່ານສີຈິ້ນຜິງຍັງກ່າວເນັ້ນວ່າ: ພັກເຮົາຢາກກຳອຳນາດ​ໄວ້ຍາວນານ ກໍຕ້ອງຮັກສາສາຍ ສຳພັນແບບກາຍ​ອິນ​ຊີກັບປະຊາຊົນຕະຫຼອດໄປ, ຄິດເພື່ອປະຊາຊົນ,​ສູ້​ຊົນ​ແບບ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບປະຊາຊົນ, ຮ່ວມແຮງຮ່ວມໃຈກັບປະຊາຊົນ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍ​າກ, ຮ່ວມທຸກຮ່ວມສຸກກັບປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ. ຕ້ອງຖືການສ້າງຄວາມສຸກໃຫ້ແກ່ປະຊາຊົນເປັນຜົນງານການເມືອງທີ່ສຳຄັນທີ່ສຸດ. ພວກເຮົາຊຸກ ຍູ້ການພັດທະນາເສດຖະກິດສັງຄົມ, ​ຈຸດ​ປະ​ສົງກໍແມ່ນເພື່ອຕອບສະໜອງ​ກັບຄວາມຮຽກຮ້ອງຕ້ອງ ການຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ທີ່ດີງາມ. ພະຍາຍາມ​ສູ້​ຊົນ​ເພື່ອໃຫ້ປະຊາຊົນ ເຫັນ​ເຖິງການປ່ຽນແປງ ແລະ​ໄດ້ຮັບຜົນປະໂຫຍດຕົວຈິງ.

 

ຄຳ​ເຫັນ

0