何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປະກອບຄຳ​ເຫັນ​ຂອງ​ທ່ານໝໍ​ແຂວງຫູເປີຍໄດ້ເຮັດ​ໃຫ້​ທ່ານ​ສີ​ຈິ້ນ​ຜິ​ງປະ​ທັບ​ໃຈ​ຫຼາຍ

2020-05-24 08:48:18 CRI

图片默认标题_fororder_1126021656_15902009782281n

ຕອນ​ບ່າຍວັນ​ທີ 22 ພຶ​ດສະພາ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ຂອງ​ຄະນະ​ຜູ້​​ແທນ​ເຂດ​ມົງ​ໂກ​ໃນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເລົ່າ​ເລື່ອງ​ໜຶ່ງ​ສູ່​ຄະນະ​ຜູ້​ແທນ​ຟັງວ່າ: ຕອນ​ເຊົ້າ​ມື້​ນີ້, ຢູ່​ບໍລິເວນເຂດ​ສຳ​ພາດສຳລັບ​ຜູ້​ແທນ ​ມີ​ຜູ້​ແທນ​​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທ່ານໜຶ່ງ​ທີ່​ມາ​ຈາກ​ແຂວງ​ຫູ​ເປີ​ຍໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ຄວາມ​ເວົ້າ​ຂອງ​ລາວ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ປະທັບ​ໃຈ​ຫຼາຍ.

 

 

ຜູ້​ແທນຜູ້​ນີ້​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ​ເວົ້າ​ເຖິງກໍແມ່ນ​ ທ່າ​ນ​ໂລ​ເຈ ​ເລຂາ​ຄະນະ​ພັກ​ ທັງ​ເປັນ​ຜູ້ອຳນວຍການໂຮງໝໍ​ໄທ້​ເຫີ​ນະຄອນ​ຊື​ຢ້ຽນ​ແຂວງ​ຫູ​ເປີ​ຍ. ຫຼັງ​ຈາກ​ເກີດ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລ້ວ, ທ່ານ​ໂລ​ເຈ​ໄດ້​ຮັບ​ໜ້າ​ທີ່​ໃນ​ສະພາບ​ການ​ທີ່​ຂ້ຽວຂາດໂດຍ ໄດ້ຖືກແຕ່ງ​ຕັ້ງ​ໃຫ້ເປັນ​ຫົວໜ້າ​ໜ່ວຍ​ຊ່ຽວຊານ​ແພດ​ໝໍ​ຂອງ​ນະຄອນ​ຊືຢ້ຽນ, ທ່ານໄດ້ ສູ້​ຊົນ​ຢູ່​ແນວ​ໜ້າເພື່ອ​ຕ້ານ​ກັບ​ພະຍາດ​ທັງ​ເວັນທັງ​ຄືນ.

 

 

ທ່ານ​ສີ​ຈິ້ນ​ຜິ​ງ​ເວົ້າ​ວ່າ: “ຜູ້​ແທນ​ທ່ານນີ້​ບອກ​ກັບນັກ​ຂ່າວ​ວ່າ: ຜູ້​ເປັນ​ພະຍາດ​ໂຄ​ວິດ-19 ທີ່ມີ​ອາຍຸ 80 ປີ​ຂຶ້ນ​​ໄປ​ທີ່​ໄດ້​ຮັບ​ການ​ປິ່ນປົວ​ຢູ່​ແຂວງ​ຫູ​ເປີ​ຍມີ 3000 ກວ່າ​ຄົນ, ​ໃນ​ນັ້ນມີ​ຜູ້​ເຖົ້າ​ຜູ້​ໜຶ່ງ​ທີ່​ມີ​ອາຍຸ 87 ປີ, ພະນັກງານ​ແພດ​ໝໍ 10 ກວ່າ​ຄົນ​ໄດ້​ເອົາ​ໃຈ​ໃສ່​ເບິ່ງ​ແຍງເພິ່ນໃນຫຼາຍ​ສິບ​ມື້, ​ໃນ​ທີ່​ສຸດ​ກໍສາມາດກອບ​ກູ້​ຊີວິດ​ຂອງ​ຜູ້​ເຖົ້າ​ຜູ້​ນີ້​ໄດ້. ການ​ຖື​ເອົາ​ປະຊາຊົນ​ສຳຄັນ​ກວ່າ​ໝູ່​​ແມ່ນ​ຄື​ແນວໃດ? ຫຼາຍໆ​ຄົນໄດ້ພາກັນ​ເອົາ​ໃຈ​ໃສ່​​ປິ່ນ​ປົວຄົນ​ເຈັບ​ຜູ້​ດຽວ, ນີ້​ກໍ​ສະ​ແດງ​ໃຫ້​ເຫັນ​ເຖິງການຍອມ​​ເສຍສະຫຼະ​ທຸກ​ສິ່ງ​ຢ່າງ.”

 

 

​ໃນ​ບັ້ນ​ຕ້ານ​ກັບ​ພະຍາດ​ໂຄ​ວິດ-19​ຄັ້ງ​ນີ້, ​ແຂວງ​ຫູ​ເປີ​ຍ​ແມ່ນ​ສະໜາມຮົບ​ທີ່​ສຳຄັນ. ຄົນ​ເຈັບ​ທີ່​ມີ​ອາຍຸ​ສູງ ແຖມຍັງ​ມີ​ພະຍາດ​ອື່ນແຊກຊ້ອນ ຍິ່ງ​ຍາກ​ທີ່​ຈະ​ປິ່ນປົວ​ໄດ້. ​ແຕ່​ວ່າ​ຢູ່​ຈີນ, ຜູ້​ເຖົ້າ​ທີ່​ເປັນ​ພະຍາດ​ເຫຼົ່າ​ນີ້​ບໍ່​ໄດ້​ຖືກ​ປະ​ຖິ້ມ. ປະຈຸ​ບັນ, ຢູ່​ແຂວງ​ຫູ​  ເປີ​ຍ, ຜູ້​ເປັນ​ພະຍາດ​ໂຄ​ວິດ-19 ທີ່​ມີ​ອາຍຸ​ສູງ​ກວ່າ 80ປີ ມີທັງ​ໝົດ 3600ກວ່າ​ຄົນ​ໄດ້​ຮັບ​ການ​ປິ່ນປົວ ​ແລະຫາຍ​ຂາດ​ຈາກ​ພະຍາດ, ​ໃນ​ນັ້ນ​ຍັງ​ມີຜູ້​ເຖົ້າ 7 ຄົນ​ທີ່​ມີ​ອາຍຸ​ສູງ​ກວ່າ 100 ປີ .

 

 

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ຕື່ມ​ວ່າ: “ຄົນ​ບູຮານ​ກ່າວ​ວ່າ, ຜູ້​ທີ່​ສ້າງ​ຜົນ​ປະ​ໂຫຍ​ດໃຫ້ກັບ​ໂລກ, ​ໂລກ​ຈະ​​ໃຫ້ການ​ສະໜັບສະໜູນ; ຜູ້​ທີ່​ມີເຈຕະນາຍຶດ​ເອົາ​ຜົນ​ປະ​ໂຫຍ​ດຂອງ​ໂລກເປັນ​ຂອງ​ຕົນ​ເອງແຕ່ພຽງຜູ້​ດຽວ, ທົ່ວ​ໂລກ​ຈະ​​ຄັດ​ຄ້ານ.” ​ໃນ​ກົດ​ລະບຽບ​ຂອງ​ພັກ​ໄດ້​ລະບຸ​ໄວ້​ຢ່າງ​ຈະ​ແຈ້ງວ່າ: ພັກ​ເຮົາ​ບໍ່​ມີ​ຜົນ​ປະ​ໂຫຍ​ດພິ​ເສດ​ຂອງ​ຕົນແອບແຝງ, ຍາມ​ໃດ​ພັກ​ກໍ​ຈະ​ຖື​ເອົາ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ໄວ້​ຢູ່​ອັນ​ດັບໜຶ່ງ. ເມື່ອຜະເຊີນໜ້າ​ກັບການ​ແຜ່​ລະບາດຂອງ​ພະຍາດ​​ຢ່າງ​ຮ້າຍ​ແຮງ, ຕັ້ງ​ແຕ່ຕອນ​ທຳ​ອິດ​ພວກ​ເຮົາ​ກໍ​ໄດ້ສະ​ເໜີ​ອອກ​ຢ່າ​ງຈະ​ແຈ້ງວ່າ: ຕ້ອງ​ຖື​ເອົາ​ຄວາມ​ປອດ​ໄພ​ດ້ານ​ຊີວິດ ​ແລະສຸຂະພາບ​ຮ່າງກາຍ​ຂອງ​ປະຊາຊົນ​ໄວ້​ຢູ່​ອັນ​ດັບ​ໜຶ່ງ. ພວກ​ເຮົາ​ໄດ້​ຈັດ​ສັນ​ເອົາແພດ​ໝໍ​ທີ່​ດີ​ເດັ່ນ ອຸປະກອນ​ທີ່​ກ້າວໜ້າ​ທີ່​ສຸດ ຊັບພະຍາກອນ​ທີ່​ຕ້ອງການ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ​ຈາກ​ທົ່ວ​ປະ​ເທດ​ສົ່ງ​ໄປ​​ແຂວງ​ຫູ​ເປີ​ຍ ​ແລະນະຄອນ​ອູ​ຮັ້ນ, ເພື່ອປິ່ນປົວ​ຄົນ​ເຈັບ​ຢ່າງ​ສຸດ​ຄວາມ​ສາມາດ, ສຳລັບ​ຄ່າ​ປິ່ນປົວ​ແມ່ນ​ລັດຖະບານ​ເປັນ​ຜູ້​ຈ່າຍ​ໃຫ້ທັງ​ໝົດ.

 

 

“ພວກ​ເຮົາ​ຍອມ​ເສຍສະຫຼະ​ທຸກສິ່ງ​ຢ່າງ​ເພື່ອ​ປິ່ນປົວ​ກອບ​ກູ້​ຊີວິດ. ບໍ່ວ່າ​ຄົນເຈັບຈະອາຍຸ​ສູງ​ເທົ່າ​ໃດ, ອາການ​ໜັກ​ເທົ່າ​ໃດ​ກໍ​ຕາມ, ພວກ​ເຮົາ​ກໍ​ຈະ​ບໍ່​ປ່ອຍຖິ້ມ​ຢ່າງ​ເດັດຂາດ. ​ໃນ​ການ​ຕ້ານ​ກັບ​ພະຍາດ​ຄັ້ງ​ນີ້, ຄົນ​ເຈັບ​ອາຍຸ​ສູງ​ສຸດ​ທີ່​ພວກ​ເຮົາ​ປິ່ນປົວ​ຢ່າ​ງສຳ​ເລັດ​ຜົນ​ນັ້ນ​ມີ​ອາຍຸ 108 ປີ.”

 

ຄຳ​ເຫັນ

0