尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ການ​ເມືອງ​ທີ່​ມີ​ເຈດ​ຕະ​ນາ​​ຈຳ​ແນກ​ເຊື້ອ​ຊາດ​ພວມ​ສ້າງ​ຄວາມ​ຄຽດ​ຊັງ​ໃຫ້​ສັງ​ຄົມ​ອາ​ເມ​ຣິ​ກາ

2020-05-25 17:19:37 cri

图片默认标题_fororder_webwxgetmsgimg (1)

ນາງ ລູ​ຊີ ລີ ແພດ​ໝໍ​ເຊື້ອ​ສາຍ​ຈີນ​ຂອງ​ພະ​ແນກວາງ​ຢາ​ສະ​ຫຼົບ​ຂອງ​ໂຮງ​ໝໍ​ລັດມັ​ສ​ຊາ​ຈູ​ເຊັດສ໌​ຂອງ​ອາ​ເມ​ຣິ​ກາ​ເວົ້າ​ວ່າ: “ຂ້ອຍ​ພວມ​ຊ່ວຍກອບ​ກູ້​ຊີ​ວິດ​ຂອງ​ຄົນ​ອື່ນ​ພາຍ​ໃຕ້ສະ​ພາບ​​ການ​ທີ່​ມີຄວາມ​ສ່ຽງ​ຕໍ່​ສຸ​ຂະ​ພາບ​​ຮ່າງ​ກາຍຂອງ​ຕົນ,ແຕ່​ພັດ​ໄດ້​ຖືກ​ດູ​ຖູກ​ຈາກ​ຜູ້​ອື່ນ​ຍ້ອນ​ໜ້າ​ຕາ​ຂອງ​ຕົນ.” ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ໌​ຂອງ​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ: ໃນ​ໄລ​ຍະ​​ຕົ້ນ​ຂອງ​ການ​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​ພ​ະ​ຍາດ​ໂຄວິດ-19, ນາງ ລູ​ຊີ ລີ ກໍ​ໄດ້​ຖືກ​​ຊາຍ​ຄົນ​ແປກ​ໜ້າ​ຜູ້​ໜຶ່ງ​ປ້ອຍ​ດ່າໃນ​ເວ​ລາ​ເດີນ​ທາງ​​ກັບບ້ານ​ຫຼັງ​ເລີກ​ການ; ໃນເວ​ລາ​ເຮັດ​ວຽກ, ຄົນ​ເຈັບ​ຈຳ​ນວນ​ໜຶ່ງ​ໄດ້​ປະ​ຕິ​ເສດ​ບໍ່​ໃຫ້​ນາງ​ປິ່ນ​ປົວ​ຕົນ​ຍ້ອນ​ນາງ​ເປັນ​ຄົນ​ເຊື້ອ​ສາຍ​ຈີນ.
 

ປັດ​ຈຸ​ບັນ, ລັດ​ທິ​​ຊາດ​ນິ​ຍົມ​ໃນ​ສັງ​ຄົມ​ອາ​ເມ​ຣິ​ກາ​ໄດ້​ປະ​ກົດ​ຂຶ້ນ​ມາ​ອີກ, ເຊິ່ງ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ “​ການ​ເວົ້າ​ປຸກ​ປັ່ນ” ແລະ​ຍຸ​ແຍ່​ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ. ນັບ​ແຕ່​ໄດ້​ປະ​ສົບ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ນັກ​ການ​ເມືອງ​ຈຳ​ນວນ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຕັ້ງ​​ກຸ່ມ​ແກ້ງ​ຍຸ​ແຍ່​ເພື່ອ​ສ້າງ​ຄວາມ​ເປັນປໍ​ລະ​ປັກ​ກັນ​ດ້ານ​ເຊື້ອ​ຊາດ​ແລະ​ສ້າງ​ຄວາມ​ເສື່ອມ​ເສຍ​ຊື່​ສຽງ​ດ້ວຍ​​ສະ​ພາບ​ຂອງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເພື່ອ​​ບີ​ດ​ບັງຄວາມ​​ຫຼົ້ມ​ເຫຼວ​ຂອງ​ປະ​ເທດ​ຕົນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ຖືເອົາ​ການ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ເປັນ​ຊ່ອງ​ທາງ​ໃນ​ການ​ເກັບ​ຄະ​ແນນ​ໃນ​ທາງ​ການ​ເມືອງ. ​ໃນຂະ​ນະ​ດຽວ​ກັນ, ກໍ​ມີ​ສື່ມວນ​ຊົນບາງ​ຄົນ​ຂອງ​ອາ​ເມ​ຣິ​ກາ​ໄດ້​​ສົມ​ຮູ້​ຮ່ວມ​ຄິດ​ກັບ​ພວກ​ນັກ​ການ​ເມືອງ, ​ຂະ​ຫຍາຍຄວາມ​ຄຽດ​ຊັງ​ທາງ​ເຊື້ອ​ຊາດຢ່າງ​ບໍ່​ຢຸດ​ຢັ້ງ,ເຮັດ​ໃຫ້​ຄວາມ​ແຕກ​ແຍກ​ແລະ​ຄວາມ​ເປັນ​ປໍ​ລະ​ປັກ​ກັນ​ຢູ່​ສັງ​ຄົມ​ອາ​ເມ​ຣິ​ກາ​ມີ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ຕື່ມ.
 

图片默认标题_fororder_webwxgetmsgimg (2)
ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຄົນ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຊີ​​ຖືກ​ປະ​ຕິ​ບັດ​ຢ່າງ​ບໍ່​ສະ​ເໝີ​ພາບ​ກັນ​ເຊິ່ງເປັນ​ການ​ລົບ​ກວນ​ແລະ​ສະ​ກັດ​ກັ້ນ​ໂດຍ​ກົງ​ຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ປັດ​ຈຸ​ບັນ, ຄົນ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຊີ​ທີ່ກວມ 6% ຂອງ​ປະ​ຊາ​ກອນທັງ​ໝົດ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ກໍ່​ສ້າງ​ແລະ​ການ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ,ການ​ສຶກ​ສາ,ສາ​ທາ​ລະ​ນະ​ສຸກ,ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ,ວັດ​ທະ​ນະ​ທຳ​ແລະ​ຂົງ​ເຂດ​ອື່ນໆ​ຢູ່​ອາ​ເມ​ຣິ​ກາ​ຢ່າງ​ຮອບ​ດ້ານ. ປັດ​ຈຸ​ບັນ, ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ພວມ​ສຸມ​ໃສ່​​ການຟື້ນ​ຟູ​ເສດ​ຖະ​ກິດ​ຄືນ​ໃໝ່​ຢ່າງ​ເຄັ່ງ​ຮ້ອນ​,ຖ້າ​ຄົນ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຊີ​ຖືກ​ທຳ​ລາຍ​ຍ້ອນ​ການ​ຈຳ​ແນກ​ເຊື້ອ​ຊາດ,​ຍ່ອມ​ຈະ​ທຳ​ລາຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ອາ​ເມ​ຣິ​ກາໃນ​ທີ່​ສຸດ.
 

图片默认标题_fororder_webwxgetmsgimg (3)
ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ບໍ່​ມີ​ພົມ​ແດນ​ແລະ​ບໍ່​ຈຳ​ແນກ​ເຊື້ອ​ຊາດ, ຄວາມ​ສາ​ມັກ​ຄີ​ແລະ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ,ປະ​ຕິ​ບັດ​ຕໍ່​ກັນ​ດ້ວຍ​ຄວາມຈິງ​ໃຈ​ຈຶ່ງ​ຈະ​ສາ​ມາດ​ເອົາ​ຊະ​ນະ​ເຊື້ອ​ພະ​ຍາດ​ໄດ້. ຄຳ​ເວົ້າກ່ຽວ​ກັບ​ລັດ​ທິ​​ຊາດ​ນິ​ຍົມ​ຈາກ​ທຳ​ນຽບ​ຂາວ​ແລະ​ລັດ​ຖະ​ສະ​ພາ​ຂອງ​ອາ​ເມ​ຣິ​ກາ​ພວມ​ເຮັດ​ໃຫ້​ຄວາມ​ຂັດ​ແຍ້ງ​ກັນ​ແລະ​ຄວາມ​ແຕກ​ແຍກ​ກັນ​ທາງ​ສັງ​ຄົມ​ອາ​ເມ​ຣິ​ກາ​ມີ​ຄວາມຮ້າຍ​ແຮງ​ຂຶ້ນ​ຕື່ມ,ເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຕົກ​ຢູ່​ໃນ​ສະ​ພາບ​ຄວາມ​ຄຽດ​ຊັງ​ແລະ​ການ​ເປັນ​ປໍ​ລະ​ປັກ​ກັນ.

ຄຳ​ເຫັນ

0