黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ຂອງ​ຕຳຫຼວດ​ອາ​ເມ​ຣິ​ກາ​ຈະສືບ​ຕໍ່​​ໄປ​ຮອດ​ມື້​ໃດ?

2020-05-30 13:49:40 cri

ວັນ​ທີ 25 ພຶດ​ສະ​ພາ​ນີ້, ລັດ​ເມ​ເນ​ໂຊ​ຕາ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເກີດເຫດ​ການທີ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອາ​ເມ​ຣິ​ກາບັງ​ຄັບ​ໃຊ້​ກົດ​ໝາຍ​ດ້ວຍ​ການ​ໃຊ້​ກຳ​ລັງ​ຮຸນ​ແຮງ, ​ຜູ້​ຊາຍອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ​ຄົນ​ໜຶ່ງ​ເສຍ​ຊີ​ວິດ​ໃນ​ເຫດ​ການ​ດັ່ງ​ກ່າວ. ວິ​ດີ​ໂອ​ຕອນ​ໜຶ່ງ​ທີ່​ຖ່າຍ​ທຳ​ໂດຍ​ຄົນ​ຢູ່​ບໍ​ລິ​ເວນ​ອ້ອມຂ້າງ​ສະ​ແດ​ງ​ໃຫ້​ເຫັນ​ວ່າ: ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຜິວ​ຂາວ​ຄົນ​ໜຶ່ງ​ຂອງ​ນະ​ຄອນ​ມີນ​ເນ​ອາ​ໂປ​ລີ​ສ​ຂອງ​ລັດ​ເມ​ເນ​ໂຊ​ຕາ​ໄດ້​ໃຊ້​ຫົວ​ເຂົ່າ​ເຕັງ​ຄໍ​ຜູ້​ຊາຍອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ​ຄົນ​ນັ້ນ, ຂົ່ມ​ລາວນອນ​ຂວ້ຳແບບ​ຢູ່​ພື້ນ​ດິນ ຕັ້ງ 7 ນາ​ທີ. ຜູ້​ຊາຍ​ຄົນ​ນັ້ນ​ອ້ອນວອນ​ວ່າ: “ຍອມ​ແລ້ວ, ຍອມ​ແລ້ວ, ຂ້ອຍ​ຫາຍ​ໃຈ​ບໍ່​ອອກ”. ຫຼັງ​ຈາກ​ນັ້ນ, ຜູ້​ຊາຍ​ຄົນ​ນີ້​ໝົດ​ສະ​ຕິ ແລະ ເສຍ​ຊີ​ວິດ ພາຍຫຼັງຖືກ​ສົ່ງ​ໄປ​ກອບ​ກູ້​ຊີ​ວິດ​ຢູ່​ໂຮງ​ໝໍ.

ຜູ້​ຊາຍ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ​ຄົນ​ນີ້​ຊື່​ວ່າ: ທ້າວ​ຈອດ ຟ​ລອຍ, ອາ​ຍຸ 46 ປີ. ທ່ານ​ຕຸນ​ສ​ະ​ໂຕ​ຣມ ນາຍ​ຈ້າງ​ຂອງ​ລາວ​ເວົ້າ​ວ່າ: ທ້າວ​ຈອດ ຟ​ລອຍ​ບໍ່​ເຄີຍ​ຜິດ​ຖຽງ​ກັບ​ຄົນ​ອື່ນ, ເປັນ​ມິດ​ຕໍ່​ທຸກ​ຄົນ, ເປັນ​ພະ​ນັກ​ງານ​ທີ່​ດີ​ເດັ່ນ ແລະ ໄດ້​​ຮັບ​ຄວາມຮັກ​ແພງ​​ຈາກ​ໝູ່​ຮ່ວມ​ງານ​ທັງຫຼາຍ. ສ່ວນ​ສາຍ​ເຫດ​ທີ່​ເຮັດ​ໃຫ້​ລາ​ວ​ຖືກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ບັງ​ຄັບ​ໃຊ້​ກົດ​ໝາຍ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ຈົນ​ເສຍ​ຊີ​ວິດ ​ນັ້ນ​ເປັນ​ພຽງ​ເພາະ​ວ່າ​: ລາວ​ຖືກ​ສົງ​ໄສ​ໃຊ້​ເງິນ​ປອມ. ​ແທ້ໆ​ໄດ໋! ມີ​ແຕ່​ຖືກ​ສົງ​ໄສ​ເທົ່າ​ນັ້ນ​ໄດ໋.

ຫຼັງ​ຈາກ​ນັ້ນ, ປະ​ຊາ​ຊົນ​ທ້ອງ​ຖິ່ນຫຼາຍ​ພັນ​ຄົນ​ບໍ່​ພໍ​ໃຈ​ຢ່າງ​ແຮງ​ຕໍ່​ເຫດ​ການ​ດັ່ງ​ກ່າວ, ​ປະ​ຊາ​ຊົນ​ເລີ່ມ​ເດີນ​ຂະ​ບວນ​ໄປ​ປະ​ທ້ວງ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ແລະ ຖືກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປາບ​ປາມ​ດ້ວຍ​ກຳ​ລັງ​ຮຸນ​ແຮງ. ໃນ​ເມືອງ​ຍັງ​ໄດ້​ເກີດ​ເຫດ​ການ​ປຸ້ນ​ຈີ້, ເຫດ​ການ​ຈູດ​ເຜົາ ແລະ ເຫດ​ການ​ຈະ​ລາ​ຈົນ​ຕ່າງໆ, ສະ​ຖາ​ນະ​ການ​ໃນ​ເມືອງ​ວຸ້ນ​ວາຍ​ຍິ່ງ​ຂຶ້ນ. ການ​ປະ​ທ້ວງ​ຍັງ​ໄດ້​ແຜ່​ລາມ​ໄປ​ເຖິງຫຼາຍ​ຕົວ​ເມືອງ​ຂອງ​ອາ​ເມ​ຣິ​ກາ. ຢູ່​ລອ​ສ ​ແອງເຈີ​ລີ​ສ, ຫຼາຍ​ຄົນ​ໄດ້​ບຸກ​ໂຈມ​ຕີ​ລົດ​ຕຳຫຼວດ, ຈົນ​ເຖິງ​ຂັ້ນ​ຈູດ​ເຜົາ​ທຸງ​ຊາດ​ອາ​ເມ​ຣິ​ກາ.

ຕອນ​ຄ່ຳ​ວັນ​ທີ 27 ພຶດ​ສະ​ພາ​ນີ້, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ພິມ​ຂໍ້​ຄວາມ​ລົງ​ໃສ່ Twitter ວ່າ, ຈະ​ສືບ​ສວນ​ສອບ​ສວນ​ເຫດ​ການ​ດັ່ງ​ກ່າວ​ໂດຍ​ໄວ. ແຕ່​ທີ່​ຈິງ​ແລ້ວ, ເຈົ້າ​ໜ້າ​ທີ່​ຕຳຫຼວດ 4 ຄົນ​ໃນ​ເຫດ​ການ​ດັ່ງ​ກ່າວ​ມີ​ແຕ່​ຖືກ​ປົດ​ຕຳ​ແໜ່ງ​ເທົ່າ​ນັ້ນ.

ທ່ານ​ຈາ​ກົບ ໄຟ​ຣ ເຈົ້າ​ຄອງ​ນະ​ຄອນ​ມິນ​ເນ​ອາ​ໂບ​ລີ​ສ​ກ່າວ​ວ່າ, ຢູ່​ອາ​ເມ​ຣິ​ກາ, ເປັນ​ຄົນ​ຜິວ​ດຳ​ບໍ່​ຄວນ​ໝາຍ​ຄວາມ​ວ່າ​ຈະ​ຖືກ​ພັ້ງ​ມື​ສັງ​ຫານ. ນອກ​ນີ້, “ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ” ລາຍ​ງານ​ວ່າ, ເຈົ້າ​ໜ້າ​ທີ່​ຕຳຫຼວດ 4 ຄົນ​ດັ່ງ​ກ່າວ, ຢ່າງ​ໜ້ອຍ​ມີ 2 ຄົນ​ເຄີຍ​ໃຊ້​ກຳ​ລັງ​ຮຸນ​ແຮງ, ຈົນ​ເຖິງ​ຂັ້ນ​ບັງ​ຄັບ​ໃຊ້​ກົດ​ໝາຍ​ເກີນ​ຂອບ​ເຂດ ແລະ ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີ​ວິດ.

ພວກ​ເຮົາ​ກໍ​ເລີຍ​ຢາກ​ຖາມ​ວ່າ: ຢູ່​ອາ​ເມ​ຣິ​ກາ ທີ່​ໄດ້​ໂຄ​ສະ​ນາ​ວ່າ, ປະ​ເທດ​ຕົນ​ມີ​ປະ​ຊາ​ທິ​ປະ​ໄຕ, ມີ​ຄວາມ​ສະ​ເໝີ​ພາບ ແລະ ປົກ​ຄອງ​ດ້ວຍ​ກົດ​ໝາຍ, ​ແຕ່ເປັນ​ຫຍັງ​ເຫດ​ການ​ພັ້ງ​ມື​ສັງ​ຫານ​ຄົນ​ຜິວ​ດຳ​ມັກ​ເກີດ​ຂຶ້ນ​ເລື້ອຍໆ, ພົນ​ລະ​ເມືອງ​ອາ​ເມ​ຣິ​ກາ​ທີ່​ບໍ່​ແມ່ນ​ຄົນ​ຜິວ​ຂາວ ຍາ​ມ​ໃດ ຈິ່ງ​ຈະ​ມີສິດສະ​ໝີ​ພາບ​ກັນ​ແທ້​ຢູ່​ອາ​ເມ​ຣິ​ກາ.

 

ຄຳ​ເຫັນ

0