何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ຮຽນຫຼາຍ​ທ້ອງ​ຖິ່ນ​ຂອງ​ຈີນ​ຟື້ນ​ຟູ​ການ​ຮຽນ

2020-06-01 15:15:45 CRI

ຫວ່າງ​ມໍ່ໆ​ມາ​ນີ້, ນັກ​ຮຽນ​ຢູ່ຫຼາຍ​ທ້ອງ​ຖິ່ນ​ຂອງ​ຈີນ​ເລີ່ມ​ກັບ​ໄປ​ເຂົ້າໂຮງ​ຮຽນ ແລະ ຟື້ນ​ຟູ​ການ​ຮຽນ.

图片默认标题_fororder_复课1

ເລີ່ມ​ແຕ່​ກາງ​ເດືອນ​ພຶດ​ສະ​ພາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ, ກະ​ຊວງ​ສຶກ​ສາ​ທິ​ການ​ຂອງ​ຈີນ​ໄດ້​ພະ​ຍາ​ຍາມ​ຊຸກ​ຍູ້​ມະ​ຫາ​ວິ​ທະ​ຍາ​ໄລ ໂຮງ​ຮຽນ​ມັດ​ທະ​ຍົມ ແລະ ໂຮງ​ຮຽນ​ປະ​ຖົມໃຫ້​ຟື້ນ​ຟູ​ການ​ຮຽນ​​ການ​ສອນຢ່າງ​ຮອບ​ດ້ານ​ໃນ​ຂະ​ນະ​ດຽວ​ກັນ​ກໍ​ຕ້ອງ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ຕາມຫຼັກ​ວິ​ທະ​ຍາ​ສາດ, ເລັ່​ງລັດ​​ການຟື້ນ​ຟູການ​ສຶກ​ສາ. ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ກຳ​ນົດ​ແຜນ​ການ​ຟື້ນ​ຟູ​ການ​ຮຽນ​ຕ​າມ​ສະ​ພາບ​ຄວາມ​ເປັ​ນ​ຈິງ​ຂອງ​ຕົນ.

 

图片默认标题_fororder_复课2

ຫຼັງ​ຈາກ​ຟື້ນ​ຟູ​ການ​ຮຽ​ນ​ແລ້ວ. ຄູ​ອາຈານ ແລະ ນັກ​ຮຽນ​ນັກ​ສຶກ​ສາ​ໄດ້​ຂຶ້ນ​ຫ້ອງ ແລະ ເລີກ​ຮຽນ​ຕາມ​ເວ​ລາ​ທີ່​ແຕກ​ຕ່າງ​ກັນ. ໃນ​ເວ​ລາ​ນັກ​ຮຽນ​ເຂົ້າ​ໂຮງ​ຮຽນ​ຕ້ອງ​ຍ່າງ​ຕາມ​ເສັ້ນ​ທາງ​ທີ່​ກຳ​ນົດ​ໄວ້, ​ນັກ​ຮຽນ​ຕ້ອງເຂົ້າ​ສູ່​ຊ່ອງ​ທາງກວດ​ກາ​ເພື່ອ​ວັດ​ແທກ​ອຸນ​ຫະ​ພູມ​ຮ່າງ​ກາຍ ແລະ ກວດ​ພິ​ສູດ, ລ້າງ​ມື​ແລ້ວ​ຈຶ່ງ​ເຂົ້າ​ຫ້ອງ​ຮຽນ. ໃນ​ເວ​ລາ​ຂຶ້ນ​ຫ້ອງ​ຕ້ອງ​ເປີດ​ປ່ອງ​ຢ້ຽມ​ໄວ້​ເພື່ອ​ຮັບ​ປະ​ກັນ​​ການ​ລະ​ບາຍອາ​ກາດ​ໃຫ້​ປອດ​ໂປ່ງ, ໂຕະ​ຂອງ​ນັກ​ຮຽນ​ກໍ​ຕ້ອງ​ຮັກ​ສາ​ໄລ​ຍະ​ຫ່າງ​ຕາມ​ຄວາມ​ເໝາະ​ສົມ.

图片默认标题_fororder_复课3

 

ຄຳ​ເຫັນ

0