刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ອະ​ນຸມັດນະ​ໂຍ​ບາຍ​ພື້ນ​ຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ສ້າງ​ຄວາມ​ໜ້າ​ເກງ​ຂາມ​ດ້ານ​ອາ​ວຸດ​ນິວ​ເຄຼຍ

2020-06-03 18:27:14 cri

 

ວັນ​ທີ 2 ມິ​ຖຸ​ນາ​ນີ້, ທ່ານ​ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້ລົງ​ລາຍ​ເຊັນ​ໃນ​ດຳ​ລັດ​ວ່າ​ດ້ວຍນະ​ໂຍ​ບາຍ​ພື້​ນ​ຖາ​ນ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ການ​ສ້າງ​ຄວາມ​ໜ້າ​ເກງ​ຂາມ​ດ້ານອາ​ວຸດ​ນິວ​ເຄຼຍ. ດຳ​ລັດ​ດັ່ງ​ກ່າວ​ມີ​ຜົນ​ບັງ​ຄັບ​ໃຊ້​ແຕ່​ວັນ​ທີ 2 ມິ​ຖຸ​ນາ​ນີ້​ເປັນ​ຕົ້ນ​ໄປ.

ເວັບ​ໄຊ​ຂໍ້​ມູນ​ຂ່າວ​ສານ​ກົດ​ໝາຍ​ຣັດ​ເຊຍ​ໄດ້​ເຜີຍ​ແຜ່​ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ​ໃນ​ມື້​ດຽວ​ກັນ. ເອ​ກະ​ສານ​ລະ​ບຸ​ວ່າ: ຣັດ​ເຊຍ​ຖື​ອາ​ວຸດ​ນິວ​ເຄຼຍ​ເປັນ​ພາ​ຫະ​ນະ​ໃນ​ການ​ສ້າງ​ຄວາມ​ໜ້າ​ເກງ​ຂາມຢ່າງ​ໜຶ່ງ, ພຽງ​ແຕ່​​ຈະ​ນຳໃຊ້​ໃນ​ສະ​ພາບ​ທີ່​ຈຳ​ເປັນ. ຣັດ​ເຊຍ​ຈະ​ໃຊ້​ມາ​ຕະ​ການ​ຈຳ​ເປັນ​ທຸກ​ປະ​ການ​ເພື່ອຫຼຸດ​ຜ່ອນ​ໄພ​ຂົ່ມ​ຂູ່​ຈາກ​ອາ​ວຸດ​ນິວ​ເຄຼຍ, ປ້ອງ​ກັນ​ບໍ່​ໃຫ້​ເກີດ​ມີ​ການ​ປະ​ທະ​ກັນ​ທາງ​ການ​ທະ​ຫານ ເຊິ່ງ​ລວມ​ທັງ​ການ​ປະ​ທະ​ກັນ​ດ້ວຍ​ອາ​ວຸດ​ນິວ​ເຄຼຍ​ຍ້ອນ​ສະ​ຖາ​ນະ​ການ​ສາ​ກົນ​ມີ​ຄວາມ​ເຄັ່ງ​ຕຶງ.

ຄຳ​ເຫັນ

0