何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ກ່າວ​ປະ​ນາມ​ລັດ​ທິ​ຈຳ​ແນກ​ເຊື້ອ​ຊາດຜິວ​ພັນ​ຢ່າງ​ຮຸນ​ແຮງ

2020-06-04 11:06:03 CRI

ວັນ​ທີ 3 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດ​ຂອງ​ອົງ​ການ​ປະ​ເທດ​ອາ​ຟ​ຣິ​ກາ ຄາ​ຣີ​ບຽນ ແລະ​ປາ​ຊິ​ຟິກ ຫຼື OACPS, ທ່ານ​ມາ​ຕາ​ເມ​ລາ ຣາ​ມາ​ໂຟ​ຊາ ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້ ທັງ​ເປັນ​ປະ​ທານ​ໝູນ​ວຽນ​ຂອງ​ສະ​ຫະ​ພາບ​ອາ​ຟ​ຣິ​ກາໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ອີກ​ເທື່ອ​ໜຶ່ງ​ຕໍ່​ລັດ​ທິ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ, ທັງ​ກ່າວ​ເນັ້ນ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ຂີດ​ຕໍ່​ອົງ​ການ​ອະ​ນາ​ໄມ​ໂລກ ກໍ​ຄື ທ່ານ​ເທ​ໂດຼ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ.

 

ທ່ານ​ຣາ​ມາ​ໂຟ​ຊາ​ກ່າວ​ວ່າ, ໃນຫຼາຍ​ສະ​ຕະ​ວັດ​ຜ່ານ​ມາ, ອາ​ຟ​ຣິ​ກາ​ໄດ້ຮັບຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຈາກ​ລັດ​ທິ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ, ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ຄາດ​ຄະ​ກຳ​ທ້າວ​ຟ​ລອຍ​ທີ່ເ​ກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ, ທົ່ວ​ໂລກ​ຄວນ​ສາ​ມັກ​ຄີ​ເປັນ​ເອ​ກະ​​ພາບກັນ​ເພື່ອ​ຄັດ​ຄ້ານ​ລັດ​ທິ​ຈຳ​ແນກ​ເຊື້ອ​ຊາດ​​ຜິວ​ພັນໃນ​ທຸກ​ຮູບ​ແບບ, ທັງ​ບໍ່​​ໂຍະ​ຍານ​ໃຫ້​ລັດ​ທິ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ແມ່ນ​ແຕ່​ໜ້ອຍ​ດຽວ.

ຄຳ​ເຫັນ

0