吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມຣິກາ​ຄວນ​ຮັບ​ຟັງ ​ແລະ​ແກ້​ໄຂ​​ຂໍ້​ຮຽກຮ້ອງໃຈກາງ​ຂອງ​ການ​ປະ​ທ້ວງ

2020-06-04 16:06:17 cri

ວັນ​ທີ 3 ມິຖຸນາ​ນີ້, ທ່ານນາງ​ມີ​ແຊນ ບາ​ເຊ​ວ​ເລດ ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ດ້ານ​ວຽກ​ງານສິດທິ​ມະນຸດຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ 2 ວັນ​ລຽນຕິດ​, ທ່ານນາງ​ກ່າວ​ວ່າ: ຖ້າ​ຢາກ​ໃຫ້​ສະພາບ​ການທີ່​ໜ້າ​ສັງ​ເວດ​ທີ່​ເກີດ​ຈາກ​ລັດທິຈຳ​ແນ​ກ​ເຊື້ອ​ຊາດຜີວ​ພັນ ​ແລະການ​ໃຊ້​ກຳລັງ​ຮຸນ​ແຮງສິ້ນ​ສຸດ​ລົງ, ຕ້ອງ​ຮັບ​ຟັງ ​ແລະ​ແກ້​ໄຂ​​ຂໍ້​ຮຽ​ກຮ້ອງ​ໃຈກາງຂອງ​ການ​ປະ​ທ້ວງ​ທີ່​ເກີດ​ຂຶ້ນ​ຢູ່​ຫຼາຍ​ກວ່າ 100 ​ຕົວເມືອງ​ຂອງ​ອາ​ເມຣິກາ.

ທ່ານນາງ​ກ່າວ​ຕື່ມ​ວ່າ: ຕ້ອງ​ຮັບ​ຟັງສຽງ​ຮຽກຮ້ອງ​ໃຫ້​ຢຸດຕິ​ການ​ເຂັ່ນຂ້າ​ພົນ​ລ​ະ​ເມືອງ​ອາ​ເມຣິກາ​ເຊື້ອ​ສາຍອາ​ຟຣິກາທີ່​ບໍ່​ມີ​ອາວຸດ, ຕ້ອງ​ຮັບ​ຟັງ​ສຽງ​ຮຽກຮ້ອງ​​ໃຫ້​ຢຸດຕິ​ການ​ບັງຄັບ​ໃຊ້​ກົດໝາຍ​ດ້ວຍ​ຄວາມ​ຮຸນ​ແຮງ​ຂອງ​ຕຳຫຼວດ, ຕ້ອງ​ຮັບ​ຟັງສຽງ​ຮຽກຮ້ອງ​ໃຫ້​ຕໍ່ຕ້ານ​ລັດທິ​ຈຳ​ແນ​ກ​ເຊື້ອ​ຊາດ​ຜີວພັນທີ່​ມີ​ລັກສະນະ​ທ້ອງ​ຖິ່ນ ​ແລະ​ໂຄງ​ປະກອບທີ່​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ໃນ​ສັງຄົມ​ອາ​ເມຣິກາ. ທ່ານ​ນາງກ່າວ​ເນັ້ນ​ວ່າ: ​ບໍ່​ວ່າ​ເວລາ​ໃດ, ​ໂດຍ​ສະ​ເພາະ​ເມື່ອ​​ເກີດ​ວິ​ກິດ​ການ, ຜູ້ນຳ​ຂອງ​ຊາດ​ໜຶ່ງ​ຕ້ອງ​ກ່າວ​ປະນາມ​ລັດ​ທິຈຳ​ແນ​ກ​ເຊື້ອ​ຊາດ​ຜີວພັນ​ຢ່າງ​ຈະ​ແຈ້ງ, ຕ້ອງ​ພິຈາລະນາ​ຄືນ​ສາ​ເຫດ​ທີ່​ເຮັດ​ໃຫ້​ປະຊາຊົນ​ໂມ​ໂຫ, ຕ້ອງຮຽນ​ຮູ້​ການ​ຮັບ​ຟັງ ​ແລະ​ຮ່ຳ​ຮຽນ​ໃຫ້​ຫຼາຍ, ທັງ​​ນຳ​ໃຊ້​ການ​ກະທຳທີ່​ສາມາດ​ແກ້​ໄຂບັນຫາ​ຄວາມ​ບໍ່​ສະ​ເໝີ​ພາບ​ໄດ້​ຢ່າງ​ແທ້​ຈິງ.

 

ຄຳ​ເຫັນ

0