刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່າວ​ວ່​າ: ເຫດ​ການ​ທ້າວ​ຈອດ ຟ​ລອຍ​ເປັນ​ໂອ​ກາດ​ໃຫ້​ອາ​ເມ​ຣິ​ກາພິ​ຈາ​ລະ​ນາ​ບັນ​ຫາ​ຂອງ​ໂຄງ​ປະ​ກອບ​ປະ​ເທດ​ຕົນ

2020-06-04 11:32:32 CRI

 

ວັນ​ທີ 3 ມິ​ຖຸ​ນາ​ນີ້, ທ່ານ​ບາ​ຣັກ ໂອ​ບາ​ມາ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້ກ່າວ​ຄຳ​ປາ​ໄສ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ເຫດ​ການ​ທ້າວ​ຈອດ ຟ​ລອຍ ໂດຍ​ກ່າວ​ວ່າ: ການ​ເສຍ​ຊີ​ວິດ​ຂອງ​ທ້າວ​ຈອດ ຟ​ລອຍ​ໄດ້​ເຮັດ​ໃຫ້ທົ່ວ​ປະ​ເທດ​ເກີດ​ມີ​ຄວາມ​ປັ່ນປ່ວນ​ວຸ້ນ​ວາຍ, ນີ້​ເປັນ​ໂອ​ກາດ​ທີ່​ເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຮັບ​ຮູ້​ແລະ​ແກ້​ໄຂ​ບັນ​ຫາ​​ສິ່ງທ້າ​ທາຍ​ແລະ​​ໂຄງ​ປະ​ກອບຂອງ​ປະ​ເທດ. ທ່ານ​ກ່າວ​ວ່າ: ບັນ​ຫາ​ເຫຼົ່າ​ນີ້​ແມ່ນ​ຜົນ​​ຂອງ​ການ​ຈຳ​ແນກ​ແລະ​ລັດ​ທິ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ທີ່​ຫັນ​ເປັນ​ລະ​ບຽບ​ການ, ລັດ​ທິ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ຄື​ພາ​ຍາດ​ລະ​ບາດ, ແມ່ນ​​ເຄາະ​ກຳ​ທີ່​ເກີດ​ຂຶ້ນ​ໃນ​ສັງ​ຄົມ​ຂອງ​ພວກ​ເຮົາ. ທ່ານ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຈົ່ງ​ຮ່ວມ​ກັນ​ພະ​ຍາ​ຍາມ​ຮັບ​ມື​ກັບ​ບັນ​ຫາ​ເຫຼົ່າ​ນີ້, ຕໍ່ສູ້​​ກັບ​ບັນ​ຫາ​ເຫຼົ່າ​ນີ້ ເພື່ອ​ປ່ຽນ​ແປງ​ອາ​ເມ​ຣິ​ກາ​ແລະ​ບັນ​ລຸ​ອຸ​ດົມ​ການ​ອັນສູງ​ສຸດ​ທີ່​​ໄດ້ສະ​ຖາ​ປະ​ນາ​ປະ​ເທດ​ຊາດ.

ທ່ານ​ບາ​ຣັກ ໂອ​ບາ​ມາ​ຍັງ​ເຕືອນ​ໃຫ້​ເຈົ້າ​ໜ້າ​ທີ່​​ປົກ​ຄອງແລະ​ປະ​ຊາ​ຊົນ​ທ້ອງ​ຖິ່ນ, ຮ່ວມ​ກັນ​ພິ​ຈາ​ລະ​ນາ​ຄືນ​ໃໝ່​ຕໍ່​ບັນ​ຫາ​ທີ່​ໃຊ້​ກຳ​ລັງ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ ​ທັງດຳ​ເນີນ​ການ​ປະ​ຕິ​ຮູບ​ກ່ຽວ​ກັບ​ບັນ​ຫາ​ນີ້.

ຄຳ​ເຫັນ

0