吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສັງຄົມ​ອາ​ເມຣິກາ​ຕ້ອງ​ດຳ​ເນີນ​ການ​ປະຕິ​ຮູບ​ຢ່າງ​ເລິກ​ເຊິ່ງ

2020-06-04 16:07:03 cri

ວັນ​ທີ 3 ມິຖຸນາ​ນີ້, ທ່ານ​ມາຕີ​ນ ຊັງ​ກົງ ​ເລຂາ​ທິການ​ໃຫຍ່​ສະຫະພາບລັດຖະສະພາສາກົນ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ: ປັດຈຸ​ບັນ​ນີ້, ການ​ປະ​ທ້ວງ​ທີ່​ເກີດ​ຂຶ້ນ​ຢູ່​ແຫ່ງ​ຕ່າງໆ​ໃນ​ອາ​ເມຣິກາ​ໄດ້​ສະທ້ອນ​​ເຖິງ​ຄວາມ​ຂັດຂ້ອງ​ມອງ​ໃຈ​ຂອງ​ປະຊາຊົນ​ອາ​ເມຣິກາຍ້ອນ​ບັນຫາ​ການຈຳ​ແນ​ກ​ເຊື້ອ​ຊາດ​ຜີວພັນ ​ແລະ​ບັນຫາ​​ຄວາມ​ບໍ່ສະ​ເໝີ​ພາບທີ່​ຍັງ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ມາ​ເປັນ​ເວລາ​ດົນ​ນານ.

ທ່ານ​ກ່າວ​ວ່າ: ​ທຸກ​ສິ່ງ​ຢ່າງ​ທີ່​ເກີດ​ຂຶ້ນ​ຢູ່​ອາ​ເມຣິກາ​​ໃນ​ປັດຈຸບັນມີ​ຕົ້ນ​ເຫດ​ມາ​ຈາກ​ປະຫວັດສາດຂອງລະບອບ​ຂ້າ​ທາດ​ຢູ່​ອາ​ເມຣິກາ. ການຈຳ​ແນ​ກ​ເຊື້ອ​ຊາດ​ຜີ​ວພັນ​ໄດ້​ເກີດ​ຂຶ້ນ​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ. ​ເຫດການ​ກ່ຽວ​ກັບການ​ບັງຄັບ​ໃຊ້​ກົດໝາຍ​ດ້ວຍ​ຄວາມ​ຮຸນ​ແຮງ​ຂອງ​ຕຳຫຼວດ​ອາ​ເມຣິກາ​ເຮັດ​ໃຫ້​ພົນລະ​ເມືອງ​ອາ​ເມຣິກາ​​ເຊື້ອສາຍ​ອາ​ຟຣິກາ​ເສຍ​ຊີ​ວິດ​ນັ້ນ​ໄດ້​ພາ​ໃຫ້​ເກີດ​ການ​ປະ​ທ້ວງ​ຢ່າງ​ກວ້າງຂວາງ, ບໍ່​ພຽງ​ແຕ່​ມີ​ຄົນ​ຜີວ​ດຳ​ເຂົ້າ​ຮ່ວມ, ຍັງ​ມີຄົນ​ຜີວ​ຂາວ​ຈຳນວນ​ຫຼາຍ​ກໍ​ໄດ້​ເຂົ້າ​ຮ່ວມ​ເຊັ່ນ​ກັນ. ທ່ານ​ມາຕີ​ນ​ເຫັນ​ວ່າ: ຢາກ​ແກ້​ໄຂບັນຫາ​ການຈຳ​ແນ​ກ​ເຊື້ອ​ຊາດ​ຜີວພັນ, ຄວາມ​ບໍ່​ສະ​ເໝີ​ພາບ ​ແລະ​ບັນຫາ​ອື່ນໆຢູ່​ສັງຄົມ​ອາ​ເມຣິກາທີ່​ໄດ້​ສະ​ສົມ​ມາ​ເປັນ​ເວລາ​ດົນ​ນານ​ນັ້ນ, ​ແມ່ນຕ້ອງດຳ​ເນີນ​ການ​ປະຕິ​ຮູບ​ຢ່າງ​ເລິກ​ເຊິ່ງ.

ຄຳ​ເຫັນ

0