郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິມສາລະຄະດີເລື່ອງ “ທິດທາງຍຸດທະສາດການປົກຄອງປະເທດຂອງທ່ານສີຈິ້ນຜິງ:ໄລຍະ 5 ປີຜ່ານມາຂອງຈີນ“

2020-06-04 15:42:27 cri

ຫວ່າ​ງ​ມໍ່ໆ​ມານີ້ ຟິມສາລະຄະດີ “​ທິດ​ທາງຍຸດ​ທະສາດ​ການປົກ​ຄອງ​ປະ​ເທດ​ຂອງ​ທ່ານ​ສີ​ຈິ້​ນ​ຜີງ: ໄລ​ຍະ5ປີ​ ຜ່ານມາຂອງຈີນ” ທີ່ອອກອາ​ກາດ​ໃນ​ຊ່ອງ Discovery ຂອງອາ​ເມ​ຣິ​ກາ​​ກຳລັງໄດ້ຮັບຄວາມນິຍົມ​ຫຼາຍ!

图片默认标题_fororder_1407844639

ຟິມສາລະຄະດີ​ທາງ​ໂທ​ລະ​ພາບ​ເລື່ອງນີ້ ​ມີ​ສາມ​ພາກ, ເລີ່ມ​ອອກອາກາດ​ໃນ ເຄືອຂ່າຍ​ໂທ​ລະ​ພາບ​ອາ​ຊີ​ປາ​ຊິ​ຟິກຂອງຊ່ອງດິສກາເວີຣີ​ເປັນຄັ້ງທຳອິດຢູ່ 37 ປະ​ເທດ​ແລະ​ເຂດ​ແຄວ້ນ ຄື​: ຍິ່​ປຸ່ນ, ສ.ເກົາ​ຫຼີ, ອົ​ສ​ຕຼາ​ລີ ​ເປັນ​ຕົ້ນ ​ລວ​ມມີຜູ້ເຂົ້າ​ຊົມ​ຫຼາຍກວ່າ200ລ້ານ​ຄົນ. ນີ້​ແມ່ນ​ສື່ມວນ​ຊົນ​ທີ່ມີຊື່ສຽງຂອງສາ​ກົນ​ ໄດ້​ນຳເອົາ ແນວຄວາມ​ຄຶດ​ການ​ປົກ​ຄອງ​ປະ​ເທດ​ຂອງ​ທ່ານ  ສີ​ຈິ້ນ​ຜິງ​ຢ່າງ​ເປັນ​ລະ​ບົບ​ແລະ​ຮອບ​ດ້ານໄປອອກອາກາດ​ເປັນ​ຄັ້ງ​ທຳ​ອິດ, ທັງໄດ້ລົງ​ເລິກ​ວິເຄາະວ່າ: ແມ່ນ​ຫຍັງ​ກັນແທ້​ທີ່​ສາ​ມາດ​ປ່ຽນ​ແປງ​ປະ​ເທ​ດ​ຈີນ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ບົດ​ຮຽນ​ພິ​ເສດ​ຂອງ​ຈີນ​ສາ​ມາດ​ນຳ​ເອົາ​ຫຍັງແດ່​ມາ​ໃຫ້ກັບ​ໂລກ, ແລະ​ແຫຼ່ງ​ພະ​ລັງ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ເອງ​ມາຈາກໃສກັນແທ້?

ໃນ​ສາມ​ພາກຂອງຟິມສາລະຄະດີ ມີ​ເນື້ອ​ໃນ​ກະ​ທັດ​ຮັດ, ມີ​ນັກສັງ​ເກດປະເທດຈີນລະ​ດັບ​ໂລກຈຳ​ນວນ​ໜຶ່ງ​ ໄດ້​ໃຫ້ທັດສະນະກ່ຽວກັບເລື້ອງນີ້​, ເຮັດ​ໃຫ້​ຜູ້​ຊົມສາມາດ​ເຫັນ​ຂໍ້​ມູນໂດຍຜ່ານການຄົ້ນ​ຄວ້າ​ ແລະເອກະສານ​ພິ​ເສດ​ແຕ່​ຝ່າຍ​ດຽວ​ທີ່ຖ່າຍທຳຢູ່ຫຼາຍ​ທະ​ວີບ​.

​ຟິມສາລະຄະດີເລື່ອງ “​ທິດ​ທາງຍຸດ​ທະສາດ​ການປົກ​ຄອງ​ປະ​ເທດ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ:​ ໄລ​ຍະ 5 ປີຜ່ານ​ມາຂອງຈີນ​” ມີ​ຜູ້​ດຳ​ເນີນ​ລາຍ​ການ​ໜຸ່ມ 3 ຄົນ​ທີ່​ມາ​ຈາກ​ຂົງ​ເຂດ​ຕ່າງ​ກັນ, ເຂົາ​ເຈົ້າ​ແມ່ນນັກ​ວິ​ຊາ​ການ​ທີ່​ຕ່າງ​ກັນ, ມີທັດສະນະ ແລະ ການເບິ່ງບັນຫາກ່ຽວກັບເລື້ອງນີ້​ກໍ​ຕ່າງ​ກັນ, ສະ​ນັ້ນ ​ຈິ່ງ​ສາມາດຊີ້ໃຫ້ເຫັນໃນຫຼາຍ ແງ່ມູມໃນຟິມສາລະຄະດີດັ່ງກ່າວຢ່າງມີ​ຊີ​ວິດ​ຊີ​ວາຫຼາຍ,ເຮັດ​ໃຫ້​ຜູ້​ຊົມຮູ້ສຶກວ່າປານ ໄດ້ຢູ່ໃນເຫດການຈິງ,ແລະ ສາມາດ​ດຶງ​ດູດຄວາມສົນໃຈຂອງ​ຊາວ​ໂລກ​ທັງຫຼາຍ.

ເລີ່ມ​ຕົ້ນຟິມສາລະຄະດີ, ທ່ານ ​ຕານ​ປີ​ຊາ ໂມ​ຢົກ ນັກ​ເສດ​ຖະ​ສາດ​ຊຳ​ບີ​ເວົ້າ​ວ່າ: ຂ້າພະເຈົ້າ​ບໍ່​ຢາກຕື່ນ​ຂຶ້ນ​ມາແລ້ວພົບ​ວ່າ​: ຕົນ​ເອງກາຍ​ເປັນ​ປະ​ທານ​ປະ​ເທດຈີນແລ້ວ ແລະ​ມີ​ປະຊາກອນເກືອບ 1,4 ຕື້​ຄົນ​ກຳ​ລັງ​ຄອງ​ຄອຍໃຫ້ຂ້າພະເຈົ້າ​ມາ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຕົນ​ໃຫ້​ດີ​ຂຶ້ນ. ເຊິ່ງ​ນີ້ເປັນ​ສິ່ງ​ທ້​າທາຍ​ທີ່ສູງເກີນໄປ.

图片默认标题_fororder_1054810603

ສ່ວນ​ພາກທີໜຶ່ງທີ່ຊື່​ວ່າ “ຄວາມຄິດຮອດຄິດເຖິງປະຊາຊົນ” ຂອງຟິມສາລະ ຄະດີເລື່ອງນີ້ ໄດ້​ບັນ​ຍາຍ​ແນວ​ຄວາມ​ຄິດ​ການ​ປົກ​ຄອງ​ປະ​ເທດ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໂດຍ​ຜ່ານ​ປະ​ສົບ​ການ​ຂອງ​ຊາວ​ຈີນ​ຄົນ​ທຳ​ມະ​ດາ​ຈຳນວນໜຶ່ງ.

ສຳ​ລັບຊາວ​ນາ​ຜູ້​ປູກ​ຕົ້ນໝາກກີວີ, ​ຜູ້​ຂັບ​ລົດ​ຕັກ​ຊີ​ທີ່ຄາວຽກຫຼາຍຢູ່​​ນະ​ຄອນ​ຫຼວງ​ປັກ​ກິ່ງ, ເດັກ​ຍິງ​ທີ່​ມີ​ຄວາມ​ໄຝ່​ຝັນ​ດ້ານ​ບານ​ເຕະ, ເຈົ້າ​ຂອງ​ຮ້ານ​ຄ້າ​ໃນ​ເມືອງ​ນ້ອຍ ທີ່​ໃຊ້​ວິ​ທະ​ຍາດ​ເຕັກ​ນິກ​ປ່ຽນ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຕົນ, ຟິມສາລະຄະດີ ເລື່ອງນີ້​ ໄດ້​ສະ​ທ້ອນ​ໃຫ້​ເຫັນ​ຊີ​ວິດ​ຈິງ​ແລະ​ຄວາມ​ຮູ້​ສຶກທີ່​ແທ້​ຈິງຂອງ​ເຂົາ​ເຈົ້າ.

ມີ​ແມ່​ເຖົ້າ​ຄົນ​ໜຶ່ງ ຊື່ ຊື​ພາຍ​ຈ່ວນ, ຜົວ​ເສຍຊີວິດ​ໄປ​ແລ້ວ, ລູກ​ຂອງລາວກໍ​ຍ້າຍ​ໄປ​ຕັ້ງ​ເຮືອນໃໝ່​ໃນ​ເມືອງ. ເຮືອນ​ຂອງ​ລາວ​ຢູ່​ບ້ານ​ຊື​ປ່າດົ້ງ (ແປວ່າບ້ານ 18 ຖ້ຳ) ເຊິ່ງເປັນ​ບ້ານ​ນ້ອຍໆ ​ຢູ່​ແຂວງ​ຮູນານ, ໃນ​ຫຼາຍ​ປີ​ຜ່ານ​ມາ ບ້ານແຫ່ງນີ້ບໍ່​ມີ​ທາງເຂົ້າ​ອອກ.

ແມ່ເຖົ້າ​ຊື​ພາຍ​ຈ່ວນ​ເວົ້າ​ວ່າ: ​ໃນ​ຕອນທີ່ລາວຫາກໍມາຢູ່ທີ່ນີ້, ການ​ດຳ​ລົງ​ຊີ​ວິດ​ພົບກັບຄວາມຫຍຸ້ງຍາກລຳບາກຫລາຍ. ລາວເລົ່າຕໍ່​ວ່າ, ຕອນ​ຂ້ອຍ​ແຕ່ງ​ງານ​ຢູ່​ທີ່ນີ້, ຊາວ​ບ້ານ​ໃຜໆກໍທຸກຍາກຫລາຍ, ເສັ້ນທາງພາຍໃນບ້ານກໍສຸດທີ່​ຂີ້​ຮ້າຍ​ຫຼາຍ. ຕອນນັ້ນ, ຄົນ​ທັງ​ຫຼາຍ​ລ້ວນ​ແຕ່​ເຮັດ​ໄຮ່​ເຮັດນາ, ບໍ່​ມີ​ລາຍ​ຮັບອື່ນໃດ, ຊີ​ວິດ​ການ​ເປັນ​ຢູ່​ແສນສາຫັດ​.

ສ່ວນ​ໃນ​ປີ 2013, ໃນ​ມາດ​ຕະ​ການ​ໃໝ່​ເພື່ອ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໂດຍ​ມີເປົ້າໝາຍທີ່ແນ່ນອນ, ບ້ານ​ຊື​ປ່າດົ້ງຈຶ່ງ​ຖືກ​ຄັດເລືອກ​ໃຫ້ເປັນ​ຈຸດ​ທົດ​ລອງ. ນະ​ໂຍ​ບາຍ​ທີ່ເຂົ້າໃຈ​​ງ່າຍ​ຫຼາຍ ນັ້ນ​ກໍ​ຄື: ຊອກ​ຄອບ​ຄົວ​ທີ່ທຸກ​ຍາກ​ທີ່​ສຸດ​ໃນ​ບ້ານ​ທຸກ​ຍາກ​ທີ່​ສຸດ​ຂອງ​ຈີນ, ແລ້ວ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າໃຫ້ສາມາດ​ບັນ​ລຸ​ເປົ້າ​ໝາຍໃນການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ດ້ວຍ​ຕົນ​ເອງ​. ແຜນ​ການຫລຸດຜ່ອນ​ຄວາມ​ທຸກ​ຍາກ ບໍ່​ແມ່ນ​ໃຫ້ເງິນອຸດໜູນແບບງ່າຍໆ, ຫາກ​ແມ່ນການ​ນຳ​ພາ​ຊາວ​ບ້ານໃຫ້ມີຄວາມ​ສາ​ມັກ​ຄີ​ກັນບຸກ​ບືນ​ສູ້​ຊົນ, ສ້າງ​ຄວາມ​ເຊື່ອ​ໃຈ​ຄືນ​ໃໝ່ທີ່ກ້າຈະສະ​ແຫວງ​ຫາ​ຄວາມ​ໄຝ່​ຝັນຂອງຕົນ.

ປ້າ​ຊື​ແລະ​ ຄົນເຮືອນໃກ້ຄຽງ ​ໄດ້ນຳ​ເອົາ​ເງິນຂອງກອງທຶນລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃນສ່ວນຂອງຕົນ ​ແລະ​ ເງິນ​ຝາກ​ທະ​ນາ​ຄານ​ສ່ວນ​ບຸກ​ຄົນ ພາ​ກັນ​ໄປລົງ​ທຶນ​ເຮັດສວນຕົ້ນໝາກກີວີໃນເນື້ອທີ່ 600 ກວ່າເຮັກ​ຕາ.

ຫົວໜ້ານິຄົມສວນໝາກກີວີບອກ​ກັບລາວ​ວ່າ: ປີນີ້​ອາດ​ຈະ​ໄດ້​ເງິນ 1 ພັນ​ກວ່າ​ຢວນ, ເມື່ອ​ຮອດ​ປີທີ່ສາມາດເກັບ​ກ່ຽວຜົນຜະລິດ​ຈະ​ໄດ້​ເງິນ 5 ພັນ​ຢວນ​ພຸ້ນໄດ. ປ້າ​ຊື​ຈິ່ງ​ດີ​ໃຈຫຼາຍ ​ເລີຍຍຶ້ມນ້ອຍຍິ້ມໃຫຍ່​ແລະ​ເວົ້າ​ວ່າ: ຫຼັງ​ຈາກ​ກັບ​ເມືອ​ບ້ານ​ແລ້ວ, ຈະ​ບອກ​ຊາວ​ບ້ານ​ວ່າ: ສວນ​ໝາກກີວີມີ​ທ່ວງ​ທ່າ​ທີ່​ດີ, ມີຄວາມ​ແນ່ນອນໃນການ​ສ້າງລາຍຮັບທີ່ໄດ້ເງິນຫລາຍ.

ນາງ​ຍັງ​ຈື່​ສະ​ພາບການເມື່ອ​ປີ 2013, ຕອນທີ່ທ່ານ ​ສີ​ຈິ້ນ​ຜິງ​ ໄປ​ຢາມ​ເຮືອນ​ລາວ​ໃນ​ເວ​ລາ​ໄປສຳ​ຫຼວດກວດກາວຽກງານ​ຢູ່​ບ້ານ​ຊື​ປ່າດົ້ງ. ເວ​ລານັ້ນ, ນາງ​ບໍ່​ຮູ້​ວ່າ​ຄົນຜູ້​ນີ້​​ແມ່ນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ. ຕອນນັ້ນ ເພິ່ນ​ໄດ້​ຢືນ​ຢູ່​ໜ້າ​ປະ​ຕູ​ເຮືອນ​ຕົນ ແລະ​ຖາມ​ຂໍ້​ປີກ​ຍ່ອຍ​ທຸກ​ຢ່າງ​ໃນ​ຊີ​ວິດການເປັນຢູ່​ຂອງ​ນາງ​ຢ່າງ​ລະ​ອຽດ. ຈາກນັ້ນ​ສາມມື້, ນາຍ​ບ້ານ​ໄດ້​ສົ່ງ​ໂທ​ລະ​ພາບ​ໜ່ວຍ​ໜຶ່ງ​ມາ​ໃຫ້​ນາງເບິ່ງ. ດຽວນີ້​ປ້າ​ໄດ້​ເບິ່ງ​ໂທ​ລະ​ພາບ​ທຸກ​ຄືນ, ທັງ​ຮູ້​ວ່າ ​ຜູ້ທີ່ເຄີຍຢືນລົມກັບປ້າຕໍ່ໜ້າເຮືອນໃນເມື່ອ ກ່ອນ,  ເພິ່ນ​ກໍ​ແມ່ນ​ປະ​ທານ​ປະ​ເທດ​ຂອງ​ພວກ​ເຮົາ.

图片默认标题_fororder_1325272502

ຕອນ “ຄວາມຄິດຮອດຄິດເຖິງປະຊາຊົນ”ນີ້ ​ທັງ​ໄດ້​ຫວນ​ຄືນ​ເສັ້ນ​ທາງການ​ປົກ​ຄອງຈາກບ້ານຮອດເມືອງ, ແຂວງ ຕະຫຼອດຮອດປະເທດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ແລະ​ໄດ້ວິເຄາະຜົນ​ສະ​ທ້ອນ​ຂອງ​ບົດ​ຮຽນ​ທີ່​ມີຕໍ່​ແນວ​ຄວາມ​ຄຶດ​ການ​ກຳ​ອຳ​ນາດ​ຂອງ​ທ່ານ.

ພ້ອມ​ກັນ​ນັ້ນ, ຕອນນີ້​ທັງ​ໄດ້​ວິເຄາະວ່າ: ບົດ​ຮຽນ​ການປົກ​ຄອງບ້ານ, ເມືອງ ຕະຫຼອດຮອດ​ປະ​ເທດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ​ໄດ້​ມີຜົນສະທ້ອນແນວ​ໃດ​ເຖິງ​ແນວ ຄວາມ​ຄຶດ​ຂອງ​ທ່ານກ່ຽວກັບ “​ຄ​ວາມ​ໄຝ່​ຝັນ​ຂອງ​ຈີນ”, ແລະ​ ມີຜົນສະທ້ອນແນວ ໃດ ເຖິງ​​ຄຳ​ໝັ້ນ​ສັນ​ຍາທີ່ເປີດເຜີຍຂອງທ່ານກ່ຽວກັບ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນ. ຕົວ​ເລກສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ຢູ່ຈີນ​ ຍັງ​ມີ 50 ລ້ານ​ຄົນ​ໄດ້​ດຳ​ລົງ​ຊີ​ວິດ​ແບບ​ຕ່ຳ​ກວ່າ​ເສັ້ນ​ທຸກ​ຍາກ​ທີ່​ອົງ​ການ​ສ​ະຫະ​ປະ​ຊາ​ຊາດກຳ​ນົດ​ໄວ້.

ຢູ່​ບ້ານ​ລຽງ​ເຈ່ຍ​ເຮີເມືອງຢຽນ​ຊ່ວນ​ແຂ​ວງ​ສານ​ຊີ່​, ທ່ານ ​ສີ​ຈິ້ນ​ຜິງ​ ເຄີຍ​ດຳ​ລົງ​ຊີ​ວິດ​ຢູ່ແຫ່ງນັ້ນເປັນ​ເວ​ລາ 7 ປີ ໃນ​ໄວ​ອາ​ຍຸພຽງ 15 ປີ.

ລີວ​ຈິ່ນ​ລຽນ ເຈົ້າຂອງຮ້ານຂາຍເຄື່ອງ​ນ້ອຍໆ​ຫວ​ນ​ຄືນ​ວ່າ: ທ່ານ ​ສີ​ຈິ້ນ​ຜິງ​ເປັນ​ຄົນ​ມັກ​ຊ່ວຍ​ເຫຼືອ​ຄົນ​ອື່ນ, ເພິ່ນ​ກໍ​ພົບ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ຄືກັນກັບ​ຊາວ​ເຂດ​ພູ​ດອຍ​ພວກ​ເຮົາ​, ພວກ​ເຮົາ​ຫາບ​ຂີ້, ເພິ່ນ​ກໍ​ເຮັດ​ຄື​ກັນ ບໍ່​ໄດ້​ຕ່າງ​ຫຍັງກັນ​ເລີຍ.

ໃນ​ເວ​ລາ​ອາ​ຍຸ 20 ປີ ທ່ານ ​ສີ​ຈິ້ນ​ຜິງ ​ຖືກ​ເລືອກ​ຕັ້ງໃຫ້​ເປັນ​ເລ​ຂາໜ່ວຍ​ພັກ​​ບ້ານ, ຈາກນັ້ນ ​ກໍ​ເລີ່ມ​ກ້າວເຂົ້າ​ສູ່ເສັ້ນທາງ​ການເມືອງການປົກຄອງ. ເພິ່ນໄດ້ສ້າງ ຜົນງານ​ທຳ​ອິດ​ໃຫ້​ກັບທົ່ວ​ບ້ານ ​ກໍ​ແມ່ນການສ້າງ​ໂຮງ​ງານ​ຫຼໍ່​ແລະ​ໂຮງສີເຂົ້າ. ນອກນີ້, ທ່ານ​ຍັງ​ປຸກລະດົມປວງ​ຊົນ​ສ້າງ​ຄັນ​ນາ​ຂີ້​ຕົມ ເຊິ່ງ​ເຮັດ​ໃຫ້​ຊາວ​ບ້ານ​ມີ​ເນື້ອທີ່ນາ​ຫຼາຍກວ່າ​ເກົ່າ.

ເລ​ຂາໜ່ວຍ​ພັກ​ບ້ານ​ລຽງ​ເຈ່ຍ​ເຮີ​ເວົ້າ​ວ່າ: ໃນ​ເວ​ລາ​ສ້າງ​ຄັນ​ນາ, ເພິ່ນນຳໜ້າ​ເຮັດ​ວຽກ​ທຸກ​ຢ່າງ. ເພິ່ນ​ຍູ້​ລໍ້, ຊວ້ານດິນ. ທ່ານ ​ສີ​ຈິ້ນ​ຜິງ​ ຍາດ​ເຮັດ​ວຽກໃນສະພາບ​ທີ່​ເປື້ອນໆ​ເມື່ອຍໆ, ສະ​ນັ້ນ​ຄົນ​ທັງ​ຫຼາຍ​ລ້ວນ​ແຕ່​ໃຫ້ການເຄົາ​ລົບ​ນັບ​ຖື​ແລະເຊື່ອໃຈ​ເພິ່ນ.

ທ່ານ​ແຄ​ຣີ ບ​ຣາງ ນັກ​ວິທະຍາສາດຈີນສຶກສາ​ຂອງ​ອັງ​ກິດ​ເວົ້າ​ວ່າ: ກໍ​ຍ້ອນ​ວ່າ​ທ່ານ ​ສີ​ຈິ້ນ​ຜິງ ​ເຄີຍ​ດຳ​ລົງ​ຊີ​ວິດ​ໃນເງື່ອນໄຂທີ່​ທຸກ​ຍາກ​ລຳບາກຂະໜາດນີ້, ເພິ່ນ​ຈິ່ງ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ທີ່ສຸດໃນ​ເວ​ລາ​ກ່າວ​ເຖິງທິດ​ທາງ​ຍຸດ​ທະ​ສາດ​ແຫ່ງ​ການ​ປົກ​ຄອງ​ປະ​ເທດ.

图片默认标题_fororder_977680264

ໃນ​ຖາ​ນະ​ເປັນ​ຜູ້​ນຳ​ຂອງ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ, ການ​ສ້າງ​ຄວາມ​ຮັກ​ແພງທີ່​ແທ້​ຈິງ​ກັບ​ຊາວຊົນ​ນະ​ບົດແມ່ນມີຄວາມ​ສຳ​ຄັນ​ຫຼາຍ. ທ່ານ​ ສີ​ຈິ້ນ​ຜິງ ​ເຄີຍ​ດຳ​ລົງ​ຊີ​ວິດ​ແບບ​ທຸກຍາກຜ່ານ​ມາ, ພາ​ສາ​ຈີນ​ວ່າ “ຊື່​ຂູ”, ພາ​ສາ​ລາວ​ແປ​ວ່າ ກິນ​​ທຸກ​ກິນຍາກ​.

ໃນປີ 1975, ທ່ານ ​ສີ​ຈິ້ນ​ຜິງ​ ຕ້ອງລາຈາກບ້ານ​ແຫ່ງນີ້, ເພື່ອ​ໄປ​ຮັບໜ້າທີ່​ຕຳ​ແໜ່ງ​ຢູ່​ນະ​ຄອນແລະແຂວງ​ 5 ແຫ່ງ​ຂອງ​ຈີນ​ຕາມ​ລຳ​ດັບ. ແລະ​ທ່ານ​ກໍເຄີຍໄດ້​ຮັບ​ໜ້າທີ່ຕຳແໜ່ງໃນ​ອົງ​ການ​ປົກຄອງ​ທຸກ​ຂັ້ນ​​ຂອງ​ຈີນ​ອີກດ້ວຍ.

ທ່ານ​ໂຣ​ເບີດ ຄູ​ເອີນ ສະມາຊິກຂອງຄັງ​ປັນຍາ​ອາ​ເມ​ຣິ​ກາ​ເວົ້າ​ວ່າ: ທ່ານ​ປະ​ທານ​ ສີ​ຈິ້ນ​ຜິງ ​ເຄີຍ​ຮັບ​ຕຳ​ແໜ່ງ​ເປັນ​ເຈົ້າ​ແຂວງ​ແຂວງ​ຟູ​ຈ້ຽນ, ເປັນ​ເລ​ຂາຄະນະ ພັກ​ແຂວງ​ເຈີ້​ຈ່ຽງ, ເປັນ​ເລ​ຂາຄະນະ​​ພັກ​ນະ​ຄອນ​ຊຽງ​ໄຮ້. ເບິ່ງ​ຈາກ​ຖານຂໍ້ມູນ​ປະ​ຊາ​ກອນ​ແລະ​ລວມຍອດ​ຜະ​ລິດຕະພັນແລ້ວເຫັນວ່າ, ຂະ​ໜາດ​ຂອງ​ 2 ແຂວງ ແລະ​ 1 ກຳແພງນະຄອນດັ່ງກ່າວ​ລ້ວນ​ແຕ່​ໃຫຍ່ກວ່າ​ປະ​ເທດ​ສ່ວນ​ຫຼາຍ​ໃນ​ໂລກ.

图片默认标题_fororder_1102050648

ທ່ານ ແຄວິນ ມີແຊວ ຣຸດ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ອົ​ສ​ຕຼາ​ລີ​ເຫັນ​ວ່າ, ໂຄງ​ປະກອບການຝຶກອົບ​ຮົມ​ຄົນເກັ່ງໃນວົງການ​ການ​ເມືອງ​ຂອງ​ຈີນ​ແມ່ນ​ສົມ​ບູນແບບ​ຫຼາຍ.

ປະ​ເທດ​ຈີນ​ມີ​ດິ​ນ​ແດນ​ອັນ​ກວ້າງ​ໃຫຍ່​ໄພ​ສານ, ແຕ່​ມີ​ສະ​ພາບ​ທີ່​ສັບ​ສົນ, ທ່ານ​ສີ​ຈິ້ນ​ຜິງ​ ໄດ້​ສະ​ສົມ​ບົດ​ຮຽນ​ອັນ​ອຸ​ດົມ​ສົມ​ບູນ​ຢູ່​ເຂດທີ່ແຕກ​ຕ່າງ​ກັນ​ແລະ​ຂົງ​ເຂດ​ທີ່ແຕກຕ່າງ​ກັນ, ສະ​ນັ້ນ ​ໃນ​ເວ​ລາ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ເສດ​ຖະ​ກິດ​ໃນ​ອະ​ນາ​ຄົດ​ຂອງ​ຈີນ, ເພິ່ນ​ຈິ່ງ​ສາ​ມາດ​ວາງ​ຍຸດ​ທະ​ສາດ​ທີ່​ມີ​ປະ​ສິດ​ທິ​ຜົນ​ຫຼາຍກວ່າ​ເກົ່າ.

 

ຕອນທີ​ສອງ “ການ​ປົກ​ຄອງ​ປະ​ເທດ​ໃຫຍ່” ຂອງຟິມສາລະຄະດີເລື່ອງນີ້ ໄດ້​ລົງ​ເລິກ​ວິເຄາະສິ່ງ​ທ້າ​ທາຍ​ທີ່​ແທ້​ຈິງ​ທີ່​ຈີນ​ກຳ​ລັງ​ຜະ​ເຊີນ​ໃນ​ສະ​ເພາະ​ໜ້ານີ້,ເຊິ່ງໄດ້ ຍົກຕົວ​ຢ່າງ​ໃຫ້ເຫັນໃນ​ຂົງ​ເຂດ​ຕ່າງໆເຊັ່ນ:ການປະຕິຮູບດ້ານການສະໜອງ, ການ ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກນິກ, ການ​ຊຳ​ລະ​ແກ້​ໄຂ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ, ໂດຍໄດ້ບັນລະຍາຍ​ແນວ​ຄວາມ​ຄຶດ​ຂອງການ​ພັດ​ທະ​ນາ​ໃໝ່​ແລະ​ພຶດ​ຕິ​ກຳ​ສຳ​ເລັ​ດ​ຜົນ​ຂອງ​ຈີນຢ່າງລວມສູນ, ແຕ່​ຂະ​ນະ​ດຽວ​ກັນ​ ກໍໄດ້້້​ຊີ້​ໃຫ້​ເຫັນ​ສິ່ງ​ທ້າ​ທາຍ​ທີ່​ແທ້​ຈິງ​ທີ່​ຈີນ​ຜະ​ເຊີນ​ຢູ່ໃນ​ດ້ານ​ຕ່າງໆ​ເຊັ່ນ: ເສດ​ຖະ​ກິດ, ສິ່ງ​ແວດ​ລ້ອມ, ການ​ສໍ້​ລາດ​ບັງ​ຫຼວງ.

ທ່ານ​ ໂຣ​ເບີດ ຄູ​ເອີນ ສະມາຊິກຄັງປັນ​ຍາ​​ອາ​ເມ​ຣິ​ກາ​ຊີ້​ໃຫ້​ເຫັນວ່າ: ເສດ​ຖະ​ກິດ​ຈີນ​ຄວນຫັນປ່ຽນຮູບແບບການເຕີບໂຕ ແລະ ​ຍົກລະດັບໃຫ້ສູງຂຶ້ນ, ບໍ່​ຄວນສືບຕໍ່​ພັດທະນາໃຫ້​ເປັນ​ໂຮງ​ງານ​ຜະ​ລິດຜະລິດ​ຕະ​ພັນ​ລາ​ຄາ​ຖືກ​ໃນ​ໂລກອີກ ຕໍ່ໄປ​.

ການຫັນປ່ຽນຮູບແບບການເຕີບໂຕທາງເສດຖະກິດແລະຍົກລະດັບໃຫ້ສູງຂຶ້ນ,​​ ການ​ຊຸກ​ຍູ້​ໃຫ້​ຜະ​ລິດ​ຕ​ະ​ພັນມີ​ມູນຄ່າເພີ່ມແລະ​ມີ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂັ້ນສູງ ຫຼາຍຂຶ້ນກວ່າເກົ່ານັ້ນ ລ້ວນ​ແຕ່ບໍ່ສາມາດຕັດແຍກອອກຈາກ​ການ​ປະ​ດິດ​ຄິດ​ສ້າງ​ໄດ້. ປັດ​ຈຸ​ບັນ, ການ​ປະ​ດິດ​ສ້າງ​ໃໝ່​ເໝືອນ​ດັ່ງ​ເລືອດ​ສົດໆທີ່ໄຫຼ​ເຂົ້າສູ່​ທຸກ​ຂະ​ແໜງ​ການ​ຂອງ​ຈີນ.

ຄື​ທ່ານ ​ຈ່າງ​ກົວ​ຈ້ຽນ ​ທີ່​ເຕີບ​ໃຫຍ່​ຂຶ້ນ​ຢູ່​ຊົນ​ນະ​ບົດ, ດຽວນີ້ທ່ານ​ແມ່ນ​ຜູ້​ຮ່ວມ​ທຶນ​ຂອງ​ບໍ​ລິ​ສັດ XAG ກວາງ​ຕຸ້ງ​ຈຳ​ກັດ. ເຂົາ​ເຈົ້າ​ນຳ​ໃຊ້​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ໃນ​ຂົງ​ເຂດ​ກະ​ສິ​ກຳ, ເຮັດ​ໃຫ້​ວຽກ​ງານ​ຂອງ​ຊາວ​ນາ​ງ່າຍ​ຂຶ້ນກວ່າ​ເກົ່າ.

ເປັນເວລາດົນນານມາແລ້ວ, ຊາວ​ນາ​​ຈີນ​ຊິນ​ເຄີຍ​ຮູບແບບ​ການ​ເຮັດໄຮ່ເຮັດ ນາແບບດັ້ງເດີມ​, ເສຍ​ເວ​ລາຫລາຍ​ແລະ​ ນຳໃຊ້ແຮງງານຫລາຍ, ມີ​ລາຍ​ໄດ້​ອ່າວ​ຕ່ຳ. ​ການ​ນຳ​ໃຊ້ເຮືອ​ບິນບໍ່​ມີ​ຄົນ​ຂັບ​ໃນ​ຂົງ​ເຂດ​ກະ​ສິ​ກຳ ຈະ​ຊ່ວຍຍົກ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດໄຮ່ເຮັດນາໃຫ້ສູງກວ່າ​ເກົ່າຢ່າງຫຼວງຫຼາຍ.

ເຮືອ​ບິນ​ບໍ່​ມີ​ຄົນ​ຂັບເຫຼົ່າ​ນີ້​ໄດ້​ນຳ​ໃຊ້​ເຕັກ​ນິກ​ປັນຍາປະດິດທີ່​ລ້ຳໜ້າກວ່າ​ໝູ່,ສາ​ມາດ​ບັງຄັບ​ດ້ວຍໂຕມັນເອງຢ່າງອັດຕະ​ໂນ​ມັດ, ບໍ່​ຕ້ອງ​ການ​ມີ​ຄົນ​ຄວບ​ຄຸມ, ເຕັກ​ນິກປັນຍາປະດິດ ໄດ້ຊ່ວຍ​ເຮັດ​ໃຫ້​ໝົດ. ມີ​ປະ​ສິດ​ທິພາບສູງກວ່າທີ່ນຳໃຊ້ແຮງງານ​​​ຄົນ​ເຖິງ 40 ເທົ່າ.

图片默认标题_fororder_1805089574

ຈຸດ​ເດັ່ນກວ່ານັ້ນ​ອີກ​ຈຸ​ດ​ໜຶ່ງ​ກໍ​ແມ່ນ: ເຮືອ​ບິນ​ບໍ່​ມີ​ຄົນ​ຂັບສາ​ມາດ​ເກັບກຳ​ຂໍ້​ມູນ​ໃນ​ເວລາບິນເຊັ່ນ: ຂໍ້​ມູນ​ດ້ານ​ພູມ​ສາດ,​ ຂໍ້​ມູນພືດ​ພັນ, ສະ​ພາບ​ສັດຕູພືດ​ເປັນ​ຕົ້ນ.

ກາ​ນ​ປະ​ດິດ​ສ້າງ​ໃໝ່ໃນດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ກະ​ສິ​ກຳ​ປ່ຽນ​ຮູບ​ແບບໄດ້, ທັງ​ເຮັດ​ໃຫ້​ເສດ​ຖະ​ກິດ​ທົ່ວ​ປະ​ເທດ​ຈີນ​ຖືກຍົກລະດັບຂຶ້ນ.

​ທ້າວດາເນວ ຜູ້​ຈັດ​ທຳ​ລາຍ​ການ​ເວົ້າ​ວ່າ: ຈີນ​ບໍ່​ໄດ້ຮັບເອົາສິ່ງຍອດຍິ່ງຈາກ ຕ່າງປະເທດແຕ່ຢ່າງດຽວຄືແຕ່ກ່ອນແລ້ວ​, ແຕ່ກໍສາມາດສົ່ງຜະ​ລິດ​ຕະ​ພັນແລະ​ ແນວຄວາມຄິດ​ຂອງ​ຕົນ​ອອກສູ່ພາຍນອກ.

图片默认标题_fororder_2044518239

   ທ່ານ​ ສີຈິ້ນ​ຜິງ ເຄີຍ​ເວົ້າ​ວ່າ: ທາງ​ເກົ່າ, ແລ່ນ​ຜ່ານ​ກໍບໍ່​ໄ​ດ້, ທາງ​ຍ່າງ​ໄປໄດ້ກໍ​ບໍ່​ໄກ, ສະນັ້ນຕ້ອງ​ເປີດ​ການ​ພັດ​ທະ​ນາເສັ້ນທາງ​ໃໝ່, ສົ່ງເສີມ​ຄວາມສາມາດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ, ນຳ​ພາ​ເສດ​ຖະ​ກິດ​ໃຫ້ສາມາດພັດ​ທະ​ນາ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສະ​ຫວ່າງສະໄຫວກວ່າ​ເກົ່າ, ນີ້​ເປັນ​ຄວາມ​ຮັບ​ຜິດ​ຊອບ​ທີ່ມີຕໍ່​ປະ​ຫວັດ​ສາດ​ຂອງ​ພວກ​ເຮົາ.

ໃນ​ຕອນ​ທີ​ສອງຂອງຟິມສາລະຄະດີເລື່ອງນີ້, ຜູ້​ຊົມ​ສາ​ມາດ​ເບິ່ງ​ເຫັນ​ການ​ປະ​ດິດ​ສ້າງ​ໃໝ່, ພະ​ລັງ​ງານ​ສະ​ອາດ, ການ​ບຳບັດແລະ​ຊຳ​ລະ​ແກ້​ໄຂ​ສິ່ງ​ແວດ​ລ້ອມ ແລະ​ອື່ນໆ​ຂອງ​ຈີນ​, ມີ​ເນື້​ອ​ເລື່ອງທີ່​ອຸ​ດົມ​ສົມ​ບູນ, ທັງ​ມີ​ຊີ​ວິດ​ຊີ​ວາ.

 

ຕໍ່​ຈາກ​ຕອນ​ທີ​ໜຶ່ງ “ຄວາມຄິດຮອດຄິດເຖິງປະຊາຊົນ” ​ແລະ​ຕອນ​ທີ​ສອງ “ການ​ປົກ​ຄອງ​ປະ​ເທດ​ໃຫຍ່” ແລ້ວ, ຕອນ​ທີ​ສາມ “ຮ່ວມ​ມື​ກັນ​ແບບຕ່າງຝ່າຍຕ່າງ ໄດ້ຜົນປະໂຫຍດ”ໄດ້​ບັນ​ຍາຍ​ຂໍ້​ລິ​ເລີ່ມ“​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ທາງ​ລົດ​ໄຟມົມບາ ຊາ-ໄນໂຣບີຂອງປະເທດເຄນຢາ, ຂະ​ບວນ​ລົດໄຟຈີນ-ເອີ​ຣົບ ແລະ​ເລື້ອງລາວ​ອື່ນໆ, ເຊິ່ງໄດ້ອ​ະ​ທິ​ບາຍ​ແນວ​ຄວາມ​ຄຶດ “ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າ​ກຳຂອງ​ມວນ​ມະ​ນຸດ” ທີ່​ສະ​ເໜີ​ໂດຍ​ທ່ານ ​ສີ​ຈິ້ນ​ຜິງ, ສະ​​ທ້ອນໃຫ້​ເຫັນ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ຈີນ​ທີ່ໄດ້​ສ້າງ​ໂອ​ກາດ​ໃຫ້ກັບ​ໂລກ.

ທີມງານ​ຖ່າຍທຳຟິມສາລະຄະດີນີ້ ​ໄດ້​ສຳ​ພາດ​ຜູ້​ຂັບ​ລົດ​ໄຟຂອງ​ເຄນ​ຢາ​ຄົນ​ໜຶ່ງ, ຄື​ນາງ ເອລີ​ຊາ​ເບດ ອາ​ຍຸ 24 ປີ. ນາງ​ໄດ້​ເວົ້າເປັນ​ພາ​ສາ​ຈີນທີ່ໄດ້ມາດຕະ ຖານ​ເພື່ອແນະ​ນຳ​ຕົນ​ເອງວ່າ: ນາງ​ເວົ້າ​​ພາ​ສາ​ຈີນ​ໄດ້, ແມ່ນ​ຍ້ອນ​ວ່າ​ລາວ​ໄດ້​ຮຽນ​ເຕັກ​ນິກ​ການຂັບ​ລົດ​ໄຟ​ຢູ່​ຈີນ, ນາງແມ່ນ​ຄົນຂັບລົດ​ໄຟຂ​ະ​ບວນ​​ທີ່​ເຊື່ອມ​ຕໍ່ກັນ​ຈາກ​ນະ​ຄອນ​ຫຼວງ​ໄນ​ໂຣ​ບີປະເທດເຄນຢາ ແລະ​ເມືອງ​ມົມບາ​ຊາ​ທີ່ຕັ້ງຢູ່​ແຄມ​ທະ​ເລ.

ທາງ​ລົດ​ໄຟ​ເສັ້ນ​ນີ້​ສ້າງ​ສຳ​ເລັດ​ໃນ​ເດືອນ​ພຶດ​ສະ​ພາ​ປີ 2017, ເປັນ​ໂຄງ​ການ​ໃຫຍ່ກວ່າ​ໝູ່​ຂອງ​ເຄນ​ຢາ​ຕັ້ງ​ແຕ່ປະະທດນີ້ໄດ້​ເປັນ​ເອ​ກະ​ລາດ​ມານີ້, ເຊິ່ງ​ກໍ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ຂໍ້​ລິ​ເລີ່ມ “​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ ຂອງ​ຈີນ.

ກ່ອນ​ໜ້ານີ້, ທາງ​ລົດ​ໄຟ​ຂອງ​ເຄນ​ຢາ​ຫຼ້າ​ຫຼັງ​ພໍ​ສົມ​ຄວນ, ບໍ່​ສາ​ມາດ​ຕອບ​ສະ​ໜອງ​ຕາມຄວາມ​ຕ້ອງ​ການ​ຂອງ​ສັງ​ຄົມ​ຍຸກ​ປັດ​ຈຸ​ບັນໄດ້, ປະ​ເທດນີ້​ກໍ​ຍັງບໍ່​ມີ​ເງິນ​ພຽງ​ພໍເພື່ອ​ປ່ຽນ​ແປງ​ສະ​ພາບ​ດັ່ງກ່າວໃນປັດ​ຈຸ​ບັນ.

ປີ 2014, ທ່ານ ​ສີຈິ້ນ​ຜິງ ໄດ້​ສະ​ເໜີ​ແຜນ​ການ​ແກ້​ໄຂ​ຢ່າງ​ໜຶ່ງຄື: ຈີນ​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​: ຈະສະ​ໜອງ​ເງິນ​ກູ້​ 90% ໃຫ້​ໂຄງ​ການ, ທັງ​ສະ​ໜອງ​ເຕັກ​ນິກ​ສະ​ເພາະ, ແລະ​ ຝຶກ​ອົບ​ຮົມ​ນັກວິຊາການຢູ່ຈີນໃຫ້​ເຄນຢາ.

​ຊີ​ວິດ​ການ​ເປັນ​ຢູ່​ຂອງຜູ້​ຍິງ​ຄົນ​ທຳ​ມະ​ດາ​​ຄື​ກັບ​ນາງ​ ເອລີຊາເບດ ຈິ່ງ​ມີການ ປ່ຽນແປງ​ຄຽງຄູ່ກັບທາງລົດໄຟ. ນາງ​ຕື່ນ​ເຕັ້ນ​ຫຼາຍ​ແລະ​ບອກ​ໃຫ້​ວ່າ, ໃນ​ເວ​ລາ​ຕົນ​ເອງ​ຮຽນ​ເປັນ​ຄົນຂັບ​ລົດ​ໄຟ ລາວ​ກະ​ຕື​ລື​ລົ້ນ​ຫຼາຍ, ເພາ​ະ​ວ່າ​ບໍ່​ເຄີຍ​ນຶກ​ບໍ່ເຄີຍຝັນ​ວ່າ​ຕົນ​ເອງຈະ​ສາ​ມາດ​ເຮັດ​ເລື່ອງ​ແບບນີ້​ໄດ້.

图片默认标题_fororder_1959279434

ສ່ວນ​ເສັ້ນ​ທາງ​ລົດໄຟສາຍນີ້ ​ໄດ້​ສ້າງ​ໂອ​ກາດ​ຫຼາຍໆ​ຢ່າງ​ໃຫ້ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທ້ອງ​ຖິ່ນ. ແຕ່​ກ່ອນ,ຈາກ​ໄນ​ໂຣ​ບີ​ໄປ​ຮອດ​ມົມ​ບາ​ຊາ ຕ້ອງ​ການ ​ເດີນ​ທາງ​ເຖິງ 24 ຊົ່ວ​ໂມງ, ແຕ່​ດຽວນີ້​ໃຊ້​ເວລາພຽງແຕ່ 4 ຊົ່ວ​ໂມງ​ເຄິ່ງ​ເທົ່າ​ນັ້ນ.

ນີ້​ກໍ​ແມ່ນ​ຂໍ້​ລິ​ເລີ່ມ “​ໜຶ່ງ​ແລວ​​ໜຶ່ງ​ເສັ້ນ​ທາງ”​ ຂອງ​ຈີນ. ​ຂໍ້​ລິ​ເລີ່ມ “​ໜຶ່ງ​ແລວ​​ໜຶ່ງ​ເສັ້ນ​ທາງ”​ ກໍ​ແມ່ນຜ່ານການສ້າງ​ພື້ນ​ຖານ​ໂຄງ​ລ່າງ ເພື່ອເຊື່ອມ​ຈອດກັນລະຫວ່າງ ອາ​ຊີ, ອາ​ຟ​ຣີ​ກາ​ແລະ​ເອີ​ລົບ​ຄືນ​ໃໝ່.

ສ່ວນ​ຈີນ​ກໍ​ກຳ​ລັງ​ເຜີຍ​ແຜ່​ບົດ​ຮຽນ​ຂອງ​ອາ​ຟ​ຣີ​ກາ ​ໄປ​ໃຫ້​ທົ່ວ​ໂລກໄດ້ຮັບຮູ້, ຍົກຕົວຢ່າງ: ການສ້າງ​ທາງ​ລົດ​ໄຟ, ທາງ​ຫຼວງ, ຂົວ​ຢູ່​ປະ​ເທດ​ລາວ​ແລະ​ເອ​ທິໂອປີ, ການສ້າງ​ເຂື່ອນ​ໄຟ​ຟ້າ​ຢູ່​ອາ​ຊີ​ກາງ​ແລະ​ອາ​ຊີ​ໃຕ້, ການສ້າງ​ທ່າກຳ​ປັ່ນ​​ຢູ່​ເກຼັກ​ແລະ​ປາ​ກີ​ສະ​ຖານ.

ທ່ານ​ໂຣ​ເບີດ ຄູ​ເອີນ ສາມາຊິກຄັງ​ປັນ​ຍາຂອງ​ອາ​ເມ​ຣິ​ກາ​ຕີ​ລາ​ຄາວ່າ: ​ຂໍ້​ລິ​ເລີ່ມ “​ໜຶ່ງ​ແລວ​​ໜຶ່ງ​ເສັ້ນ​ທາງ” ​ອາດ​ຈະ​ແມ່ນ​ແນວ​ຄວາມຄິດ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​​ໂລກ ຕັ້ງ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ເປັນ​ຕົ້ນ​ມາ.

图片默认标题_fororder_86763570

ຟິມສາລະຄະດີເລື່ອງ “​ທິດ​ທາງຍຸດ​ໂທສາດ​ການປົກ​ຄອງ​ປະ​ເທດ​ຂອງ​ທ່ານ​ສີ​ຈິ້​ນ​ຜີງ:​ ໄລ​ຍະ 5 ປີຜ່ານ​ມາຂອງຈີນ​”​ ຍັງໄດ້​ເລົ່າ​​ເຖິງທະ​ນາ​ຄານ​ລົງ​ທຶນ​ພື້ນຖານໂຄລ່າງອາ​ຊີ​ທີ່ຈີນລິເລີ່ມກໍ່ຕັ້ງນັ້ນ ໄດ້ລົງ​ທຶນ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ດ້ານລະບົບນິເວດ​ຢູ່​ເຂດ​ຊຸມ​ຊົນ​ຜູ້​ທຸກ​ຍາກ​ຂອງ​ອິນ​ໂດ​ເນ​ເຊຍ​, ເລົ່າ​ເລື່ອງ​ລົດໄຟ​ຂະ​ບວນ​ຈີນ-ເອີ​ຣົບ​ທີ່​ແລ່ນ​ຜ່ານ 8 ປະ​ເທດ​ໄດ້​ຂົນ​ສົ່ງ​ເຫຼົ້າ​ແວງ​ຂອງ ​ແອ​ສ​ປາຍ​ມາ​ຮອດ​ຈີນ, ເລົ່າ​ເລື່ອງ​ນັກ​ສຶກ​ສາ​ອາ​ເມ​ຣິ​ກາ​ມາ​ຮຽນ​ວິ​ຊາ​ການ​ແພດ​ພື້ນ​ເມືອງ​ຈີນ​ຢູ່​ປະ​ເທດ​ຈີນ, ເລົ່າ​ເລື່ອງກອງ​​ຮັກ​ສາ​ສັນ​ຕິ​ພາບ​ຈີນປະຕິບັດໜ້າທີ່​ປ້ອງ​ກັນ​​ປະຊາຊົນຢູ່ຊູ​ດັງ​ໃຕ້. ​ເລື່ອງ​ເຫຼົ່າ​ນີ້ ໄດ້ເຮັດ​ໃຫ້​ພວກ​ເຮົາ​ສຳ​ຜັດໄດ້​ຢ່າງ​ເລິກ​ເຊິ່ງກວ່າ​ເກົ່າ​ຕໍ່​ແນວ​ຄວາມ​ຄິດ “ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ” ຂອງ​ທ່ານ​ສີ​ຈິ້ນ​ຜິງ.

ເວົ້າ​ລວມແລ້ວ, ນີ້​ເປັນຟິມສາລະຄະດີທີ່​ຈັດ​ທຳ​ຢ່າງ​ລະ​ອຽດ​ແລະ​​ຖີ່ຖ້ວນ ເຊິ່ງມີຫລາຍແງ່ມູມ​ພິ​ເສດ​, ໂດຍໄດ້​ສະທ້ອນ​ໃຫ້​ເຫັນ​ສີສັນຂອງ​ຈີນ​ຢ່າງ​ຮອບ​ດ້ານ​ແລະ​ພາ​ວະ​ວິ​ໄສ, ໄດ້​ເລົ່າ​ເລື່ອງ​ຂອງ​ທ່ານ​ ສີ​ຈິ້ນ​ຜິງ ຜູ້​ນຳ​ຈີນ.

ຄຳ​ເຫັນ

0