覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ເປັນ​ພະ​ຍາດພະ​ຍາດໂຄວິດ-19 ​ໃນ​ທົ່ວ​ໂລກ​ລື່ນ​ກາຍ 6,28 ລ້ານ​ຄົນ

2020-06-04 10:20:25 cri

ຕາມ​ຂໍ້​ມູນ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ​ສ ຮອບ​ຄິນ ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໄດ້​ລະ​ບຸ​ວ່າ: ນັບ​ມາ​ຮອດ​ເວ​ລາ 8 ໂມງ 7 ນາ​ທີ​ຂອງວັນ​ທີ 4 ມິ​ຖຸ​ນາ​ນີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ,  ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ​ມີ​ເຖິງ  6.393.956 ຄົນ, ເສຍ​ຊີ​ວິດແລ້ວ 383.318 ຄົນ. ໃນ​ນີ້, ອາ​ເມ​ຣິ​ກາ​ມີ​ຜູ້​ເປັນ​ພະ​ຍາດ 1.849.852 ຄົນ, ເສຍ​ຊີ​ວິດ​ແລ້ວ 107.099 ຄົນ.

ກະ​ຊວງ​ສາທາ​ລະ​ນະ​ສຸກ​ອິນ​ເດຍ​ເປີດ​ເຜີຍ​ຕົວ​ເລກ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ນີ້​ວ່າ: ນັບ​ມາ​ຮອດ​ວັນ​ທີ 3 ມິ​​ຖຸ​ນາ​ນີ້, ອິນ​ເດຍ​ມີ​ຜູ້​ເປັນ​ພະ​ຍາດ​ເພີ່ມ​ຂຶ້ນ 8909 ຄົນ​ເມື່ອ​ທຽບ​ໃສ່​ວັນ​ທີ 2 ມິ​ຖຸ​ນາ ເຊິ່ງ​ເປັນ​ມື້​ທີ່​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ເພີ່ມ​ຂຶ້ນຫຼາຍ​ທີ່​ສຸດ​ນັບ​ແຕ່​ເກີດ​ພະ​ຍາດ​ນີ້​ເປັນ​ຕົ້ນ​ມາ. ຍອດ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ກໍ​ໄດ້​ລື່ນ​ກາຍ 2 ແສນ​ຄົນ. ອິນ​ເດຍ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ປິດ​ເມືອງ​ໃນ​ທົ່ວ​ປະ​ເທດ​ເປັນ​ເວ​ລາ 2 ເດືອນ​ປາຍ​ແລ້ວ, ແຕ່​ວ່າ ຜູ້​ຊ່ຽວ​ຊານ​ອິນ​ເດຍ​ເຫັນ​ວ່າ ມັນ​ຍັງ​ບໍ່​ເຖິງ​ຈຸດເວ​ລາ​ທີ່​ມີ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດຫຼາຍ​ທີ່​ສຸດ​.

ວັນ​ທີ 3 ມິ​ຖຸ​ນາ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ສະ​ພາບ​ທີ່​ພະ​ຍາດ​ໂຄວິດ-19 ກຳ​ລັງ​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ​ຢູ່ຫຼາຍ​ປະ​ເທດ​ໃນ​ພາກ​ກາງ​ແລະ​ພາກໃຕ້​ທະ​ວີບ​ອາ​ເມ​ຣິ​ກາ, ສະ​ນັ້ນ​ຈິ່ງ​ແນະ​ນຳ​ໃຫ້​ປະ​ເທດ​ເຫຼົ່າ​ນີ້​ຄວນ​ຖື​ເອົາ​ບົດ​ຮຽນ​ທີ່​ສຳ​ເລັດ​ຜົນ​ແລະ​ຄວາມ​ຮູ້​ໃນ​ການ​ຕ້ານ​ພະ​ຍາດ​ຂອງ​ປະ​ເທດ​ອື່ນ​ສົມ​ທົບ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນແລ້ວ​ນຳ​ໃຊ້​ມາດ​ຕະ​ການ​ຕ້ານ​ກັບ​ພະ​ຍາດ​ຢ່າງ​ຮອບ​ດ້ານ​ແລະ​ຕໍ່​ເນື່ອງ.

ຄຳ​ເຫັນ

0