吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ກ່າວ​ວ່າ: ສະຖານະ​ການ​ຮົງ​ກົງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ

2020-06-05 15:18:52 cri

ວັນທີ 4 ມິຖຸນາ​ນີ້, ທ່ານ​ນາງມາ​ເຣຍ ຊາ​ຄາ​ໂຣວາ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ: ສະຖານະ​ການ​ຮົງ​ກົງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ​ປະ​ເທດ​ອື່ນໆບໍ່​ຄວນ​ເຂົ້າແຊກ​ແຊງການ​ພົວພັນ​ລະຫວ່າງ​​ແຜ່ນດິນ​ໃຫຍ່​ຈີນ ​ກັບ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ.

​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ​ໂຄສົກ​ທ່ານ​ນີ້​ໄດ້​ກ່າວ​ເນັ້ນ​ວ່າ: ຣັດ​ເຊຍ​ໃຫ້ການ​ເຄົາລົບ​ອະທິປະ​ໄຕ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງສປ ຈີນ, ສະຖານະ​ການ​ຮົງ​ກົງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ຣັດ​ເຊຍ​ເຫັນ​ວ່າການ​ທີ່​ອາ​ເມຣິກາ, ອັງກິດ ​ແລະ​ປະ​ເທດ​ອື່ນໆທີ່​ເຈ​ຕະນາ​ປຶກສາ​ຫາລື​ບັນຫາ​ຮົງ​ກົງ​ໃນ​ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ວັນ​ທີ 29 ພຶດສະພາ​ຜ່ານ​ມານັ້ນ​ເປັນ​ການ​ກະທຳ​ທີ່​ຮັບ​ເອົາ​ບໍ່​ໄດ້.

ທ່ານນາງ​ຊາ​ຄາ​ໂຣລາ​ກ່າວ​ຕື່ມ​ວ່າ: ການ​ກະທຳ​ດັ່ງກ່າວ​ເປັນ​ການ​ລ່ວງ​ລ້ຳອະທິປະ​ໄຕ​ຂອງ​ຈີນ, ລະ​ເມີດມະຕິຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສປຊ ​ແລະ​ກົດໝາຍ​ສາກົນ​ທີ່​ກ່ຽວຂ້ອງ.

ຄຳ​ເຫັນ

0