尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທົ່ວ​ໂລກ​ຕ້ອງ​ການ WHO ເພື່ອເສີມ​ຂະ​ຫຍາຍ​ບົດ​ບາດເປັນ​​ແກນ​ກາງ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-06-05 16:05:00 cri

图片默认标题_fororder_webwxgetmsgimg (1)

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຄະ​ນະ​ກຳ​ມະ​ການ​ການ​ຕິດ​ຕາມ​ແລະ​ໃຫ້​ຄຳ​ປຶກ​ສາ​​ເອ​ກະ​ລາດ​ເພື່ອ​ວາງ​ແຜນ​ກ່ຽວ​ກັບ​ເຫດ​ການ​​ສຸກ​ເສີນ​ດ້ານສາ​ທາ​ລະ​ນະ​ສຸກ​​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ໄລ​ຍະ​ກາງ​​ສະ​ບັບ​ໜຶ່ງກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ນັບ​ແຕ່​ໄດ້​ປະ​ສົບ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ປະ​ຊາ​ຊົນ​ຈີນ​ໄດ້​ສາ​ມັກ​ຄີ​ກັນ​ແລະ​ໄດ້​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກັນ,ພະ​ຍາ​ຍາມ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໄດ້​ອຸ​ທິດ​ກຳ​ລັງ​ທີ່​ສຳ​ຄັນ​ຕ່າງໆ​ຂອງ​ຕົນເຊັ່ນ: ​ບໍ​ລິ​ຈາກວັດ​ຖຸ​ອຸ​ປະ​ກອນ​ດ້ານ​ການ​ແພດ​ຈຳ​ນວນ​ຫຼວງ​ຫຼາຍ​ໃຫ້​ແກ່​ຫຼາຍ​ປະ​ເທດ​ແລະ​ອື່ນໆ, ໄດ້​ຮັບ​ການ​ຕີ​ລາ​ຄາ​ຢ່າງ​ສູງ​ແລະ​​ໄດ້​ຮັບ​ການຍ້ອງ​ຍໍ​ຊົມ​ເຊີຍ​ໂດຍ​ທົ່ວ​ໄປ​ຈາກ​ປະ​ຊາ​ຄົມ​ໂລກ.
 

图片默认标题_fororder_webwxgetmsgimg (2)
ບົດ​ລາຍ​ງານ​ຍັງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ການ​ສວຍ​ໃຊ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ທາງ​ການ​ເມືອງເປັນ​ອຸ​ປະ​ສັກ​ທີ່​ແທ້​ຈິງໃນ​ການ​ເອົາ​ຊະ​​ນະ​ກັບ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ. ໃນ​ໄລ​ຍະຕໍ່​ໄປ,ຖ້າ​ບໍ່​ມີ​ການ​ສະ​ໜັບ​ສະ​ໜູນ​ທາງ​ການ​ເມືອງ​ຈາກ​ທົ່ວ​ໂລກ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ​ແລ້ວ, WHO ກໍ່​ຈະ​ບໍ່​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດໄດ້.
 

ເຖິງວ່າ WHO ແລະ​ຜູ້​ນຳ​ຫຼາຍ​ປະ​ເທດ​ລ້ວນ​ແຕ່​ໄດ້​ເນັ້ນ​ໜັກ​​ເຖິງຄວາມ​ສຳ​ຄັນ​ຂອງ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ສາ​ກົນ​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກໍ​ຕາມ, ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ພັດ​ໄດ້​ປະ​ກາດ​ຈະ​ຢຸດ​ຕິ​ການ​ພົວ​ພັນ​ກັບ WHO ໃນ​ເມື່ອ​ບໍ່​ດົນ​ມາ​ນີ້.
 

ການ​ກະ​ທຳ​ທີ່​ອາ​ເມ​ຣິ​ກາ​ “ຖອນ​ອອກ​ຈາກ​ WHO” ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ,​ນັກ​ການ​ເມືອງ​,ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ຂອງ​ຫຼາຍ​ປະ​ເທດ​ລ້ວນ​ແຕ່​ໄດ້​ຕຳ​ໜິ​​ວ່າການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ຈະ​ເປັນ​ການ​ທຳ​ລາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ໂລກ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ການ​ຮ່ວມ​ມືດ້ານສາ​ທາ​ລະ​ນະ​ສຸກ​ສາ​ກົນ. ​ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣ​ສ໌ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ຜ່ານ​ໂຄ​ສົກ​ຂອງ​ຕົນ​ວ່າ: “WHO ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ເຊິ່ງ​ມີ​ຄວາມ​ສຳ​ຄັນ​​ທີ່​ສຸດ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ໂລກ​ໃນ​ການ​ເອົາ​ຊະ​ນະ​​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.”
 

图片默认标题_fororder_webwxgetmsgimg (3)
ວາ​ລະ​ສານ Nature ຂອງ​ອັງ​ກິດ​ໄດ້​ເປີດ​ເຜີຍ​ບົດ​ຄວາມ​ບົດ​ໜຶ່ງ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຖ້າ​ບໍ່​ມີ​ການ​ປະ​ສານ​ງານ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ, “ພວກ​ເຮົາ​ກໍ່​ຈະ​ປະ​ສົບ​ກັບ​ສະ​ພາບ​ທີ່​ບໍ່​ມີ​ຄື່​ມີ​ແປ​ຫຼື​ບໍ່​ເປັນລະ​ບຽບຮຽບ​ຮ້ອຍຫຼາຍກວ່າ​ເກົ່າ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ”.
 

图片默认标题_fororder_webwxgetmsgimg (5)
​​ກະ​ແສ​ການ​ຮ່ວມ​ມື​ໃນ​ສາ​ກົນ​ກຳ​ລັງ​ກ້າວ​ໄປ​ໜ້າ​ຢ່າງ​ຍິ່ງ​ໃຫຍ່, WHO ຈະ​ບໍ່​ຢຸດ​ຕິ​ການ​ດຳ​ເນີນ​ງານ​ຍ້ອນ​​ການ​ຖອນ​ຕົວ​ຂອງ​ອາ​ເມ​ຣິ​ກາ. ທ່ານ ຫຼີວ​ເວີ້ຍ​ຕຸ່ງ ນັກ​ຄົ້ນ​ຄວ້າ​ຂອງ​ສະ​ຖາ​ບັນ​ອາ​ເມ​ຣິ​ກາ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຈີນ​ເຫັນ​ວ່າ: ເຖິງວ່າ​ການ​ກະ​ທຳ​ຂອງ​ອາ​ເມ​ຣິ​ກາ​ຈະ​ນຳ​ເອົາ​ສິ່ງ​ທ້າ​ທາຍ​ຈຳ​ນວນ​ໜຶ່ງ​ມາ​ໃຫ້​ແກ່ WHO ກໍ​ຕາມ, ແຕ່​​ຍ້ອນມີ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ເທດ​ສະ​ມາ​ຊິກ​ອື່ນໆ​ເຊິ່ງ​ລວມ​ທັງ​ຈີນ, ການ​ພັດ​ທະ​ນາ​ຂອງ WHO ຍັງ​ຈະມີ​ອະ​ນາ​ຄົດ​ທີ່ສົດ​ໃສຄື​ເກົ່າ.

图片默认标题_fororder_webwxgetmsgimg (4)

ຄຳ​ເຫັນ

0