吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຕັດ​ສິນ​ໃຈ​ສ້າງ​ກົດໝາຍ​ກ່ຽວ​ກັບ​ຮົງ​ກົງ​ຈະມີ​ຜົນ​ດີ​ຕໍ່​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງຮົງ​ກົງ

2020-06-05 15:19:13 cri

ວັນ​ທີ 4 ມິຖຸນາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຈີນ​ໄດ້ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ: ​ຈຸດປະສົງ​ພືນ​ຖານ​ຂອງ​ມະຕິ​ຕົກລົງ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ກໍ​ຄື​ການ​ສ້າງ​ກົດໝາຍ​ທີ່​ກ່ຽວຂ້ອງ​ໃນ​ບາດ​ກ້າວ​ຕໍ່​ໄປ​ແມ່ນ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຄວາ​ມໝັ້ນຄົງ ​ແລະ​ຜົນ​ປະ​ໂຫຍ​ດ​ແຫ່ງການ​ພັດທະນາ​ຂອງ​ຊາດ, ຮັບປະກັນ​ຄວາມ​ໝັ້ນຄົງຖາວອນ ​ແລະ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ແບບ​ຍາວ​ນານ​ຢູ່ຮົງ​ກົງ, ຮັບປະກັນ​ແນວ​ທາງ “ປະ​ເທດ​ດຽວສອງ​ລະ​ບອບ” ​ໃຫ້ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຢ່າງ​ໝັ້ນ​ທ່ຽງ​ໃນ​ໄລຍະ​ຍາວ ​ເຊິ່ງບໍ່​ພຽງ​ແຕ່​​ມີ​ຜົນ​ດີ​ຕໍ່​ຜົນ​ປະ​ໂຫຍ​ດພື້ນຖານຂອງ​ຮົງ​ກົງ​ເທົ່າ​ນັ້ນ​ ຍັງ​ມີ​ຜົນ​ດີ​ຕໍ່​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ປະຊາ​ຄົມ​ໂລກອີກ​ດ້ວຍ.

ການ​ສ້າງກົດໝາຍຮັກສາ​ຄວາມໝັ້ນຄົງ​ແຫ່ງ​ຊາດ​ກ່ຽວ​ກັບ​ຮົງ​ກົງ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພາ​ໃຫ້​ບາງ​ປະ​ເທດ​​ຕາ​ເວັນມີ​ຂໍ້​ສົງ​ໄສ, ​ແຕ່​ໄດ້​ມີ​ຫຼາຍປະ​ເທດ​ໄດ້​ໃຫ້ການ​ສະໜັບສະ​ໜູນ​ມາດ​ຕະການ​ຂອງ​ຈີນ, ​​ເພາະເຫັນ​ວ່າ​ນີ້​ແມ່ນ​ການ​ກະທຳ​ເປັນ​ທຳທີ່​ຖືກຕ້ອງ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​​ໄຕ, ຄວາມໝັ້ນຄົງ ​ແລະ​ຜົນ​ປະ​ໂຫຍ​ດການ​ພັດທະນາ​ຂອງ​ຊາດ ​ເຊິ່ງຈະ​ສົ່ງ​ຜົນ​ປະ​ໂຫຍດ​ໃຫ້​ກັບ​ການຮັກສາ​ຄວາມ​ໝັ້ນຄົງ ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ຮົງ​ກົງ, ອິດ​ທິກຳລັງ​ພາຍ​ນອກ​ໃດໆ​ກໍ​ບໍ່​ມີ​ສິດ​ເຂົ້າ​ແຊກ​ແຊງ​ໄດ້.

ຕໍ່​ເລື່ອງ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນກ່າວ​ວ່າ: ນັບ​ແຕ່​ເຂດ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ເປັນ​ຕົ້ນ​ມາ, ​ແນວທາງ “​ປະ​ເທດ​ດຽວສອງ​ລະບອບ”, “ປະຊາຊົນ​ຮົງ​ກົງປົກຄອງ​ຮົງ​ກົງ” ​ແລະ​ທິດ​ທາງ​ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ແທ້​ຈິງ, ປະຊາຊົນ​ຮົງ​ກົງ​ຊົມ​ໃຊ້​ສິດທິຕ່າງໆ ​ແລະສິດ​ເສລີພາບ​ໄດ້ຣັບການ​ຮັບປະກັນ​ຕາມ​ກົດໝາຍ​ຢ່າງ​ເຕັມ​ສ່ວນ​ເຊິ່ງປະຊາ​ຄົມ​ໂລກ​ໄດ້​ຍອມຮັບ​ມາ​ແຕ່​ດົນ​ແລ້ວ.

ຄຳ​ເຫັນ

0