吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງ​ການ​ຄ້າ​ຈີນ​ອອກ 24 ມາດ​ຕະການ​ສະໜັບສະໜູນ​ການ​ເລັ່ງລັດ​ພັດທະນາ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ຢູ່​ແຂວງ​ຮູ​ເປີ​ຍ

2020-06-05 15:19:35 cri

ກະຊວງ​ການ​ຄ້າ​ຈີນ​ໄດ້​ອອກ 24 ມາດ​ຕະການ​ເພື່ອ​ສະໜັບສະໜູນ​ການ​ເລັ່ງລັດພັດທະນາ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ຈີນ​ຢູ່​​ແຂວງ​ຮູ​ເປີ​ຍ, ຊຸກຍູ້​ການ​ພັດທະນາ​ທີ່​ມີຄຸນນະພາ​ບສູງ​ຂອງ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ດັ່ງກ່າວໃນ 5 ດ້ານ ​ເຊັ່ນ: ຍົກ​ສູງ​ຄຸນ​ນະພາ​ບການ​ພັດທະນາ​ການ​ຄ້າ, ບັບປຸງສະພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ດີ​ຂຶ້ນ ​ແລະ​ອື່ນໆ. ວັນ​ທີ 4 ມິຖຸນາ​ນີ້, ທ່ານ​ກ່າວ​ເຟີ່ງ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຈີນ​ໄດ້​ໃຫ້ການສະໜັບ​ສະ​ໜູນ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ຮູ​ເປີ​ຍສ້າງສູນ​ຍົກ​ລະດັບ ​ແລະ​ຫັນປ່ຽນ​ຮູບ​ແບບ​ການ​ຄ້າ​ກັບຕ່າງປະ​ເທດລະດັບ​ຊາດ, ດຳ​ເນີນຈຸດ​ທົດ​ລອງ​ນຳ​ເຂົ້າ​ສິນຄ້າ​ຂາຍ​ແບບ​ການ​ຄ້າ​ຍ່ອຍ​ຂ້າມ​ຊາດ​ເອ​ເລັກ​ໂຕຣນິກ, ສະໜັບສະໜູນ​ເຂດ​ທີ່​ກ່ຽວຂ້ອງ​ສ້າງ​ເຂດ​ທົດ​ທອງ​ກວມລວມການ​ຄ້າ​ເອ​ເລັກ​ໂຕ​ໂຣນິກຂ້າມ​ຊາດ, ສ້າງ​​ເມືອງ​​​ໂຕແບບຮັບ​ເໝົາ​ການ​ບໍລິການ​ໂດຍ​ຕ່າງປະ​ເທດ ​ແລະ​ອື່ນໆ.

​ເພື່ອ​​ເພີ່ມ​ທະວີ​ການ​ສະໜັບ​ສະໜູນ​​ການຟື້ນ​ຟູຄືນ​ໃໝ່​ພາຍຫຼັງ​​ເກີດ​ພະຍາດ​ໂຄ​ວິດ-19 ຢູ່ແຂວງ​ຮູ​ເປີ​ຍ​, ກະຊວງ​ການ​ຄ້າ​ຈີນ​ຍັງຈະ​ສ້າງ​ ​ແລະ​ປັບປຸງ​ປະຕິບັດ​ງານ​ກົນ​ໄກ​​ເພື່ອ​ຊຸກຍູ້​ການ​ລົງທຶນຂອງ​ຕ່າງປະ​ເທດ, ການ​ບໍລິການ​ດ້ານການ​ລົງ​ທຶນ, ການປົກ​ປ້ອງການ​ລົງທຶນ ​ແລະ​ອື່ນໆ, ຕັ້ງໜ້າ​ຊ່ວຍ​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ​ໃຫ້ສາ​ຫະກິດ​ຕ່າງປະ​ເທດ​​ໃຫ້ດຳ​ເນີນ​ທຸລະ​ກິດ​ຢູ່​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​​ແຂວງ​ຮູ​ເປີ​ຍ, ຊຸກຍູ້​ໂຄງການ​ລົງທຶນ​ຂອງຕ່າງປະ​ເທດ​ທີ່​ສຳຄັນ​ໃຫ້ຈັດ​ຕັ້ງ​ປະຕິບັດ​ເປັນ​ຮູບ​ປະ​ທຳ, ສະໜັບສະໜູນ​ການ​ຟື້ນ​ຟູ​ການ​ຜະລິດ​ຄືນ​ໃໝ່ຂອງ​ວິ​ສາ​ຫະກິດ ​ແລະ​ບັບປຸງສະພາບແວດ​ລ້ອມ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0