何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ເຜີຍ​ແຜ່ “ປຶ້ມ​ປົກ​ຂາວ​ວ່າ​ດ້ວຍ​ສຸ​ຂະ​ພາບ​ຕາ​ຂອງ​ຈີນ”

2020-06-06 14:30:08 CRI

ວັນ​ທີ 6 ມິ​ຖຸ​ນາ​ນີ້ ແມ່ນ​ວັນຖະ​ໜອມດວງຕາ​ຂອງ​ຈີນ ຄັ້ງ​ທີ 25. ວັນ​ທີ 5 ​ເດືອນ​ດຽວ​ກັນ, ຄະ​ນະ​ກຳ​ມະ​ການ​ສາ​ທາ​ລ​ະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ, ​ໂດຍ​ໄດ້ເຜີຍ​ແຜ່“​ປຶ້ມ​ປົກ​ຂາວ​ວ່າ​ດ້ວຍ​ສຸ​ຂະ​ພາບ​ຕາ​ຂອງ​ຈີນ”, ​ແນະ​ນຳ​ຄວາມ​ຄືບ​ໜ້າ ແລະ ຜົນ​ງານ​ໃນ​ວຽກ​ງານ​ຮັກ​ສາ​ສຸ​ຂະ​ພາບ​ຕາ​ຂອງ​ຈີນ. ​ຜ່ານ​ການ​ສຳຫຼວດ​ແບບ​ຊຸມ​ຕົວ​ຢ່າງ​ຈາກ 9 ແຂວງ​ຂອງ​ຈີນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ອັດ​ຕາ​ເກີດ​ອາ​ການ​ຕາ​ບອດໄດ້ຫຼຸດ​ລົງ 37,8% ແລະ ​ສາຍ​ຕາ​ບົກ​ຜ່ອງ​ໄດ້ຫຼຸດ​ລົງ 15,4%, ຄວາມ​ສາ​ມາດ​ຂອງ​ພະ​ແນກ​ປິ່ນ​ປົວ​ຕາ​ໃນ​ຂັ້ນ​ຮາກ​ຖານ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ.

 

ປຶ້ມ​ປົກ​ຂາວ​ດັ່ງ​ກ່າວ​ລະ​ບຸ​ວ່າ: ສຳ​ລັບ​ຊາວ​ຈີນ​ແຕ່​ລະ 5ໝື່ນ​ຄົນ​ມີ ແພດ​ໝໍ​ພະ​ແນກ​ຕາ 1,6 ຄົນ,ເຊິ່ງ​ບັນ​ລຸ​ເຖິງ​ມາດ​ຕະ​ຖານ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ; ຢູ່​ໂຮງ​ໝໍ​ຂັ້ນ​ເມືອງ 90% ຂຶ້ນ​ໄປ​ໄດ້​ຕັ້ງ​ພະ​ແນກ​ຕາ​ແບບ​ອິດ​ສະຫຼະ, ອຸ​ປະ​ກອນ​​ການ​ປິ່ນ​ປົວ​ຕາໄດ້ສູງກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ.

 

ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ຍັງ​ໄດ້​ໃຊ້​ມາ​ດ​ຕະ​ການ​ທີ່​ກ່ຽວ​ຂ້ອງ​ເພື່ອ​ສຸມ​ໃສ່​ແກ້​ໄຂ​ພະ​ຍາດ​ຕາ​ຈຳ​ນວນ​ໜຶ່ງ​ທີ່ເຮັດ​ໃຫ້ເປັນ​ຕາ​ບອ​ດ. ຕົວ​ຢ່າງວ່າ, ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ ແລະ ຫ້ອງ​ການ​ຄະ​ນະ​ນຳ​ພາ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ແລະ​ການ​ພັດ​ທະ​ນາ​ແຫ່ງ​ລັດ​ຈີນ​ໄດ້​ຮ່ວມ​ກັນ​​ລິ​ເລີ່ມ“ໂຄງ​ການ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ​ດ້ວຍ​ແສງສະ​ຫວ່າງ”, ໂດຍ​ໃຫ້​ການ​ຊ່ວຍ​ເຫຼືອ ແລະ ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດແກ່ນຕາ​ຂຸ້ນ​ຢູ່​ເຂດ​ທຸກ​ຍາກ​ໂດຍ​ບໍ່​ເກັບ​ຄ່າ, ເພື່ອ​ສຸມ​ໃສ່​ແກ້​ໄຂ​ບັນ​ຫາ​ທີ່​ຕົກ​​ຢູ່ໃນ​ຄວາມ​ທຸກ​ຍາກ ຫຼື ກັບ​​ມາ​ທຸກ​ຍາກ​ອີກ​ຍ້ອນ​ເປັນ​ພະ​ຍາດ​ຂອງ​ຜູ້​ທຸກ​ຍາກ​ໃນ​ເຂດ​ຊົນ​ນ​ະ​ບົດ.

 

 

 

ຄຳ​ເຫັນ

0