蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງ​ຜູ້​ນຳ​ປະ​ເທດ​ຕາ​ເວັນ​ຕົກ “ຢາກ​ເວົ້າ​ພັດ​ບໍ່​ກ້າ​ເວົ້າ”ຕໍ່ໂສກ​ນາດ​ຕະ​ກຳ​ທີ່​ເກີດ​ຈາກການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ຂອງ​ອາ​ເມ​ຣິ​ກາ?

2020-06-06 16:58:32 CRI

ປັດ​ຈຸ​ບັນ​ນີ້, ​ການ​ປະ​ທ້ວງ​ຍ້ອນການ​ເສຍ​ຊີ​ວິດ​ຂອງ​ທ້າວ​ຈອ​ສ ຟ​ລອຍ ຊາວ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ ​ກຳ​ລັງແຜ່​ລາມ​ອອກ​ໃນ​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ. ໃນ​ຂະ​ນະ​ທີ່​ປະ​ຊາ​ຄົມ​ໂລກ​ຮ່ວມ​ກັນ​ກ່າວ​ປະ​ນາມ​ປາ​ກົດ​ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​​ທີ່​ມີ​ມາ​ແຕ່​ດົນ​ນານຂອງ​ອາ​ເມ​ຣິ​ການັ້ນ, ຜູ້​ນຳ​ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ທີ່​ມັກ​ເວົ້າ “ປະ​ຊາ​ທິ​ປະ​ໄຕ” ແລະ “ສິດ​ທິ​ມະ​ນຸດ” ຕິດ​ປາກ​ມາ​ຕະຫຼອດ​ນັ້ນ, ເທື່ອ​ນີ້ພັດ​ເຮັດ​ອຸມ​ອື້​ອຸມ​ອຶດ.

ຫວ່າງ​ມໍ່ໆ​ມາ​ນີ້, ໃນ​ເວ​ລາ​ຖືກ​ນັກ​ຂ່າວຖາມ​ວ່າ: ທ່ານ​ມີ​ຄຳ​ເຫັນ​ແນວ​ໃດ​ຕໍ່ “ຜູ້​ນຳ​ອາ​ເມ​ຣິ​ກາ​ຂູ່​ວ່າ​ຈະ​ໃຊ້​ກຳ​ລັງ​ທະ​ຫານ​ຕໍ່​ຜູ້​ປະ​ທ້ວງ​ປະ​ເທດ​ຕົນ”, ທ່ານ​ຈັ​ສ​ຕິນ ຕ​ຣູ​ດູ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ​ໄດ້​ມີ​ສີ​ໜ້າ​ກື້​ເຂີນ ແລະ ​ຢຸດ​ເປັນ​ເວ​ລາ 22 ວິ​ນາ​ທີ ຈິ່ງ​ໃຫ້​ຄຳ​ຕອບ, ແຕ່​ຄຳ​ຕອບ​ພັດ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຄຳ​ຖາມ, ມີ​ແຕ່​ເວົ້າ​ວ່າ: “ຈະ​ເນັ້ນ​ວຽກ​ໃສ່​ຊາວ​ກາ​ນາ​ດາ​ເອງ”. ຫຼັງ​ຈາກ​ເຫດ​ການ​ທ້າວ​ຈອ​ສ ຟ​ລອຍ​ເກີດ​ຂຶ້ນ​ໜຶ່ງ​ອາ​ທິດ​ແລ້ວ, ທ່ານ​ໂບ​ຣິ​ສ ຈອນ​ສັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດຈິ່ງ​ໄດ້​ອອກ​ຄຳ​ເຫັນ​ແບບ​ກ້ຽວ​ໄປ​ກ້ຽວ​ມາ​ວ່າ: “ລັດ​ທິ​ຈຳ​ແນກ​ເຊື້ອ​ຊາດ ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ບັນ​ຫາ​ລັດ​ທິ​ຈຳ​ແນກ​ເຊື້ອ​ຊາດ​ບໍ່​ມີ​ຈຸດ​ທີ່​ຢືນ​ຢູ່​ອັງ​ກິດ”, ນີ້​​ຖືກ​ສື່ມວນ​ຊົນ​​ຕຳ​ໜິກວ່າ, ໄດ້​ໃຫ້​ຄຳ​ຕອບ​​ແບບ​ບໍ່​ຖືກ​ຈຸດ ກ່ຽວ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອາ​ເມ​ຣິ​ກາ​ປາບ​ປາມ​ການ​ປະ​ທ້ວງ.

ທີ່​ຈິງ​ແລ້ວ, ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ໄດ້​ແລ່ນ​ຕາມ​ກົ້ນ​ຂອງ​ອາ​ເມ​ຣິ​ກາ​ມາ​ແຕ່​ດົນ​ແລ້ວ. ຖ້າ​ຢາກ​ມີ​ຈຸດ​ຢືນ​ທີ່​ເຂັ້ມ​ແຂງ​ຕໍ່​ອາ​ເມ​ຣິ​ກາ, ພວກ​ເຂົາ​ບໍ່​ໄດ້​ເຮັດ​ແບບ​ນີ້​ມາ​ແຕ່​ດົນ​ແລ້ວ ແລະ​ກໍ​ບໍ່​ກ້າ​ເຮັດ​ແບບ​ນີ້​ແລ້ວ. ດົນ​ແລ້ວ, ກໍ​ໄດ້​ກາຍ​ເປັນ​ຄວາມ​ຊິນ​ເຄີຍ​ຂອງ​ນັກ​ການ​ເມືອງ​ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ແລ້ວ. ອີກ​ດ້ານ​ໜຶ່ງ, ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ກໍ​ມີ​ບັນ​ຫາ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ທີ່​ໜັກ​ໜ່ວງ​ເຊັ່ນ​ກັນ, ​ຈົນ​ເຖິງ​ຂັ້ນນັກ​ການ​ເມືອງ​ຈຳ​ນວນ​ໜຶ່ງ​ກໍ​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ລັດ​ທິ​ຄົນ​ຜິວ​ຂາວ​ຢູ່ເໜືອ​ຄົນ​ຜິວ​ພັນ​ອື່ນໆ. ນອກ​ຈາກ​ພາ​ໃຫ້​ເກີດ​ການ​ປະ​ທ້ວງ​ຢູ່​ອາ​ເມ​ຣິ​ກາ​ແລ້ວ, “ການ​ເສຍ​ຊີ​ວິດ​ຂອງ​ທ້າວ​ຈອ​ສ ຟ​ລອຍ” ຍັງ​ພາ​ໃຫ້​ສິບກວ່າ​ປະ​ເທດ​ໃນ​ໂລກ ເຊັ່ນ: ອັງ​ກິດ, ອົ​ສ​ຕ​ຣາ​ລີ, ກາ​ນາ​ດາ ເປັນ​ຕົ້ນ​ເກີດ​ການ​ປະ​ທ້ວງ​ເຊັ່ນ​ກັນ. ນັກ​ການ​ເມືອງ​ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວ​ນ​ໜຶ່ງ​ກໍ​ເປັນ​ຫ່ວງວ່າ, ຖ້າ​ເວົ້າຫຼາຍ​ເກີນ​ໄປ, ອາດ​ຈະ​ເຮັດ​ໃຫ້​ປາ​ກົດ​ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ຂອງ​ປະ​ເທດ​ຕົນ​ຖືກ​ເປີດ​ເຜີຍ. ການ​ເຮັດ​ອຸມ​ອື້​ອຸມ​ອຶດ​ຕໍ່​ລັດ​ທິ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ແບບ​ນີ້, ກໍ​ໄດ້​ສ່ອງ​ແສງ​ໃຫ້​ເຫັນເຖິງ​ຄວາມ​ກັງ​ວົນ ແລະ ຄວາມ​ເປັນ​ຫ່ວງ​ໃນ​ໃຈ​ນັກ​ການ​ເມືອງ​ຕາ​ເວັນ​ຕົກ​ເຫຼົ່າ​ນີ້. ສະຫຼຸບ​ແລ້ວ​ກໍ​ແມ່ນ ລັດ​ທິ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ເປັນ​ບາດ​ແຜ​ໃນ​ສັງ​ຄົມ​ອາ​ເມ​ຣິ​ກາ ແລະ ກໍ​ເປັນ​ບັນ​ຫາ​ອັບ​ປະ​ຍົດ​ຮ່ວມ​ຂອງ​ໂລກ​ຕາ​ເວັນ​ຕົກ.

ຄຳ​ເຫັນ

0