郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ໃຊ້​ເຕັກ​ນິກ5Gໃນ​ທາງ​ທຸ​ລະ​ກິດຂອງ​ຈີນ​ຄົບ​ຮອບ​ໜຶ່ງ​ປີ

2020-06-06 16:32:23 cri

   ຮອດ​ວັນ​ທີ6ມິ​ຖຸ​ນານີ້, ຈີນ​ໄດ້​ໃຊ້​ເຕັກ​ນິກ5G​ໃນ​ທາງ​ທຸ​ລະ​ກິດ​ຢ່າງ​ເປັນ​ທາງ​ການຄົບ​ຮອບ​ໜຶ່ງ​ປີ​ແລ້ວ,ປັດ​ຈຸ​ບັນ ການ​ສ້າງ​ສາ​ເຄືອ​ຂ່າຍ5G​ຂອງ​​ຈີນ​​ໄດ້​ມີ​ທ່ວງ​ທ່າ​ເລັ່ງ​ລັດ​ໄວ​​ຂຶ້ນ.

   ແຕ່​ປີນີ້​ເປັນ​ຕົ້ນ​ມາ,ເຕັກ​ນິກ5G​ໄດ້​ເສີມ​ທ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ການ​ຊ່ວຍ​ປ້ອງ​ກັນ​ແລະ​ຄວບ​ຄຸມ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ19 ແລະ​ຟື້ນ​ຟູ​ວຽກ​ງານ​ແລະ​ການ​ຜະ​ລິດ, ​ຝ່າຍຕ່າງໆ​ໄດ້​ຖື5G​​ເປັນ​ສິ່​ງ​ສຳ​ຄັນ​ໃນ​ການ​ຊ່ວຍ​ປັບ​ປຸງ​ອົງ​ປະ​ກອບ​ການ​ລົງ​ທຶນ​ໃຫ້​ດີ​ຂຶ້ນ ແລະ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ. ທ່ານ​ມຽວເວີຍ,ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳແລະ​ເຕັກ​ນິກ​ຂໍ້​ມູນຂ່າວ​ສານ​​ຈີນ​ໄດ້​ກ່າວ​ໃນ​ໄລ​ຍະ​ໄຂ​ກອງ​ປະ​ຊູມ​ສອງ​ສ​ະ​ພາ​ປີນີ້​ວ່າ, ແຕ່​ປີນີ້​ເປັນ​ຕົ້ນ​ມາ,​ການ​ກໍ່​ສ້າງ​ດ້ານ5G​ໄດ້​ເລັ່ງ​ລັດໄວ​ຂຶ້ນ, ປັດ​ຈຸ​ບັນ ແຕ່​ລະ​ອາ​ທິດ​ໄດ້​ສ້າງສະ​ຖາ​ນີ​ສົ່ງ​ສັນ​ຍານ5G​​ເພີ່ມ​ຂຶ້ນປະ​ມານໜຶ່ງໝື່ນກວ່າ​ແຫ່ງ.

ຄຳ​ເຫັນ

0