郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງສົນະ​ນາກັບ​ປະ​ທ​າ​ນາ​ທິ​ບໍ​ດີ​ຝ​ລັ່ງ​ຜ່ານ​ທາງ​ໂທ​ລະ​ສັບ

2020-06-06 17:32:51 cri

   ​ຕອນ​ຄ່ຳວັນ​ທີ5ມິ​ຖຸ​ນານີ້,ທ່ານສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ສົນະ​ນາກັບ​ທ່າແອມ​ມາ​ນູ​ແອນ ມາ​ຄ​ຣົງ ປະ​ທ​າ​ນາ​ທິ​ບໍ​ດີ​ຝ​ລັ່ງ​ຜ່ານ​ທາງ​ໂທ​ລະ​ສັບ.

   ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ,ຕັ້ງ​ແຕ່​ເກີດການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ19ເປັນ​ຕົ້ນ​ມາ,ຈີນ​ແລະ​ຝ​ລັງ​ໄດ້​ຮັກ​ສາ​ການ​ປະ​ສານ​ງານ​ທາງ​ຍຸດ​ທະ​ສາດ​ໃນ​ລະ​ດັບ​ສູ​ງ. ປັດ​ຈຸ​ບັນ,​ ການ​ແຜ່​ລະ​ບາດ​​ຂອງພະ​ຍາດ​ໂຄວິດ19ຍັງ​ບໍ່​ສາ​ມາດຄວບ​ຄຸມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໄດ້​ເທື່ອ. ເມື່ອ​ຜະ​ເຊີນ​ໜ້າ​ກັບການ​ແຜ່​ລະ​ບາດ​​ຂອງ​ພະ​ຍາດ​ທີ່​ຮ້າຍ​ແຮງ,​ຄວາມ​ສາ​ມັກ​ຄີ​ແລະ​ຮ່ວມ​ມື​ກັນ​ຈິ່ງ​ເປັນ​ຊ່ອງ​ທາງ​ທີ່​ຖືກ​ຕ້ອງ. ຈີນ​ແລະຝ​ລັ່ງ​ຕ້ອງ​ສືບ​ຕໍ່​ພ້ອມ​ກັນ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຄົມ​ໂລກ​ເພື່ອ​ສາ​ມັກ​ຄີ​ກັນ​ຕ້ານ​ກັບ​ພະ​ຍາດ​ດັ່ງ​ກ່າວ, ​ປະ​ກອບ​ສ່ວນ​ຂອງ​ຈີນ​ແລະ​ຝ​ລັ່ງ​ໃນ​ການ​ເອົາ​ຊະ​ນະກັບການ​ແຜ່​ລະ​ບາດ​​ຂອງ​​ພະ​ຍາດໂຄວິດ19​ໃນ​ທົ່ວ​ໂລກ​ໃນ​ທີ່​ສຸດ. ຕ້ອງ​ຊຸກ​ຍູ້​ອົງ​ການ​ຈັດ​ຕັ້ງ​ຂອງສອງ​ປະ​ເທດດຳ​ເນີນ​ການ​ຄົ້ນ​ຄວ້າ​ຮ່ວມກັນ​,ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ຄົ້ນ​ຄວ້າ​ຜະ​ລິດ​ວັກ​ແຊນ​ແລະ​ຢາ​ປິ່ນ​ປົວ,ເລັ່ງ​ລັດ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​​ເປັນ​ເອ​ກະ​ພາບ​ກັນ​ຂອງກອງ​ປະ​ຊຸມ​ໃຫຍ່​ອົ​ງ​ການ​ອະ​ນາ​ໄມ​ໂລກ​ຄັ້ງ​ທີ73,ເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ​ອົງ​ການ​ອະ​ນາ​ໄມ​ໂລກ,​ເພີ່ມ​ທະ​ວີການ​ຮ່ວມ​ມື​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ19ລະ​ຫວ່າງ​ຈີນ ຝ​ລັ່ງ​ແລະ​ອາ​ຟ​ຣີ​ກາ​,ສະ​ໜັບ​ສະ​ໜູ​ນ​ປະ​ເທດໃນ​ພາກ​ພື້ນ​ດ້ອຍ​ພັດ​ທະ​ນາ​​ເຊັ່ນ ອາ​ຟ​ຣີ​ກາ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ19. ຕ້ອງ​ຍຶດ​ໝັ້ນ​ລັດ​ທິ​ຫຼາຍ​ຝ່າຍ,ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ.

   ທ່ານ​ສີ​ຈິ້​ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ,​ຈີນ​ແລະ​ສະ​ຫະ​ພາບເອີ​ລົບ​ແມ່ນ​ຄູ່​ຮ່ວມ​​ຍຸ​ດ​ທະ​ສາດ​ຮອບ​ດ້ານ​ທີ່​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ຢ່າງກວ້າງ​ຂວາງ. ຈີນ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ຕໍ່​ຄວາມ​ຄືບໜ້າ​ຂອງ​ການ​ເຊື່ອມ​ໂຍງສະ​ຫະ​ພາບ​ເອີ​ລົບ,ຍິນ​ດີຮ່ວມ​ກັບ​ສະ​ຫະ​ພາບ​ເອີ​ລົບ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ດ້ານຍຸດ​ທະ​ສາດ,ຊຸກ​ຍູ້ວ​າ​ລະ​ວຽກ​ທາງ​ການ​ເມືອງ​ທີ່​ສຳ​ຄັນ​ຈີນ-​ສະ​ຫະ​ພາບເອີ​ລົບ,ສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍ,ພ້ອມ​ກັ​ນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ​ເຊັ່ນ​ສາ​ທາ​ລະ​ນະ​ສຸກ,ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຊີ​ວະ​ນາ​ນາ​ພັນ​ແລະ​ອື່ນໆ,ຊຸກ​ຍູ້​ການ​ພົວ​ພັນ​ຈີນ-ເອີ​ລົບ​ໃຫ້​ຂະ​​ຫຍາຍ​ຕົວ​ຖາ​ວອນ​ແລະ​ໝັ້ນ​ທ່ຽງ.

   ທ່ານ​ມາ​ຄຣົງ​ກ່າວ​ວ່າ, ຝ​ລັ່ງ​ແລະ​ຈີນ​ໄດ້ສາ​ມັກ​ຄີ​ແລະ​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ​ໃນ​ການ​ຕ້ານ​ກັບພະ​ຍາດ​ໂຄວິດ19.ຝ​ລັ່ງ​ຫວັງ​ຢາກ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ບົນ​ຈິດ​ໃຈ​ດັ່ງ​ກ່າວ. ຝ​ລັ່​ງຊົມ​ເຊີຍ​ທີ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ປະ​ກາດ​ວ່າ​ຈີນ​ຈະ​ໃຫ້​ວັກ​ແຊ​ງ​ທີ່​ຕົນ​ຄົ້ນ​ຄວ້າ​ຜະ​ລິດ​ອອກ​ມານັ້ນ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ສາ​ກົນ, ຍິນ​ດີ​ຮ່ວມ​ກັນ​ກັບ​ຈີນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​​ເປັ​ນ​ເອ​ກະ​ພາບກັນ​ຂອງກອງ​ປະ​ຊຸມ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ,ສະ​ໜັບ​ສະ​ໜູນ​ໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ​​ເສີມ​ຂະ​ຫຍາຍ​ບົດ​ບາດທີ່​ສຳ​ຄັນ, ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ,ແລະ​ເພີ່ມ​ທະ​ວີ​ການສະ​ໜັບ​ສະ​ໜູນ​ປະ​ເທດ​ອາ​ຟ​ຣີ​ກາ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ19. ຝ​ລັ່ງ​ຍິນ​ດີຮ່ວມ​ກັນ​ກັບ​ຈີນ​ເພື່ອ​ປົກ​ປ້ອງ​ລັດ​ທິ​ຫຼາ​ຍ​ຝ່າຍ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,​ແລະ​ສິ່ງ​ແວດ​ລ້ອມ​ຊີ​ວະ​ນາ​ນາ​ພັນ, ​ເສີມ​ສ້າງ​ປັດ​ໄຈ​ອັນ​ຕັ້ງ​ໜ້າ​ຫຼາຍກວ່າ​ເກົ່າ​ເພື່ອ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລ​ະ​ພາບ​ຂອງ​ໂລກ. ຝ​​ລັ່ງ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງຕໍ່​ການ​ໄປ​ມາ​ຫາ​ສູ່​ແລກ​ປ່ຽນ​ກັນ​ທີ່​ສຳ​ຄັນ​ຕ່າງໆ​ລະ​ຫວ່າງ​ສະ​ຫະ​ພາບ​ເອີ​ລົບ​ກັບ​ຈີນ​ໃນ​ໄລ​ຍະ​ຕໍ່​ໜ້າ,​ແລະຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​​ຂອງ​ຕົນ.

ຄຳ​ເຫັນ

0