蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ຮອດ​ທ້າຍ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ ຈຳ​ນ​ວນ​ແຮງ​ງານ​ຜູ້​ທຸກ​ຍາກ​ຂອງ​ຈີນ​ທີ່​ໄດ້​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ​​ມີຫຼາຍກວ່າ​ປີ​ຜ່ານ​ມາແລ້ວ

2020-06-06 16:11:51 CRI

ຫ້ອງ​ການ​ຄະ​ນະ​ນຳ​ພາ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ລະ​ການ​ພັດ​ທະ​ນາ​ແຫ່ງ​ລັດ​ຈີນ​ແຈ້ງ​ຂ່າວ​ວ່າ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ສືບ​ຕໍ່​ຊຸກ​ຍູ້​ວຽກ​ງານ​ປ້ອງ​ກັນ​ແລ​ະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄປ​ພ້ອມໆ​ກັນ. ມາ​ຮອດ​ທ້າຍ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ​ນີ້, ຈຳ​ນ​ວນ​ແຮງ​ງານ​ຜູ້​ທຸກ​ຍາກ​ຂອງ​ຈີນ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ​ໄດ້​ມີຫຼາຍກວ່າ​ປີ​ຜ່ານ​ມາແລ້ວ, ວິ​ສາ​ຫະ​ກິດ​ນຳ​ໜ້າ​ຂະ​ແໜງ​ການ ແລະ ໂຮງ​ງານ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ ລ້ວນ​ແຕ່​ໄດ້​ຟື້ນ​ຟູ​ການ​ຜະ​ລິດ​ໂດຍ​ພື້ນ​ຖານ​ແລ້ວ, ການ​ບໍ​ລິ​ໂພກ​ເພື່ອ​ຊ່ວຍ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ກໍ​ໄດ້​ມີ​ການ​ເລີ່ມ​ຕົ້ນ​ທີ່​ດີ, ກົນ​ໄກ​ຕິດ​ຕາມເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ທີ່ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸ​ກ​ຍາກ​​ແລ້ວ​ກັບ​ມາ​ທຸກ​ຍາກ​ຄືນ​ໃໝ່​ກໍ​ໄດ້​ສ້າງ​ຂຶ້ນ​ໂດຍ​ພື້ນ​ຖານ​ແລ້ວ.

ແຮງ​ງານ​ຜູ້​ທຸກ​ຍາກ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ​ໄດ້​ມີ​ເຖິງ 27,507 ລ້ານຄົນ​ແລ້ວ ເຊິ່ງ​ເທົ່າ​ກັບ 100,79% ຂອງ​ປີ​ຜ່ານ​ມາ. ໃນ​ນັ້ນ, ຈຳ​ນວນແຮງ​ງານ​ຜູ້​ທຸກ​ຍາກ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ​ຫຼາຍກວ່າ​ປີ​ຜ່ານ​ມາ​ມີ 17 ແຂວງ; 52 ເມືອງ​ທີ່​ເນັ້ນ​ໃສ່​ການ​ຈັດ​ຫາ​ວຽກ​ງານ​​ໃຫ້​ແຮງ​ງານ​ຜູ້​ທຸກ​ຍາກ​ມີ​ແຮງ​ງານ 2,7342 ​ລ້ານຄົນ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ ເຊິ່ງ​ເທົ່າ​ກັບ 107,45% ຂອງຍອດ​ຈຳ​ນວນ​ແຮງ​ງານຜູ້​ທຸກ​ຍາກ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ​ໃນ​ປີ​ຜ່ານ​ມາ.

ຄຳ​ເຫັນ

0