蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີ​ຮ່ວມ​ກັບຝ່າຍ​ຕ່າງໆ​ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຟູການ​ເຕີບ​ໂຕ​​ຢ່າງ​ແຂງ​ແຮງ​ໂດຍ​ໄວ

2020-06-06 16:12:42 CRI

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 5 ມິ​ຖຸ​ນາ​ນີ້, ທ່ານ​ເກິ໋ງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັນຝ່າຍ​ຕ່າງໆ ເຊິ່ງ​ລວມ​ທັງ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ ​ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຟູການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​, ຕໍ່​ເນື່ອງ, ສະ​ໝ່ຳ​ສະ​ເໝີ ແລະ ກວມ​ລວມໂດຍ​ໄວ.

ວັນ​ທີ 3 ມິ​ຖຸ​ນາ​ນີ້, ທ່ານ​ຄ​ລາວ​ສ ສະ​ວັບ ປະ​ທານ​ເວ​ທີ​ປຶ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ກ່າວ​ວ່າ, ກອງ​ປະ​ຊຸມ​ປະ​ຈຳ​ປີ 2021 ​ຂອງ​ເວ​ທີ​ປຶ​ກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມັງ​ກອນ​ປີ​ໜ້າ. ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ເກິ໋ງ​ສວງ​ກ່າວ​ວ່າ, ກອງ​ປະ​ຊຸມ​ປະ​ຈຳ​ປີ 2021 ຂອງ​ເວ​ທີ​ປຶ​ສາ​ຫາ​ລື​ເສດ​ຖະ​ກິດ​​ໂລກໄດ້​​ກຳ​ນົດ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ເປັນ “​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຂອງ​ໂລກ” ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ, ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ປາ​ຖະ​ໜາ​ອັນ​ແຮງ​ກ້າ ​ທີ່​ຮ່ວມ​ມື​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຟູ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ, ​ເຊິ່ງມີ​ຄວາມ​ໝາຍ​ອັນ​ຕັ້ງ​ໜ້າ.

ທ່ານ​ເກິ໋ງ​ສວງ​ກ່າວ​ເນັ້ນ​ວ່າ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່​ວ່າ, ​ຊາ​ຕາ​ກຳ​ຂອງປະ​ເທດ​ຕ່າງໆໄດ້​ພົວ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ, ມວນ​ມະ​ນຸດ​ແມ່ນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​​ທົ່ວ​ໂລກສອງ​ຢ່າງ​ທັງ​ດ້ານ​ສາ​ທາ​ລະ​ນະ​ສຸກ ແລະ ​ດ້ານ​ເສດ​ຖະ​ກິດ​, ມີ​ພຽງ​ແຕ່​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ເປັນ​​ຄູ່​ຮ່ວມ, ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ແລະ​ການ​ປະ​ສານ​ງານ​ກັນ, ຈິ່ງ​ຈະ​ສາ​ມາດ​ເອົ​າ​ຊະ​ນະ​ວິ​ກິດ​ການ​ຄັ້ງ​ນີ້ໄດ້.

ຄຳ​ເຫັນ

0