何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຄົ້ນ​ຄວ້າ​ຢາ​ວັກ​ແຊງ ແລະ ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຕ້ານ​ກັບ​ພະ​ຍາດ

2020-06-06 15:01:09 CRI

ວັນ​ທີ 5 ມິ​ຖຸ​ນາ​ນີ້, ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມແນວ​ຄວາມ​ຄິດ​ແຫ່ງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ແລກ​ປ່ຽນ ​ກັບ​ຝ່າຍ​ຕ່າງໆ​​ຢ່າງ​ໃກ້​ຊິດ, ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ຊຸກ​ຍູ້​ການ​ຄົ້ນ​ຄວ້າ​ຢາ​ວັກ​ແຊງ ແລະ ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຕ້ານ​ກັບ​ພະ​ຍາດ, ຮ່ວມ​ກັນ​ເອົາ​ຊະ​ນະ​ກັນ​ພະ​ຍາດ​​ໄດ້ໂດຍ​ໄວ.

 

ຫວ່າງ​ມໍ່ໆ​ມາ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ຢາ​ວັກ​ແຊງ​ໂລກ​ໄດ້​ຈັດ​ຂຶ້ນ​ດ້ວຍ​ຮູບ​ແບບກອງ​ປະ​ຊຸມ​ທາງວີ​ດີ​ໂອ. ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຈຸດ​ປະ​ສົງ​ທີ່​ລະ​ດົມ​ທຶນ​ໃຫ້​ສະ​ຫະ​ພັນ​ຢາ​ວັກ​ແຊງ ແລະ ພູມ​ຕ້ານ​ທານ​ໂລກ ຫຼື GAVI, ເພື່ອ​ຮັບ​ປະ​ກັນ​ໃຫ້​ຢາ​ວັກ​ແຊງ​ສາ​ມາດ​ເຂົ້າ​ເຖິງ​ທຸກ​ປ​ະເທດ, ໂດຍ​ສະ​ເພ​ມະ​ແມ່ນ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ທຶນ​ແກ່​ການ​ເລັ່ງ​ລັດ​ຄົ້ນ​ຄວ້າ ຜະ​ລິດ ແລະ ແຈກ​ຢາຍ​ຢາ​ວັກ​ແຊງ​ຕ້ານ​ເຊື້ອ​ພ​ະ​ຍາດ​ໂຄວິດ-19.

 

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ມິ​ຖຸ​ນາ​ນີ້, ທ່ານ​ເກີງ​ສວງ​ໄດ້​ຕອບ​ຄຳ​ຖາມ​ຕໍ່​ນັກ​ຂ່າວ​ວ່າ, ຈີນ​ເຫັນ​ວ່າ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ໄດ້​ສະ​ແດງ​ຄວາມ​ປາ​ຖະ​ໜາ​ຮ່ວມ​ທີ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຄົ້ນ​ຄວ້າ​ຢາ​ວັກ​ແຊງ, ໄດ້​ສ​ະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ໝັ້ນ​ໃຈ ແລະ ຄວາມ​ຕັດ​ສິນ​ໃຈ​ຂອງ​ປະ​ຊາ​ຄົມ​ໂລກ​ໃນ​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ. ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ດັ່ງ​ກ່າວ.

 

ທ່ານ​ເກີງ​ສວງ​ກ່າວ​ເນັ້ນ​ວ່າ, ພາຍ​ໃຕ້​ສະ​ພາບ​ການ​ທີ່​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້​າ​ທາຍອັນ​ຂ້ຽວ​ຂາດ​ຈາກ​​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຢາ​ວັກ​ແຊງ​ແມ່ນ​ສິ່ງ​ປ້ອ​ງ​ກັນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ເຂັ້ມ​ແຂງ. ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັບ​ຝ່າຍ​ຕ່າງໆ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ແຊງ.

ຄຳ​ເຫັນ

0