何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແມ່ນໍ້າສາຍນີ້ ທ່ານສີຈິ້ນຜິງໄດ້ມາສຳຫຼວດ 4 ເທື່ອພາຍໃນເວລາໜຶ່ງປີ

2020-06-12 20:47:26 CRI

ຕອນ​ບ່າຍ​ວັນ​ທີ 8 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ທີ່​ພວມ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ນິງ​ເຊ້ຍ​ໄດ້​ໄປສຳຫຼວດ​ກວດ​ເບິ່ງ​ແມ່​ນ້ຳ​ເຫຼືອງ​ຕອນ​ເທ​ສະ​ບານ​ນະ​ຄອນ​ອູ​ຈົ່ງ, ​ເພື່ອ​ຮັບ​ຮູ້ສະ​ພາບ​ການ​ອະ​ນຸ​ລັກ​ລະ​ບົບ​ນິ​ເວດ​ຂອງ​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ.

图片默认标题_fororder_VIP黄河5

ນີ້​ແມ່ນ​​ການ​ເຄື່ອນ​ໄຫວ​ຂອງທ່ານ​ສີ​ຈິ້ນ​ຜິງ​ທີ່​ໄປ​ສຳຫຼວດ​ກວດ​ເບິ່ງ​ແມ່​ນ້ຳ​ເຫຼືອງ​ຄັ້ງ​ທີ 4 ພາຍ​ໃນປີ​ດຽວ.

 

 

ແມ່​ນ້ຳ​ເຫຼືອງ​ໄຫຼ​ຜ່ານ9 ແຂວງ​ ແລະເຂດ​ປົກ​ຄອງ​ຕົນ​ເອງ​ຂອງ​ຈີນ. ​ໃນ​ນັ້ນ​ມີ​ພຽງເຂດ​ນິງ​ເຊ້ຍ​ເຂດດຽວ​ທີ່ມີ​ເນື້ອ​ທີ່​ທັງ​ໝົດ​ນອນ​ຢູ່​ໃນ​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ​. ໃນ​ປີ 2019 ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳຫຼວດ 6 ​ເຂດແຂວງ​​ລຽບ​ຕາມ​ເຂດ​ລ້ອ​ງ​ແມ່​ນ້ຳ​ເຫຼືອງ. ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ:​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ແມ່​ນ້ຳ​ເຫຼືອງ.

 

 

图片默认标题_fororder_VIP黄河2

ແມ່​ນ້ຳ​ເຫຼືອງ​ແມ່ນ​ແມ່​ນ້ຳແຫ່ງ​ມານ​ດາ​ຂອງ​ປະ​ຊາ​ຊາດ​ຈີນ, ​ມີ​ຈຸດກຳ​ເນີດ​ຈາກ​ພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ, ​ມີ​​ຄວາມຍາວ​ທັງ​ໝົດ 5464 ກິ​ໂລ​ແມັດ, ເຂດ​ລ້ອງ​ແມ່​ນ້ຳ​ມີ​​ເນື້ອ​ທີ່ເຖິງ 795000 ກິ​ໂລ​ຕາ​ແມັດ, ແມ່ນ​ແມ່​ນ້ຳ​ຍາວ​ອັນ​ດັບ​ສອງ​ຂອງ​ຈີນ ​ຖັດ​ຈາກ​ແມ່​ນ້ຳ​ຢາງ​ເຊ. ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ​ມີ​ເຂດ​ນິ​ເວດ​ລະ​ດັບ​ຊາດ​ທີ່​ສຳ​ຄັນຫຼາຍ​ແຫ່ງ, ປະ​ລິ​ມານ​ສະ​ສົມ​ຖ່ານ​ຫີນກວມ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​ຂອງ​ທົ່ວ​ປະ​ເທດ, ມີ​​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ຄວາມ​ປອດ​ໄພ​ດ້ານ​ນິ​ເວດ​ຂອງ​ຈີນ.

 

 

ເດືອນ​ສິງ​ຫາ​ປີ 2019, ຢູ່​ນະ​ຄອນ​ລານ​ໂຈ່ ຍ່ານ​ເໜືອ​​ຂອງແມ່​ນ້ຳ​ເຫຼືອງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວວ່າ: “ຂ້າ​ພະ​ເຈົ້າ​ເຄີຍ​ເວົ້​າ​ວ່າ ແມ່​ນ້ຳ​ຢາງ​ເຊ​ເຈັບ​ປ່ວຍ​ແລ້ວ, ທັງ​ເຈັບໜັກ. ມື້​ນີ້​ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ວ່າ, ແຕ່​ໃດໆ​ມາ ແມ່​ນ້ຳ​ເຫຼືອງ​ກໍ​ມີ​ຄວາມ​ອ່ອນ​ແອ ແລະ ​ມັກ​ເຈັບ​ເປັນເລື້ອຍໆ, ເກີດ​ໄພ​ນ້ຳ​ຖ້ວມ​ເລື້ອຍໆ.”

 

图片默认标题_fororder_VIP黄河1

 

ເດືອນ​ກັນ​ຍາ​ປີ​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ລະ​ບົບ​ນິ​ເວດ ແລະ ພັດ​ທະ​ນາ​ເຂດ​ລ້ອ​ງ​ແມ່​ນ້ຳ​ເຫຼືອງ​ດ້ວຍ​ຄຸນ​ນະ​ພາບ​ສູງ.

 

 

ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນກອງ​ປະ​ຊຸມ​ລະ​ດັບ​ສູງ, ຜູ້​ຮັບ​ຜິ​ດ​ຊອບ​ຂອງ 9 ເຂດແຂວງ​​ໃນ​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ ຜູ້​ຮັບ​ຜິ​ດ​ຊອບ​ຂອງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂັ້ນ​ສູ​ນ​ກາງ​ໄດ້​ເຂົ້າ​ຮ່ວມ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ປະ​ກອບ​ຄຳ​ເຫັນ​ທີ່​ສຳ​ຄັນ ໂດຍ​ໄດ້​ມີ​ຂໍ້​ສະ​ເໜີ​ຢ່າງ​ຈະ​ແຈ້ງວ່າ: “ກາ​ນອ​ະ​ນຸ​ລັກ​ແມ່​ນ້ຳ​ເຫຼືອງ​ແມ່ນ​ແຜນ​ການ​​ສຳ​ຄັນຍາວ​ນານ​ທີ່​​ພົວ​ພັນ​ເຖິງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່ ແລະ ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ຊາ​ຊາດ​ຈີນ.”

图片默认标题_fororder_VIP黄河4

 

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ຍົກ​ເອົາ​ຄວາມ​ເວົ້າ​ບູ​ຮານ​ປະ​ໂຫຍກ​ໜຶ່ງ​ຂອງ​ຈີນ ຄື “​ທ່ານອີ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ນ້ຳ​ຖ້ວມ​ໄດ້, ຍ້ອນ​ເຄົາ​ລົບ​ກົດ​ເກນ​ທຳ​ມະ​ຊາດ​ຂອງ​ນ້ຳ”, ໂດ​ຍ​ຊີ້​ອອກວ່າ, ຕ້ອງ​ເຄົາ​ລົບ​ກົດ​ເກນ, ປະ​​ຖິ້ມ​ແນວ​ຄິດ​​ຮ້ອນ​ຮົນ​ຟ້າງ​ຟັ່ງທີ່​ຕ້ອງ​ເອົາ​ຊະ​ນະ​ນ້ຳແລະ ເອົາ​ຊະ​ນະ​ທຳ​ມະ​ຊາດ.

 

 

ຈາກ​​ສັນ​ຊາດ​ຕະ​ຍານ​ທີ່​ຮ້ອນ​ຮົນ​ຟ້າວ​ຟັ່ງ​ທີ່ຢາກ​ເອົາ​ຊະ​ນະ​ນ້ຳ ແລະ ທຳ​ມະ​ຊາດ, ຫັນ​ມາ​ສູ່​ແນວ​ຄວາມ​ຄິດ​ທີ່​ເຄົາ​ລົ​ບ​ກົດ​ເກນ ແລະ ອະ​ນຸ​ລັກ​ທຳ​ມະ​ຊາດ, ຢູ່​ເບື້ອງຫຼັງ​​ຂອງ​ພຶດ​ຕິ​ກຳ​​ປົວ​ແປງ​ແມ່​ນ້ຳ​ເຫຼືອງ, ໄດ້​ສ່ອງ​ແສງ​​ໃຫ້​ເຫັນ​ເຖິງ​ຄວາມ​ປ່ຽນ​ແປງ​ຂອງ​​ການ​ຮັບ​ຮູ້​ຕໍ່​ທຳ​ມະ​ຊາດ​ຂອງ​ຊາວ​ຈີນ​ໃນ​ຫຼາຍ​ພັນ​ປີ​ມາ​ນີ້. ກໍ​ຍ້ອນ​ເປັນ​ແນວ​ນີ້, ທ່ານ​ສີ​ຈິ້​ນ​ຜິງ​ໄດ້​ກ່າວ​ວ່າ: “ເວົ້າ​ໃນ​ຄວາມ​ໝາຍ​ດ້ານ​ໃດ​ໜຶ່ງ​ແລ້ວ, ປະ​ຫວັດ​ສາດ​ທີ່​​ປົວ​ແປງ​ແມ່​ນ້ຳ​ເຫຼືອງ​ຂອງ​ປະ​ຊາ​ຊາດ​ຈີນ​ກໍ​ແມ່ນ​ປະ​ຫວັດ​ສາດ​ບໍ​ລິ​ຫານປະ​ເທດ.”

图片默认标题_fororder_VIP黄河3

 

 

 

ຄຳ​ເຫັນ

0