徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເມືອງປູ້ໂທ​ແຂວງ​ເສ​ສວນ: ເຮັດ​ໃຫ້​ມໍ​ລະ​ດົກ​ທີ່​ບໍ່​ເປັນ​ວັດ​ຖຸ​ກາຍ​ເປັນ “ກຳ​ລັງແຮງ​ການ​ຜະ​ລິດທີ່​ຫຼຸດ​ພົ້ນ​ອອກ​ຈາກຄວາມ​ທຸກ​ຍາກ”

2020-06-13 16:19:27 cri

图片默认标题_fororder_微信图片_20200613161815

ຕາ​ມ​ຂ່າວCRI: ເມືອງປູ້​ໂທ​ຂອງ​ແຂວງ​ເສ​ສວນຕັ້ງ​ຢູ່​ໃນ​ພູ​ຜາ​ດ້າ​ລຽງ, ແມ່ນ​ເຂດ​ທີ່​ອະ​ນຸ​ລັກ​ຮີດ​ຄອງ​ປະ​ເພ​ນີວັດ​ທະ​ນະ​ທຳ​ອາ​ດູ​ເຜົ່າ​ຢີ​ຢ່າງ​ດັ້ງ​ເດີມ​ແລະ​ຄົບ​ຖ້ວນ​ສົມ​ບຸນທີ່​ສຸດ. ເມື່ອສີ​ມືການ​ຜະ​ລິດ​ເຄື່ອງ​ເອ້​ຢ້ອງ​ເງິນ​ເຜົ່າ​ຢີ​ທີ່​ສືບ​ທອດກັນ​ມາ​ທຸກ​ເຊັ່ນ​ຄົນຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ແລ້ວ, ກໍ​ຄ່ອຍ​ທັງກາຍ​ເປັນ​ວິ​ທີ​ສ້າງ​ຄວາມ​ຮັ່ງ​ມີ​ແລະ​ຫຼຸດ​ພົ້ນອອກ​ຈາກ​ຄວາມ​ທຸກ​ຍາກຂອງ​ຊ່າງ​ຕີເຄື່ອງ​ເງິນ​ເມືອງປູ້​ໂທຕ່າງໆ.

图片默认标题_fororder_微信图片_20200613161821

ຢູ່​ຕົວ​ເມືອງ​ຂອງ​ຕາ​ແສງ​ປູ​ໂທ​ມີ​ຖະ​ໜົນ​ຂາຍ​ເຄື່ອງ​ເງິນ​ທີ່​ມີ​ຊື່​ສຽງ, ຢູ່​ສອງ​​ຟາກ​ທາງ​ເຕັມໄປ​ແຕ່​ຮ້ານ​ຂາຍ​ເຄື່ອງ​ເງິນ. ຕາມ​ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ຫໍ​ວັດ​ທະ​ນະ​ທຳເມືອງປູ້ໂທແນະ​ນຳ​ໃຫ້​ຮູ້ວ່າ, ປັດ​ຈຸ​ບັນ​, ຊ່າງ​ຕີ​ເງິນ​ທີ່​​ເປີດ​ຮ້ານ​ຂາຍ​ຢູ່​ນີ້​ມີທັງ​ໝົດ 68 ຄອບ​ຄົວ, ຜູ້​ເຮັດ​ວຽກ​ທີ່​ກຽວ​ຂ້ອງມີ 120 ກວ່າ​ຄົນ, ຍອດ​ມູນ​ຄ່າ​ການ​ຈຳ​ໜ່າຍ​ມີ​ເກືອບ 30 ລ້ານຢວນ​ຕໍ່​ປີ, ເຊິ່ງມີ​ກຳ​ໄລ​ປະ​ມານ 4 ລ້ວນຢວນ.

图片默认标题_fororder_微信图片_20200613161825

​ສາ​ສະ​ດາ​ຈານທາວ ຢູ,​ຊ່ຽວ​ຊານ​ໃນສູນ​ແລ​ກ່​ປ່ຽນ​ເຄື່ອງ​ສີ​ລະ​ປະ​​ຂອງ​ສະ​ມາ​ຄົມ​ການ​ລົງ​ທຶ​ນ​ຈີນ​ກ່າວ​ວ່າ, ມໍ​ລະ​ດົກ​ທີ່​ບໍ່​ເປັນ​ວັດ​ຖຸ​ແລະ​ການລຶບ​ລ້າງຄວາມ​ທຸກ​ຍາກ​ແມ່ນ​ມີ​ການ​ພົວ​ພັນ​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ແລະ​ຊຸກ​ຍູ້​ເຊິ່ງ​ກັນ​ແລະ​ກັນ. ເມືອງ​ປູ​ໂທ​ຄວນ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ອຸດ​ສາ​ຫະ​ກຳ​ຂອງ​ເຄື່ອງ​ສີ​ລະ​ປະ​ດັ້ງ​ເດີມ​ທີ່​ເປັນ​ມໍ​ລະ​ດົກ​ຕ່າງໆ​, ເຊັ່ນ: ​ເສື້ອ​ຜ້າ​​​ເຜົ່າ​ຢີ, ເຄື່ອງ​ເງິນ​​​ເຜົ່າ​ຢີ, ເຄື່ອງທາ​ສີ​​ເຜົ່າ​ຢີແລະອື່ນໆ, ຊຸກ​ຍູ້​ພັດ​ທະ​ນາໃຫ້​ເປັນ​ອຸດ​ສາ​ຫະ​ກຳ​ແລະມີ​ຂະ​ໜາດ​​ໃຫຍ່ກວ່າ​ເກົ່າ​ບົນ​ພື້ນ​ຖານທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້, ເຮັດ​ໃຫ້​ມວນ​ຊົນ​ຢູ່​ເຂດ​ທຸກ​ຍາກສາ​ມາດ​ປະ​ກອບ​ອາ​ຊີບ​ຢູ່​ໃກ້​ບ້ານ​ຫຼື​ຢູ່ໃນ​ບ້ານ​ຕົນ​ເອງ​ໄດ້ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0