黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ນຳ​ການ​ຮ່ວ​ມ​ມື​ສາ​ກົນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19

2020-06-24 14:29:28 cri

“ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ບໍ່​ມີ​ພົມ​ແດນ, ບັນ​ດາ​ປະ​ເທດ​ໃນ​ໂລກ​ລ້ວນ​ແຕ່​ແມ່ນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ.” ໂດຍ​ຜະ​ເຊີນ​ໜ້າ​ກັບ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເປັນສັດ​ຕູ​ຮ່ວມຂອງມວນ​ມະ​ນຸດ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ພະ​ຍາ​ຍາມ​ສົ່ງ​ເສີມ​ການ​ຮ່ວມ​ມື​ສາ​ກົນ ແລະ ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ນັບ​ແຕ່​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ​ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ​ ເພື່ອຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ​ໃນ​ຮູບ​ແບບ​ຜ່ານ​ວິ​ດີ​ໂອ​ 3 ຄັ້ງ​ແລ້ວ.

ວັນ​ທີ 26 ມີ​ນາ​ປີ​ນີ້, ໃນ​ກອງ​ປະ​ຊຸມ​ສຸດຍອດ​ສະ​ໄໝ​ພິ​ເສດ​ຂອງກຸ່ມ 20 ປະ​ເທດ ຫຼື G20 ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮຽກ​ຮ້ອງວ່າ: “ຕ້ອງ​ປົກ​ປ້ອງ​ແມ່​ຍິງ ແລະ ເດັກ​ນ້ອຍ, ປົກ​ປ້ອງ​ຜູ້​ເຖົ້າ​ຜູ້​ແກ່, ຄົນ​ພິ​ການ ແລະ ກຸ່ມ​ຄົນ​ດ້ອຍ​ໂອ​ກາດ​ອື່ນໆ, ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂັ້ນ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ.” ທ່ານ​ສີ​ຈິ້ນ​ຜິງ​ຍັງ​ປະ​ກາດ​ວ່າ: “ຈີນ​ຈະ​ແບ່ງ​ປັນ​ວິ​ທີ​ທີ່​ດີ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ກັບ​ປະ​ເທດ​ຕ່າງໆ, ຈີນ​ຈະ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ຜະ​ລິ​ດ​ຢາ​ວັກ​ແຊັງ​ແລະ​ຢາ​ປົວ​ພະ​ຍາດ​ກັບ​ປະ​ເທດ​ຕ່າງໆ.” “ຈີນ​ຈະ​ເພີ່ມ​​ທະ​ວີ​ສະ​ໜອງ​​ສານ​ອອກ​ລິດ​ຂອງ​ການ​ຢາ, ເຄື່ອງ​ໃຊ້​​ໃນ​ຊີ​ວິດປະ​ຈຳ​ວັນ, ວັດ​ຖຸ​ອຸ​ປະ​ກອນ​ປ້ອງ​ກັນ​ພະ​ຍາດ ແລະ ຜະ​ລິດ​ຕະ​ພັນ​ອື່ນໆ​ໃຫ້​ຕະຫຼາດ​ສາ​ກົນ.”

ວັນ​ທີ 18 ພຶດ​ສະ​ພາ​ປີ​ນີ້, ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ວິ​ດີ​ໂອ​ອົງ​ການ​ອະ​ນາ​ໄມ​ໂລກ​ທາງວິ​ດີ​ໂອ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ຕ້ອງ​ຍຶດ​ໝັ້ນ​​ການ​ຖື​ເອົາປະ​ຊາ​ຊົນ​ເປັນ​ສຳ​ຄັນ​ທີ່​ສຸດ, ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ, ​ສັບ​ຊ້ອນ​ຈັດ​ວາງ​ກຳ​ລັງ​ທາງ​ການ​ແພດ ແລະ ວັດ​ຖຸ​ອຸ​ປະ​ກອນ​ສຳ​ຄັນ​ຕາມຫຼັກ​ວິ​ທະ​ຍາ​ສາດ, ໃຊ້​ມາດ​ຕະ​ການ​ທີ່​ແຂງ​ແຮງ​ໃນ​ຂົງ​ເຂດ​ປ້ອງ​ກັນພະ​ຍາດ, ກັກ​ບໍ​ລິ​ເວນ, ກວດ​ຫາ​ເຊື້ອ​ພະ​ຍາດ, ປິ່ນ​ປົວ ແລະ ຕິດ​ຕາມ​ຜູ້​ເປັນ​ພະ​ຍາດ, ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ໂດຍ​ໄວ ແລະ ພະ​ຍາ​ຍາມ​ຕັດ​ຊ່ອງ​ທາງ​ການ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດ​ຢູ່​ຕາມ​ຊາຍ​ແດນ.” ນອກ​ນີ້, ທ່ານ​ຍັງ​ປະ​ກາດ​ມາດ​ຕະ​ການ​ຕ່າງໆ ເຊັ່ນ: “ສ້າງ​​ຕັ້ງສາງ ແລະ ສູນ​ຮັບ​ມື​ສຸກ​ເສີນ​​ເພື່ອ​ມະ​ນຸດ​ສະ​ທຳ​ທົ່ວ​ໂລກ​ຢູ່​ຈີນ”, “ສ້າງ​ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ​ໂຮງ​ໝໍ​ແຮກ​ສ່ຽວ 30 ແຫ່ງ​ຂອງ​ຈີນ-ອາ​ຟ​ຣິ​ກາ”, “ພາຍ​ຫຼັງ​ຢາ​ວັກ​ແຊັງ​ກັນ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ​ສາ​ມາດ​ຄົ້ນ​ຄວ້າ​ຜະ​ລິດ​​ຢ່າງສຳ​ເລັດຜົນ​ແລະ​ປ້ອນ​ເຂົ້າ​ຕະຫຼາດ​​ເປັນ​ທີ່​ຮຽບ​ຮ້ອຍແລ້ວ, ຈະ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​​ຂອງທົ່​ວ​ໂລກ” ແລະ ອື່ນໆ.

ວັນ​ທີ 17 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ສະ​ໄໝພິ​ເສດ​​ຈີນ-​ອາ​ຟ​ຣິ​ກາ​​ ເພື່ອສາ​ມັກ​ຄີ​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໂດຍ​ກ່າວ​ເນັ້ນ​ວ່າ: “ຕ້ອງ​ຍຶດ​ໝັ້ນ​ການ​ຖື​ເອົາ​ປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ ແລະ ​ຖື​ເອົາຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ, ຈັດ​ແບ່ງ​ຊັບ​ພະ​ຍາ​ກອນ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ສາ​ມັກ​ຄີ​ແລະ​ຮ່ວມ​ມື​ກັນ, ພະ​ຍ​າ​ຍາມ​ຢ່າງ​ສຸດ​ຂີດ ເພື່ອ​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ ພ້ອມ​ທັງຫຼຸດ​ຜົນ​ກະ​ທົບ​ທາງ​ລົບ​ໃຫ້​ຕ່ຳ​ລົງ​ຮອດ​ລະ​ດັບ​ຕ່ຳ​ສຸດ.” ທ່ານ​ສີ​ຈິ້ນ​ຜິງ​ຍັງ​ປະ​ກາດ​ມາດ​ຕະ​ການ​ຕ່າງໆ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຕ້ານ​ກັບ​ພະ​ຍາດ​ຢູ່ອາ​ຟ​ຣິ​ກາ ເຊັ່ນ: “ຈະ​ລົງ​ມື​ກໍ່​ສ້າງ​ສຳ​ນັກ​ງານ​ໃຫຍ່​ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​​ຢູ່ອາ​ຟ​ຣິ​ກາ​​ກ່ອນ​ກຳ​ນົດໃນ​ປີ​ນີ້”, “ພາຍ​ຫຼັງ​ຢາ​ວັກ​ແຊັງ​ກັນ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ​ສາ​ມາດ​ຄົ້ນ​ຄວ້າ​ຜະ​ລິດ​​ຢ່າງສຳ​ເລັດ​​ຜົນ​ແລ້ວ​ທັງ​ປ້ອນ​ເຂົ້າ​​ເຂົ້າຕະຫຼາດ​ໂລກ​ແລ້ວ, ຈະ​ໃຫ້​ປະ​ເທດອ​າ​ຟ​ຣິ​ກາ​ນຳ​ໃຊ້​ກ່ອນ​ໝູ່” ແລະ ອື່ນໆ.

ກອງ​ປະ​ຊຸມ​ສາ​ກົນ 3 ຄັ້ງ, ມາດ​ຕະ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທຸກ​ຢ່າງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ເສີມ, ລ້ວນ​ແຕ່​ໄດ້​ປິ່ນ​ອ້ອມ​ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ສາ​ກົນ, ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ການ​ຕ້ານ​ກັບ​ພະ​ຍາດ​ຂອງ​ທົ່ວ​ໂລກ​ຢ່າງ​ແຂງ​ແຮງ ແລະ ເຕົ້າ​ໂຮມ​ກຳ​ລັງ​ໃຈ​ຂອງ​ສາ​ກົນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ.

ມວນ​ມະ​ນຸດ​ເປັນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ, ​ຄວາມສາ​ມັກ​ຄີ ແລະ ​ການຮ່ວມ​ມື​ກັນ​ ກໍ​ແມ່ນ​ອາ​ວຸດ​ທີ່​ເຂັ້ມ​ແຂງ​ທີ່​ສຸດ ເພື່ອ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ຄື​​ດັ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ໄວ້​ວ່າ: ຂໍ​ພຽງ​ແຕ່​ພວກ​ເຮົາ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ແລະ ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະກັນ, ພວກ​ເຮົາ​ຍ່ອມ​ຈະ​ສາ​ມາດ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໄດ້​ຢ່າງ​ເຖິງ​ຖອງ ແລະ ມຸ້ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ແຫ່ງ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ​ທີ່​ສວຍ​ງາມກວ່າ​ເກົ່າ.

ຄຳ​ເຫັນ

0