黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍລິສັດທາງລົດໄຟລາວ-ຈີນຈັດຊຸດຝຶກອົບຮົມພາສາຈີນໃຫ້ແກ່ສໍາມະນາກອນລາວ

2020-06-26 09:59:10 cri

图片默认标题_fororder_微信图片_20200626095459

ວັນທີ 23 ມິຖຸນານີ້ ທີ່ສະ​ຖາ​ບັນ​ຂົງ​ຈື ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ຈັດຊຸດຝຶກອົບຮົມພາສາຈີນໃຫ້ແກ່ສໍາມະນາກອນລາວຊຸດທໍາອິດໃນໄລຍະດຳເນີນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໂດຍການເຂົ້າຮ່ວມຂອງທ່ານ ສາຍຄໍາ ພັນທະວົງ, ຮອງຫົວຫນ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ອານົງເດດ, ຮອງຫົວຫນ້າຫ້ອງການຄະນະກໍາມາທິການຮ່ວມມືລາວ-ຈີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສາຍຄໍາ ພັນທະວົງ ໄດ້ສະແດງຄວາມຂອບອົກຂອບໃຈທີ່ບໍລິສັດທາງລົດໄຟລາວ-ຈີນ ໄດ້ຈັດຕັ້ງປະຕິບັດວຽກງານການຄັດເລືອກ ກໍ່ຄືການອົບຮົມບຸກຄະລາກອນທາງດ້ານລົດໄຟຂອງລາວຢ່າງຕັ້ງໜ້າ. ທ່ານກ່າວວ່າ, ສໍາມະນາກອນຊຸດນີ້ ຈະກາຍເປັນຖັນແຖວພະນັກງານຫຼັກແຫຼ່ງກໍ່ຄືຜູ້ຊ່ຽວຊານເຕັກນິກທາງດ້ານລົດໄຟຂອງລາວໃນຕໍ່ໜ້າ, ພ້ອມດຽວກັນນີ້ ກໍ່ເປັນບ່ອນອີງອັນສໍາຄັນທາງດ້ານບຸກຄະລາກອນໃຫ້ແກ່ການພັດທະນາພາລະກິດທາງລົດໄຟຂອງລາວນໍາອີກ. ໃນຂະນະດຽວກັນນີ້, ທ່ານ ອານົງເດດ ຍັງໄດ້ຝາກຄວາມຫວັງມາຍັງສໍາມະນາກອນທຸກຄົນຈົ່ງໄດ້ຕັ້ງໃຈຮໍ່າຮຽນວິຊາສະເພາະຢ່າງຫ້າວຫັນ ເພື່ອບໍລິຫານເສັ້ນທາງລົດໄຟສາຍທໍາອິດຂອງລາວໃຫ້ດີ.

图片默认标题_fororder_微信图片_20200626095523

ຂ່າວແຈ້ງຕື່ມວ່າ, ນັບແຕ່ໄດ້ເປີດການຮັບສະໝັກພະນັກງານລາວໃນໄລຍະດຳເນີນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ວັນທີ 27 ກຸມພາຜ່ານມາ, ພາຍໃຕ້ການສະໜັບສະໜູນຂອງລັດຖະບານລາວ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ຮັບແລະຄັດເລືອກພະນັກງານລາວຈໍານວນ 248 ຄົນ ເຊິ່ງພວກເຂົາຈະໄດ້ກາຍເປັນພະນັກງານຂັບລົດໄຟ, ບັນຊາການລົດໄຟ, ສ້ອມແປງລົດໄຟກໍ່ຄືອຸປະກອນຕ່າງໆຂອງບໍລິສັດດັ່ງກ່າວພາຍຫຼັງໄດ້ຜ່ານການອົບຮົມ ແລະສອບເສັງທາງດ້ານພາສາຈີນ, ທິດສະດີທາງດ້ານລົດໄຟ, ວຽກງານພາກສະໜາມ ແລະການອົບຮົມທັກສະສະເພາະ. ຂະນະດຽວກັນນີ້, ການຄັັດເລືອກພະນັກງານຊຸດທີ 2 ແລະຊຸດທີ 3 ກໍ່ໄດ້ເລີ່ມຈັດຕັ້ງປະຕິບັດແລ້ວ ແລະຄາດວ່າຈະໃຫ້ສໍາເລັດໃນເດືອນກໍລະກົດປີນີ້. ບໍລິສັດດັ່ງກ່າວມີແຜນຈະຄັດເລືອກເອົາພະນັກງານລາວທັງໝົດ 600 ຄົນ.

ສໍາລັບຊຸດຝຶກອົບຮົມຄັ້ງນີ້ ແມ່ນໄດ້ມອບໃຫ້ສະ​ຖາ​ບັນ​ຂົງ​ຈື ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວເປັນຜູ້ອົບຮົມພາສາຈີນ. ໃນໄລຍະຈັດຊຸດຝຶກອົບຮົມ, ບໍລິສັດທາງລົດໄຟລາວ-ຈີນ ຍັງຈະຈັດສໍາມະນາກ່ຽວກັບຄວາມຮູ້ວິຊາການທາງດ້ານເສັ້ນທາງລົດໄຟ ແລະຈະມອບທຶນລາງວັນໃຫ້ແກ່ສໍາມະນາກອນດີເດັ່ນ.

ປັດຈຸບັນ, ໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄດ້ສໍາເລັດ 90% ແລ້ວ ຈຶ່ງໄດ້ຫັນມາດໍາເດີນການຕ່າງໆທີ່ກ່ຽວຂ້ອງກັບລະບົບເສັ້ນທາງລົດໄຟ ແລະຕໍ່ໄປຈະດໍາເນີນເລື່ອງການບໍລິຫານຈັດການທາງລົດໄຟໃນທ້າຍປີ 2020.

ຄຳ​ເຫັນ

0