尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮ້າຍ​ແຮງຂຶ້ນອີກ​ຢູ່​ເອີ​ຣົບ

2020-06-26 15:37:08 cri

ວັນ​ທີ 25 ມິ​ຖຸ​ນາ​ນີ້, ທ່ານ ຄ​ລູ​ເກີ ຫົວ​ໜ້າ​ສຳ​ນັກ​ງານ​ອົງ​ການ​ອະ​ນາ​ໄມ​ໂລກ​ປະ​ຈຳ​ພາກ​ພື້ນ​ເອີ​ຣົບ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທາງ​ວິ​ດີ​ໂອ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ໂກ​ເປັນ​ຮາກ​ຂອງ​ດານ​ມາກວ່າ: ຄຽງ​ຄູ່​ກັບ​ບັນ​ດາ​ປະ​ເທດ​ເອີ​ຣົບ​ໄດ້​ຜ່ອນ​ຜັນ​ມາດ​ຕະ​ການ​ຄວບ​ຄຸມ​ແລະ​ຄຸ້ມ​ຄອງ​ຕໍ່​ສັງ​ຄົມ​ເປັນ​ກ້າວໆ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ເອີ​ຣົບ​ໄດ້​ຮ້າຍ​ແຮງຂຶ້ນອີກ.
 

ທ່ານ ຄ​ລູ​ເກີ ກ່າວ​ວ່າ: ປັດ​ຈຸ​ບັນ, ຢູ່​ພາກ​ພື້ນ​ເອີ​ຣົບ​ໄດ້​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ 2,5 ລ້ານ​ຄົນ. ເຖິ​ງວ່າຈຳ​ນວນ​ຜູ້​​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ພາກ​ພື້ນ​ເອີ​ຣົບ​ກວມ​ອັດ​ຕາ​ຜູ້​ເປັນ​ພະ​ຍາດ​ຂອງ​ໂລກ​​ໄດ້​ຫຼຸດ​ລົງ​​ໃນ​ລະ​ດັບ​ໃດ​ໜຶ່ງເມື່ອ​ທຽບ​ໃສ່​ໄລ​ຍະ​ຕົ້ນ​ປີ​ນີ້​ກໍ​ຕາມ, ແຕ່​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ຢູ່​ພາກ​ພື້ນ​ເອີ​ຣົບ​ແຕ່​ລະ​ມື້​ໄດ້​ລາຍ​ງານ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່ເກືອບ 20 ພັນ​ຄົນ​ແລະມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ຈຳ​ນວນຫຼາຍກວ່າ 700 ຄົນ. ອາ​ທິດ​ຜ່ານ​ມາ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​​ຢູ່​ພາກ​ພື້​ນ​ເອີ​ຣົບ​ຕາມ​ແຕ່​ລະ​ອາ​ທິດ​ໄດ້ເພີ່ມ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​​ຫຼາຍ​ເດືອນ​ຜ່ານ​ມາ. ທ່ານ​ກ່າວ​ເຕືອນ​ວ່າ: ຖ້າ​ບໍ່​ເພີ່ມ​ທະ​​ວີ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ, ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຢູ່ບາງ​ປະ​ເທດ​ເອີ​ຣົບ​ອາດ​ຈະ​​ໄດ້​ຮັບ​​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ອີກ​ເທື່ອ​ໜຶ່ງ.

ຄຳ​ເຫັນ

0