蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ແຫ່ງ ສ​ປ​ປ ລາວ​ໄດ້​ປະ​ດັບ​ຫຼຽນ​ມິດ​ຕະ​ພາບໃຫ້​ແກ່​ຜູ້ຊ່ຽວ​ຊານ​ແພດ​ທະ​ຫານຈີນ

2020-06-26 15:38:54 CRI

图片默认标题_fororder_258035010

ວັນ​ທີ 24 ມິ​ຖຸ​ນາ​ນີ້​ຢູ່​ນະ​ຄອນຫຼວງວຽງ​ຈັນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແຫ່ງ ສ​ປ​ປ ລາວ​ໄດ້​ຈັດ​ພິ​ທີ​ປະ​ດັບຫຼຽ​ນ​ມິ​ດ​ຕະ​ພາບໃຫ້​ແກ່​ຜູ້​ຊ່ຽວ​ຊານ​ຈີນ 5 ທ່ານ​ໃນ​ໜ່ວຍ​ຊ່ຽວ​ຊານ​ແພດ​ທະ​ຫານ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ທີ່​ໄດ້​ໄປ​ຊ່ວຍ​ເຫຼືອລາວ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ໃກ້​ຈະ​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ຈີນ​ແລ້ວ, ​ທ່ານ​ພົນ​ຕີແອ​ສະ​ໄໝ ເລືອງວັນ​ໄຊ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແຫ່ງ ສ​ປ​ປ ລາວ ແລະ ທ່ານ​ຈ່ຽງ​ຈ້າຍ​ຕົ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ​ປ ຈີນ ປະ​ຈຳ ສ​ປ​ປ ລາ​ວ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

图片默认标题_fororder_1540167987

ທ່ານ​ພົນ​ຕີ​ແອ​ສະ​ໄໝ ເລືອງວັນ​ໄຊ​ກ່າວ​ວ່າ, ການ​ຕໍ່​ສູ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​ລາວບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ການ​ສະ​ໜັບ​ສະ​ໜູ​ນ​ຢ່າງ​ແຂງ​ແຮງ​ຈາກ​ພັກ, ລັດ ແລະ​ ກອງ​ທັບ​ຈີນ​​ໄດ້. ກອງ​ທັບ​ຈີນ​ບໍ່​ພຽງ​ແຕ່​ໄດ້​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ແພດ​ມາ​ຊ່ວຍ​ລາວ​ຕ້ານ​ກັບ​ພະ​ຍາດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ອຸ​ປະ​ກອນ​ການ​ແພດ​ທີ່​ຝ່າຍ​ລາວ​ຕ້ອງ​ການ​ດ່ວນ. ໃນ​ໄລ​ຍະ​​ທີ່ມາ​ຊ່ວຍ​ເຫຼືອ​ລາວ, ສອງ​ຝ່າຍ​ໄດ້​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ເຊິ່ງ​ໄດ້​ຍົກ​ຄວາມ​ສາ​ມາດ​ຕ້ານ​ກັບ​ພະ​ຍາດ​ຂອງກອງ​ທັບ​ລາວ​ໃຫ້​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ ແລະ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ ເພື່ອ​ການ​ຕໍ່​ສູ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ລາວ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ຕີ​ລາ​ຄາ​ຢ່າງ​ສູງ​ ແລະ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ທີ່​ໄດ້​ໃຫ້​ການ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ຝ່າຍ​ລາວ ແລະ ເຫັນ​ວ່າ, ນີ້​ເປັນ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ມີ​ຊີ​ວິດ​ຊີ​ວາ ໃນ​ການ​ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ.

图片默认标题_fororder_510116873

ຄຳ​ເຫັນ

0