ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 26 ມິຖຸນານີ້ຕາມເວລາທ້ອງຖິ່ນ, ສານສະຫະລັດອາເມຣິກາໄດ້ຕັດສິນວ່າ: ລັດຖະບານໂດໂນ ທຣຳເຄີຍນຳເອົາເງິນຂອງກະຊວງປ້ອງກັນປະເທດ ຫຼື ທຳນຽບ 5 ແຈໄປກໍ່ສ້າງກຳແພງຂັ້ນຊາຍແດນລະຫວ່າງອາເມຣິກາ-ແມັກຊິກ ເຊິ່ງເປັນການກະທຳຜິດກົດໝາຍ.
ຄຳຕັດສິນຂອງສານເຫັນວ່າ, ທ່ານໂດໂນ ທຣຳໄດ້ໃຊ້ງົບປະມານປ້ອງກັນປະເທດ, ງົບປະມານທາງການທະຫານ ແລະ ງົບປະມານອື່ນໆຕັ້ງຫຼາຍຕື້ໂດລາສະຫະລັດ ທີ່ບໍ່ໄດ້ກຳນົດວ່າໃຫ້ນຳໃຊ້ເຂົ້າໃນການກໍ່ສ້າງກຳແພງຂັ້ນຊາຍແດນ, ການກະທຳດັ່ງກ່າວໄດ້ລະເມີດກົດໝາຍງົບປະມານທີ່ກຳນົດໄວ້ໃນ “ລັດຖະທຳມະນູນ” ອາເມຣິກາ. “ເງິນເຫຼົ່ານີ້ໄດ້ກຳນົດໃຫ້ນຳໃຊ້ໃນທາງອື່ນ, ແຕ່ທ່ານໂດໂນ ທຣຳໄດ້ຖອນເງິນເຫຼົ່ານີ້ອອກມາໃຊ້ເຂົ້າໃນການສ້າງກຳແພງຂັ້ນຊາຍແດນ ໂດຍບໍ່ໄດ້ຮັບການມອບສິດທາງກົດໝາຍ. ສະນັ້ນ, ຈິ່ງເປັນການລະເມີດບາງມາດຕາໃນລັດຖະທຳມະນູນ.” ຄຳຕັດສິນຂອງສານຊີ້ໃຫ້ເຫັນວ່າ, ການກະທຳດັ່ງກ່າວ “ຜິດກົດໝາຍ”.
ຄຳເຫັນ
0